ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 10:54:56    
ຈີນ​ຫ້າມ​ນຳ​ເຂົ້າສັດ​ແລະ​ຜະ​ລິດ​ຕະ​ພັນ​ສັດ​ທີ່​ກ່ຽວ​ຂ້ອງ​ຈາກ​ປະ​ເທດ​ທີ່​ເກີດ​ພະ​ຍາດ​ໄຂ້​ຫວັດ​ນົກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 30 ພຶດສະພາ, ນັກ​ຂ່າວ​ໄດ້​ຊາບ​ຈາກ​ຫ້ອງການ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ກະສິກຳ​ຈີນ​ວ່າ, ​ແຕ່​ເດືອນ​ພຶດສະພາ​ປີ​ນີ້​ເປັນຕົ້ນມາ, ຢູ່​ບົສວາ​ນາ​ແລະ​ດານ​ມາກ​ເປັນ​ຕົ້ນ​ໄດ້​ເກີດ​ພະຍາດ​ໄຂ້ຫວັດ​ນົກ​ປະ​ເພດ​ຮ້າຍ​ແຮງ H5N1 ແບບ ຂ. ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ດັ່ງ​ກ່າວ​​ຈາກ​ຕ່າງປະ​ເທດແຜ່​ລະບາດ​ເຂົ້າຈີນ, ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ການ​ລ້ຽງ​ສັດ, ຈີນ​​ຫ້າມ​​ນຳ​ເຂົ້າ​ສັດ​ແລະ​ຜະລິດ​ຕະພັນ​ສັດ​ທີ່​ກ່ຽວຂ້ອງ​ໂດຍ​ກົງຫຼື​ທາງ​ອ້ອມ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ກະຊວງ​ກະສິກຳ​ຈີນ​ກຳນົດ​ໄວ້​ວ່າ, ພາຍຫຼັງປະ​ເທດ​ດັ່ງກ່າວ​ເກີດ​ພະຍາດ​ໄຂ້ຫວັດ​ນົກ​ແລ້ວ​ຈຶ່ງ​ຂົນ​ສົ່ງ​ສັດ​ປີກ​ແລະ​ຜະລິດ​ຕະພັນ​ສັດ​ປີກທີ່​ກ່ຽວຂ້ອງມານັ້ນ ຈະ​​ໃຫ້​ຂົນ​ສົ່ງ​ຄືນ​ໄປ​ຫຼື​ທຳ​ລາຍ​ໄປ; ຫ້າມ​ບໍ່​ໃຫ້​ສັດ​ປີກ​ແລະ​ຜະລິດ​ຕະພັນ​ສັດ​ປີກ​ທີ່​ມາ​ຈາກ​ປະ​ເທດ​ດັ່ງ​ກ່າວ​ເຂົ້າ​​ຈີນ; ຕໍ່​ພາ​ຫະ​ນະ​ຂົນ​ສົ່ງ ​ເຊັ່ນ ​ເຮືອ ຍົນ​ແລະລົດ​ໄຟ​ເປັນຕົ້ນທີ່​​ຜ່ານ​ຈີນ​ນັ້ນ, ຖ້າ​​ເຫັນ​ມີ​ສັດ​ປີກ​ແລະ​ຜະ​ລິດ​ຕະ​ພັນ​ສັດ​ປີກ​ທີ່​ມາ​ຈາກ​ປະ​ເທດ​ດັ່ງກ່າວ​ແລ້ວ, ຕ້ອງ​ຫ້າມ​ຂົນ​ລົງ; ຕໍ່​ສັດ​ປີກ​ແລະ​ຜະ​ລິດ​ຕະ​ພັນ​ສັດ​ປີກ​ຈາກ​ປະ​ເທດ​ດັ່ງກ່າວທີ່​ລັກລອບ​ຂົນ​ສົ່ງ​ເຂົ້າ​ຈີນ​ນັ້ນ ຕ້ອງ​ທຳ​ລາຍ​ໝົດ.