ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 16:18:48    
ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ສົ່ງ​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ຫຼາຍ​ຂຶ້ນ​ຕື່ມ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29 ພຶດສະພາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ຖ​ະ​ແຫຼ​ງຂ່າວ​ທີ່​ຈັດ​ໂດຍກະຊວງ​ສຶກສາ​ທີ່​ການຈີນ,​ໃນ​ຕໍ່​ໄປ​ພາຍ​ໜ້າ,ລັດຖະບານຈີນ​ຈະສືບ​ຕໍ່​ສົ່ງ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ຫຼາຍ​ຂຶ້ນ​ຕື່ມ,​ເພື່ອ​ຕອບ​ສະ​ໜອງຄວາມ​ຕ້ອງການ​ຂອງ​ເສດຖະກິດ​ແລະ​ສັງຄົມ​ທີ່​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.

ຕາມ​ແນະນຳ​ວ່າ,ການ​ເງິນ​ສູນ​ກາງ​ຈີນ​ປີ​ນີ້​ໄດ້​ເພີ່ມ​ທະວີງົບປະມານ​ສ່ວນ​ໜຶ່ງ​​ເພື່ອ​ສືບ​ຕໍ່​ສົ່ງ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ຂຶ້ນ​ຕື່ມໃນ5ປີ​ຂ້າງ​ໜ້າ​ນີ້.ນອກ​ນີ້,ກະຊວງ​ສຶກສາທິການຍັງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ,​ເປີດ​ກວ້າງ​ຊ່ອງ​ທ່າ​ງ​ເພື່ອສົ່ງ​​ນັກ​ສຶກສາ​ຈີນ​ທີ່​ໃຊ້​ທຶນ​ຫຼວງ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ຂຶ້ນ​ຕື່ມ.

ຕາມຕົວ​​ເລກ​ຂໍ້​ມູນ​ຈາກ​ຄະນະ​ກຳມະການ​ມູນ​ນິທິ​​ໄປ​ສຶກສາ​ຢູ່ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ສະ​ແດງ​​ໃຫ້​ເຫັນວ່າ,ປີ​ກາຍ​ນີ້,ນັກ​ສຶກສາ​ທີ່​ລັດຖະບານ​ຈີນ​ສົ່ງ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ມີ7000ກວ່າ​ຄົນ,​ເພີ່ມຂຶ້ນ75%​ເມື່ອ​ທຽບ​ກັບ​ປີ​ກ່ອນ.​ ​ຕົ້ນຕໍ​ແມ່ນ​ໄປ​ອາ​ເມ​ລິ​ກາ,ອັງກິດ,​ເຢຍລະ​ມັນ,ອົສຕຼາລີ​ແລະ​ກາ​ນາ​ຕາ.