ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 17:31:40    
ທ່ານ​ຈ່າງ​ອີ້​ສ່ານ​ກ່າວ​ເນັ້ນ​ວ່າ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແມ່ນ​ໜ້າ​ທີ່​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ

cri
ຕາມ​ຂ່າວCRI,​ວັນ​ທີ30​ພຶດ​ສະ​ພາ​ຢູ່​ສຳນັກ​ງານ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ທີ່​ນິວ​ຢອກ,​ທ່ານ​ຈ່າງ​ອີ້​ສ່ານ ຮອງຜູ້​ຕາງ​ໜ້າ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ເນັ້ນ​ວ່າ,​ການ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ແມ່ນ​ໜ້າ​ທີ່​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ.

ວັນ​ທີ30​ພຶດ​ສະ​ພາ,​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ເປີດ​ເຜີຍ​ກ່ຽວ​ກັບ​ບັນ​ຫາ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ນັ້ນ,​ທ່ານ​ຈ່າງອີ້​ສ່ານ ກ່າວ​ວ່າ,​ການ​ກະທຳ​ກໍ່​ການ​ຮ້າຍ​ໃດໆ​ແມ່ນ​ສັດຕູ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ​ແລະ​ທົ່ວມວນ​ມະນຸດ​ລ້ວນ​ແຕ່​ເປັນ​ການ​ຂົ່ມ​ຂູ່​ອັນ​ໜັກໜ່ວງ​ຕໍ່​ສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ຈ່າງອີ້​ສ່ານ​ຊີ້​ອອກ​ວ່າ,​ການ​ຕ້ານລັດ​ທິ​ກໍ່​ການ​ຮ້າຍບໍ່​ຄວນ​ພຽງ​ແຕ່​ເອົາ​ໃຈ​ໃສ່​ຫຼື​ໂຈມ​ຕີອົງ​ການ​ຫຼື​ບຸກຄົນ​ກໍ່​ການ​ຮ້າຍ​ທີ່​ຂົ່ມຂູ່​ຫຼື​ເປັນ​ໄພຮ້າຍ​ຕໍ່​ປະ​ເທດ​ຂອງ​ໃຜ​ຂອງ​ລາວ​ທໍ່​ນັ້ນ,​ຫາກ​ຍັງ​ຕ້ອງ​ໃຊ້​ທ່າ​ທີ​ໃຈກວ້າງ​ປະ​ຕິບັດ​ຕໍ່​ອົງ​ການ​ຫຼື​ບຸກຄົນ​ກໍ່​ການ​ຮ້າຍ​ທີ່​ບໍ່​ຂົ່ມ​ຂູ່​ປະ​ເທດ​ຕົນ​ຫຼື​ພັນ​ທະ​ມິດ​ຂອງ​ຕົນ​ໂດຍ​ກົງ,​ຍິ່ງ​ບໍ່​ຄວນ​ເສີຍ​ເມີຍ​ຕໍ່​ຄວາມ​ຮຽກ​ຮ້ອງ​ອັນ​ຊອບ​ທຳ​ຂອງ​ປະ​ເທດ​ອື່ນ​ຍ້ອນ​ມີ​ຈຸດປະ​ສົງ​ອື່ນ,​ຈົນ​ກະທັ້ງ​ຕັ້ງ​ອຸປະ​ສັກ.ມີ​ແຕ່​ປະຊາ​ຄົມ​ໂລກ​ພ້ອມ​ຈິດ​ພ້ອມ​ໃຈ​ກັນ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ແລ້ວ,​ລັດທິ​ກໍ່​ການ​ຮ້າຍ​ຈຶ່ງ​ຈະ​ບໍ່​ມີ​ບ່ອນ​ລີ້​ຊ່ອນ​ປ່ອນ​ຕົວ.