ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 17:17:00    
ສະ​ຖານ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ​ຂອບ​ໃຈ​ນຳ​ຈີນ​ທີ່​ຊ່ອຍ​ເຫຼືອ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ອິນ​ໂດ​ເນ​ເຊຍ​ໂດຍ​ດ່ວນ

cri Author: shuo
ຕາມຂ່າວສານຊິນຮວາ:ວັນທີ29ພຶດສະພາ,ສະຖານທູດອິນໂດເນເຊຍປະຈຳຈີນກ່າວວ່າ, ລັດຖະບານອິນໂດເນເຊຍຂອບໃຈນຳລັດຖະບານຈີນທີ່ໃຫ້ການຊ່ອຍເຫຼືອມະນຸດສະທຳ ໂດຍດ່ວນແກ່ເຂດປະສົບໄພແຜ່ນດິນໄຫວຂອງອິນໂດເນເຊຍ.

ຕອນຄ່ຳວັນທີ29ພຶດສະພາ,ສະຖານທູດອິນໂດເນເຊຍປະຈຳຈີນໄດ້ອອກປະກາດແຈ້ງ
ຂ່າວວ່າ,ພາຍຫຼັງເຂດຢົກຢາກາກຕາແຂວງຊາວາກາງຂອງອິນໂດເນເຊຍເກີດແຜ່ນດິນ
ໄຫວຢ່າງຮຸນແຮງແລ້ວ,ລັດຖະບານຈີນໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ແລະຄວາມຢື້ຢາມຖາມຂ່າວດ້ວຍຄວາມສະຫຼົດໃຈຕໍ່ລັດຖະບານແລະປະຊາຊົນອິນໂດ
ເນເຊຍ,ແລະໄດ້ໃຫ້ການຊ່ອຍເຫຼືອແບບມະນຸດສະທຳຢ່າງທັນການ,ລັດຖະບານອິນໂດ
ເນເຊຍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ.ສະຖານທູດອິນໂດເນເຊຍປະຈຳ
ຈີນເວົ້າວ່າ,ສະຖານທູດດັ່ງກ່າວໄດ້ຕັ້ງສູນຊຳລະວິກິດການ,ສະໜອງຂໍ້ມູນຂ່າວສານທີ່
ກ່ຽວພັນເຖິງການກອບກູ້ຊ່ອຍເຫຼືອເຂດປະສົບໄພແຜ່ນດິນໄຫວ,ແລະຊ່ອຍເຮັດວຽກໃຫ້
ຄວາມຊ່ອຍເຫຼືອແກ່ເຂດປະສົບໄພ.