ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 11:02:16    
ແຜ່ນ​ຊີ​ດີ​ສີ​ທີ່ຊື່​ວ່າ​ສີ​ແດງ​ຂອງ​ນາງ​ຫານ​ຫົງ

cri Author: lm

ປີ2003ທີ່ຜ່ານໄປນັ້ນ, ເວົ້າສຳລັບນາງຫານຫົງນັກຮ້ອງຈີນແລ້ວ, ແມ່ນປີໜຶ່ງທ່ໄດ້
ຮັບຜົນອຸດົມສົມບູນ, ການສະແດງທີ່ກະຕຸ້ນໃຈຄົນຂອງນາງໄດເຮັດໃຫ້ນາງພົ້ນເດັ່ນບົນ
ເວທີເພງຂອງເຂດໃນຈີນ, ໄດຊິງເອົາລາງວັນນັກຮ້ອງເພດຍິງດີເລີດປະຈຳປີ2003ໃນ
ງານປະກວດເພງຂອງສື່ມວນຊົນເກືອບທັງໝົດຢູ່ຈີນ.

ເພງທີ່ທ່ານຟັງມານັ້ນແມ່ນເພງຈີ້ມໍ່ຊື້ຢິນໄວ້ຊື໋ນ້ຽນໄສ ເຫງົາໃຈແມ່ນຍ້ອນຄິດຮອດໃຜ
ທີ່ຂັບຮ້ອງໂດຍນາງຫານຫົງ. ເວົ້າແທ້ແລ້ວ, ແຜ່ນຊີດີສີແດງຂອງນາງແມ່ນເອົາເພງດີ
ເດັ່ນໃນໄລຍະຕ່າງກັນໃນຊຸມປີ50ຮອດຊຸມປີ90ສັດຕະວັດທີ່ແລ້ວມາຮ້ອງໃໝ່. ເພງທີ່
ທ່ານຟັງມານັ້ນແມ່ນເພງຈື້ມໍ້ຊື້ຢິນໄວ້ຊື໋ນ້ຽນໄສ ເຫງົາໃຈແມ່ນຍ້ອນຄິດຮອດໃຜ, ເພງ
ນີ້ທຳອິດແມ່ນໄດ້ອັດໃສ່ແຜ່ນຊີດີເພງເດີ່ນໂຮງຮຽນເມ່ືອປີ1994.

ຕ່ໍໄປ, ເຊີນຟັງເພງທຽນໆຊຽງນີ໋ຄິດຮອດເຈົ້າຊູ່ມ້ືທ່ີນາງຫານຫົງຮ້ອງໃໝ່, ນ້ີແມ່ນບົດ
ເພງຕົວແທນຂອງທ່ານຈ່າງຢີເຊິງນັກດົນຕີທ່ີມີຊ່ືສຽງຂອງໃຕ້ຫວັນທ່ີໄດ້ລ່ວງລັບໄປ
ແລ້ວ,ແລະກໍແມ່ນບົດເພງດີເດັ່ນທ່ີແຕ່ງເນ້ືອຮ້ອງໂດຍທ່ານເສີນເລ້ີດົງນັກແຕ່ງເນ້ືອຮ້ອງ
ຜູ່ດີເລີດຂອງເວທີເພງໃຕ້ຫວັນແລະແຕ່ງທຳນອງໂດຍທ່ານເສິນຈ໋ືຢວນນັກແຕ່ງນົດຜູ່ມີ
ຊ່ືສຽງຂອງໃຕ້ຫວັນ. ຟັງນາງຫານຫົງຮ້ອງເພງນ້ີ, ທ່ານຈະຮູ້ສຶກເຖິງຄວາມຄອງຄອຍ,
ຄວາມຫງຸດຫງິດຄວາມຮ້ອນຮົນແລະຄວາມຮັກອັນເລິກເຊ່ິງຂອງຄົນໃນເວລາຄິດຮອດ
ຜູ່ໃດຜູ່ໜ່ຶງ, ພວກເຮົາມາຟັງເພງນ້ີນຳກັນ.

ໃນເວລາເຮັດແຜ່ນຊີດີເພງຮ້ອງໃໝ່ແຜ່ນນ້ີ, ນາງຫານຫົງເວົ້າວ່າ, ນາງຮູ້ສຶກວ່າເພງໃນ
ສະໄໝກ່ອນແຕ່ງໄດ້ດີຫຼາຍ, ແຕ່ເສຍດາຍຮຸ້ນພວກນາງບ່ໍໄດ້ຮ້ອງນຳເພ່ິນເພາະບ່ໍແມ່ນ
ສະໄໝດຽວກັນ, ສະນັ້ນໃນແຜ່ນຊີດີແຜ່ນນຈົ່ງໄດ້ຈັດເອົາມາຮ້ອງໃຫ້ສົມກັບຄວາມຫວັງ
ຂອງນາງທ່ີຢາກຮ້ອງເພງເຫຼ່ົານ້ີ, ທັງເຮັດໃຫ້ເພງດີເດ່ັນເຫຼ່ົານ້ີໄດ້ສືບທອດກັນໄປ.

ຕ່ໍໄປເຊີນຟັງເພງວົວເຕີຈູກົວປະເທດຊາດຂອງຂ້ອຍ ທ່ີນາງຫານຫົງຂັບຮ້ອງ, ນ້ີແມ່ນ
ເພງສະຫຼັບໃນຮູບເງົາເລ່ືອງຊັງກຳລຽງເຊ່ິງເປັນຮູບເງົາກ່ຽວກັບສົງຄາມຊ່ອຍເກົາຫຼີຕ້ານ
ອາເມລິກາ, ໃນຄາວນັ້ນແມ່ນນາງກົວຫຼານຢ່ິງເປັນຜູ່ການຂັບຮ້ອງ, ການຂັບຮ້ອງທ່ີເຕັມ ໄປດ້ວຍຄວາມຮັກອັນເຂັ້ມຂຸ້ນແລະສຽງອັນແຈ່ມໃສດັງກ້ອງດັງໄກຂອງນາງກົວຫຼານຢິ່ງ
ນັກຮ້ອງທ່ີມີຊ່ືສຽງຂອງຈີນໄດ້ເສີມບັນຍາກາດໃຫ້ແກ່ຮູບເງົາທ່ີມີເນ້ືອຫາສັນລະເສີນສັນ
ຕິພາບນັ້ນຢ່າງດີເດ່ັນ.

ເນ້ືອເພງຂຽນວ່າ: ສາຍນ້ຳທາລາໃຫຍ່ກວ້າງ, ລົມພັດຮວງເຂົ້າຫອມຫວນ, ບ້ານຂ້ອຍຢູ່
ແຄມຝ່ັງແຫ່ງນ້ີ, ຟັງຄຳເຊ້ີງຂອງລູກເຮືອມານານ, ໄດ້ເບ່ິງເຮືອໃບສີຂາວບ່ໍເວັ້ນ. ນ້ີແມ່ນ
ປະເທດຊາດທ່ີເຂັ້ມແຂງ, ແມ່ນຖິ່ນຖານບ້ານເກີດທ່ີສວຍງາມ, ເທິງດິນແດນທ່ີແສນອົບ
ອຸ່ນແຫ່ງນ້ີ, ສາດສ່ອງໄປດ້ວຍແສງຕາເວັນສັນຕິພາບ. ທ່ີທ່ານຟັງຢູ່ນ້ີແມ່ນເພງວົວເຕີຈູ
ູກົວ ປະເທດຊາດຂອງຂ້ອຍ, ເຊ່ິງຂັບຮ້ອງໂດຍນາງຫານຫົງ.

ມ້ວນທ້າຍລາຍການມ້ືນ້ີ, ພວກເຮົາມາຟັງເພງອ໋າຍເຕີເຈ່ິນແຢນ ຄຳເຕືອນແຫ່ງຄວາມ ຮັກເຊ່ິງເປັນເພງທ່ີມີຊ່ືສຽງຂອງທ່ານຫຼົວຕາຢິ້ວນັກດົນຕີທ່ີມີຊ່ືສຽງຂອງໃຕ້ຫວັນຈີນ, ນາງຫານຫົງໄດ້ຈັດເພງນ້ີເຂົ້າໃນແຜ່ນຊີດີໃໝ່ຂອງຕົນ, ມອບເພງນ້ີໃຫ້ນາງຊວນຫວັນ
ຫົວໜ້າທິມບານເຕະເພດຍິງຂອງຈີນ, ສ່ຽວຮັກຂອງນາງຫານຫົງ.

ຂ້ອຍມອບລະດູບານໃໝ່ໃຫ້ເຈົ້າ, ແຕ່ຈົ່ງລະດູໜາວໃຫ້ຂ້ອຍເອງ, ຂ້ອຍຈົ່ງພາບຫຼັງຂອງ
ເຈົ້າໃຫ້ຂ້ອຍເອງ, ແຕ່ພັດມອບຂ້ອຍເອງໃຫ້ແກ່ເຈົ້າ.