ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-30 20:18:39    
ຈີນ​ຕົກລົງ​ໃຫ້​ການ​ຊ່ອຍ​ເຫຼືອ​ທາງ​ວັດ​ສະ​ດຸ​ກູ້​ໄພ​​ໂດຍ​ດ່ວນ​ທີ່​ມີ​ມູນ​ຄ່າ​ເຖິງ 10 ລ້ານ​ຢວນ​ແກ່​ອິນ​ໂດ​ເນ​ເຊຍ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 30 ພຶດສະພາ, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຄຳ​ນຶງ​ເຖິງ​ຄວາມ​ຕ້ອງການ​ຕົວ​ຈິງ​​ໃນ​ສະ​ເພາະ​ໜ້າຂອງ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວຂອງ​ອິນ​ໂດ​ເນ​ເຊຍ, ລັດຖະບານ​ຈີນ​ໄດ້​ຕົກລົງ​ໃຫ້ການ​ຊ່ອຍ​ເຫຼືອທາງ​ວັດ​ສະ​ດຸ​ກູ້​ໄພ​​ໂດຍ​ດ່ວນ​ທີ່​ມີ​ມູນ​ຄ່າ​ເຖິງ 10 ລ້ານ​ຢວນ​​ແກ່ລັດຖະບານ​ອິນ​ໂດ​ເນ​ເຊຍ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ເປັນ​ປະຈຳ​ທີ່ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພຶດສະພາ, ທ່ານ​ລິວ​ຈ້ຽນຊ່າວ​ແນະນຳ​ວ່າ, ພາຍ​ຫຼັງອິນ​ໂດ​ເນ​ເຊຍ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ, ລັດຖະບານ​ຈີນ​ໄດ້​​ໃຊ້​ການ​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ, ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ເປັນ​ເງິນ​ສົດ 2 ລ້ານ​ໂດ​ລາ​ສະຫະລັດ​​ແກ່ລັດຖະບານ​ອິນ​ໂດ​ເນ​ເຊຍ​​ໂດຍ​ດ່ວນ, ​ແລະ​​ແຕ່ງ​ກອງ​ກອບ​ກູ້​ສາກົນ​ຈີນ​ໄປ​ເຂດ​ປະສົບ​ໄພ​ສົມ​ທົບ​ການ​ກູ້​ໄພ. ທ່ານ​ລິວ​ຈ້ຽນຊ່າວ​ເວົ້າ​ວ່າ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊ່ອຍ​ເຫຼືອຂອງປະຊາ​ຄົມ​ໂລກ, ລັດຖະບານ​ແລະ​ປະຊາຊົນ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ສາມາດຜ່ານ​ຜ່າຄວາມ​ຫຍຸ້ງຍາກ​, ສ້າງບ້ານ​ແປງ​​ເມືອງຄືນ​ໃໝ່.