ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 09:27:11    
ຂົວ​ອາ​ກາດ​060530(ສຽງ)

cri Author: wu

ຫວ່າງ​ມໍ່ໆ​ນີ້,ພວ​ກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ​ສິງ​ໂຕ ​ແຊ່​ຈ່າວ ທີ່​ບ້ານ​ສີ​ມຸງຄຸນ,ເມືອງ​ໄຊ​ຍະ​ບູລີ,​ແຂວງ​ໄຊ​ຍະ​ບູລີ​.​ໃນ​ຈົດໝາຍ​ຂອງທ່ານ​ຂຽນ​ວ່າ,​ເພາະ​ຊ່ວງ​ນີ້​ກຽມ​​ເສັງ​ແດ່​ເລີຍ​ບໍ່​ຄ່ອຍ​ມີ​ເວລາ​ຮັບ​ຟັງ​ລາຍການ​ຂອງ​ພວກ​ທ່ານ​ເປັນ​ປົກ​ກະຕິ​ປານ​ໃດ,​ແຕ່​ກໍ່​ພະຍາຍາມ​ຫາ​ເວລາ​ຮັບ​ຟັງ​ຢູ່​ໂດຍ​ສະ​ເພາະ​ວັນ​ເສົາ​ທີ່​ມີ​ລາຍການ​ຄາລົມ​ຄົມ​ຄາຍ​ແລະ​ສາລະ​ຄະດີ​ໜ້າ​ຮູ້ ​ເຊິ່ງສອງ​ລາຍການ​ນີ້​ນ້ອງ​ມັກ​ຟັງ​ທີ່​ສຸດ,ຖ້າ​ອາທິດ​ໃດ​ບໍ່​ໄດ້​ຟັງ​ກໍ່​ຄື​ວ່າ​ກິນ​ເຂົ້າ​ບໍ່​ແຊບ​ຢ່າງ​ນັ້ນ​ແຫຼະ,ສ່ວນ​ລາຍກາ​ນອື່ນ​ກໍ່​ມັກ​ຢູ່​ເຊັ່ນ​ຈຳພວກ​ຂ່າວ​ປະຈຳ​ວັນ,​ແລະ​ລາຍ​ການ​ສອນ​ພາສາ​ຈີນ.

ຂອບ​ໃຈ​ຫຼາຍໆ​ທີ່​ທ່ານ​ສິງ​ໂຕ ​ແຊ່​ຈ່າວ​ຕິດຕາມ​ຮັບ​ຟັງ​ແລະ​ສະໜັບສະໜູນ​ລາຍການ​ຂອງ​ພວກ​ເຮົາ,ຂໍ​ໃຫ້​ທ່ານຈົ່ງ​ໄດ້​ຮັບຄະ​​ແນນ​ສູງ​ໃນການ​ສອບ​ເສັງ,​ແລະ​ຫວັງວ່າ​ເມື່ອ​ສອບເສັງ​​ແລ້ວ,​ທ່ານ​ກໍ່​ຈະສືບ​ຕໍ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ.ສ່ວນ​ເພື່ອນ​ມິດ​ຜູ້​ຟັງ​ທັງ​ຫຼາຍທີ່​ພວມຟັງ​ລາຍ​ການ​ຂອງ​ພວກ​ເຮົາ,ຖ້າວ່າ​ທ່ານ​ມີ​ຄຳ​ຄິດ​ຄຳ​ເຫັນ​ຫຼືຂໍ້​ສະ​ເໜີ​ແນວ​ໃດ​ຕໍ່​ລາຍການ​ຂອງ​ພວກ​ເຮົາ,ຫຼື​​ວ່າ​ທ່ານ​ມີ​ບັນຫາ​ຫຍັງໃນ​ຊີວິດ​ການ​ເປັນ​ຢູ່ຫຼື​ມີ​ຄວາມໃນ​ໃຈອີ​ຫຍັງ,ກໍ່​ຂໍ​ໃຫ້​ທ່ານ​ຈົ່ງ​ຂຽນ​ຈົດ​ໝາຍ​ຫຼື​ໃຊ້​ວິທີ​ອື່ນໆ​ຕິດ​ຕໍ່ກັບ​ພວ​ກ​ເຮົາ,ພວກ​ເຮົາ​​ຊົມ​ເຊີຍ​ທ່ານ​ຕິດ​ຕໍ່ກັບ​ພວກ​ເຮົາຫຼາຍ,ພ້ອມ​ກັນ​ນັ້ນ,ກໍ່​ຫວັງ​ວ່າ​ລາຍ​ການ​ຂອງ​ພວກ​ເຮົາ​ຄົງ​ຈະ​ມີການ​ຊ່ອຍ​ເຫືຼອ​​ໃນຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ.​ໃນ​ຕອນ​ມ້ວນ​ທ້າຍ,ພວກ​ເຮົາ​ຂໍ​ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່​ທ່ານ​ສິງ​ໂຕ ​ແຊ່​ຈ່າວ​,ທັງ​ມອບ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ທັງ​ຫຼາຍ​ທີ່​ເອົາ​ໃຈ​ໃສ່ນຳ​ລາຍການ​ຂອງພວ​ກ​ເຮົາ,​ເພງນີ້​ຊື່ວ່າ"ປີ​ຈີ້",​​ແປ​ວ່າ"ປື້ມ​ບັນທຶກ",​ເອົາລະ,ຕໍ່​ໄປ​ພວກ​ເຮົາ​ມາ​ຟັງ​ເພງ​ນີ້​ນຳ​ກັນ.