ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 19:07:54    
ດົນຕີ​ຊືຈູພາກ​ໃຕ້​ແມ່ນ້ຳຢາງ​​ເຊ(ສຽງ)

cri

                       

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ​ຫວ່າງ​ກ່ອນ​ນີ້ບໍ່​ດົນ​ ຄະນະ​ດົນ​ຕີ​ຊົນຊາດເຫີ​ງທົງ​ເມືອງ​ໄທ້​ຊາງ​ແຂວງ​ຈຽງ​ຊູ​ພາກ​ໃຕ້​ຂອງຈີນ​ໄດ້​ຈັດ​ງານ​ດົນຕີ​ຊືຈູພາກ​ໃຕ້​ແມ່ນ້ຳຢາງ​​ເຊ​​ໂດຍຈຳ​ເພາະ​ຢູ່​ປັກ​ກ່ິງ, ​ໃນ​ລາຍການ​ພາກ​ນີ້ ຂ້າພະ​ເຈົ້າຈະສະ​ເໜີ​ລາຍການດົນຕີ​ຂອງຄະນະ​ດ່ັງກ່າວ​ສູ່​ທ່ານ​ຟັງ.

ທ່ີ​ທ່ານພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ທ່ີ​ໃຫ້​ຊ່ືວ່າ "​ແຈ​ແຈ​ກາວ" ​ແປ​ວ່າ "ສູງ​ຂຶ້ນ​ແຕ່ລະ​ຂ້ໍ" ​ເຊ່ິງບັນ​ເລງ​ໂດຍ​ຄະນະ​ດົນຕີ​ຊົນ​ຊາດ​ເຫີ​ງທົງ​ໄທ້​ຊາງ​ແຂວງ​ຈຽງ​ຊູ, ດົນຕີ​ນີ້​ມີ​ເອກະລັກ​ຂອງທ້ອງ​ຖ່ິນ​ຢ່າງ​ຈະ​ແຈ້ງ​​ ​ແລະ​ປ່ຽມ​ລົ້ນ​ໄປ​ດ້ວຍ​ກ່ິນ​ອາຍ​ຊີວິດ​ຢ່າງ​ເຂັ້ມຂຸ້ນ, ສະ​ແດງ​​ອອກເຖິງ​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີຂຶ້ນຄື​ກັບຕົ້ນໝາກງາ​ທ່ີ​ສູງ​ຂຶ້ນ​ເທ່ືອ​ລະ​ຂ້ໍ.

ດົນຕີ​ຊືຈູພາກ​ໃຕ້​ແມ່ນ້ຳຢາງ​​ເຊ​ແມ່ນ​ດົນຕີ​ບັນ​ເລງດ້ວຍ​ເຄ່ືອງ​​ເສບ​ດີດ​ສີຕີ​ເປ່ົາ​ເຊ່ັນ​ ຊໍ ກະ​ຈັບ​ປ່ີ ຂິມ​ແລະ​ຂຸ່ຍ​ເປັນຕົ້ນ ນິຍົມກັນຫຼາຍຢູ່​ພາກ​ໃຕ້​ແມ່ນ້ຳຢາງ​​ເຊ ຄື​ແຂວງ​ຈຽງ​ຊູ ​​ແຂວງເຈ​ີຈຽງ​ແລະ​ນະຄອນ​ຊຽງ​ໄຮ້​ເປັນຕົ້ນ, ​ແຕ່​ເດີມ​ແມ່ນ​ດົນຕີ​ທ່ີ​​ເສບ​ໃນ​ຍາມ​ບຸນ​ປະ​ເພນີແລະ​ບຸນ​ວັດ, ມີ​ເອກະລັກ​ນິ້ມ​ນວນ ອ້ອຍ​ອ່ິນ​ແລະອ່ອນ​ໂຍນ.

ຕາມ​ການ​ສຳຫຼວດ, ດົນຕີ​ຊືຈູພາກ​ໃຕ້​ແມ​່ນ້ຳຢາງ​​ເຊ​ແມ່ນ​ມີ​ຂຶ້ນກ່ອນ​ໝູ່​ຢູ່​ເມືອງ​ໄທ້​ຊາງ ທາງ​ພາກ​ຕາ​ເວັນ​ອອກ​ຂອງແຂວງ​ຈຽງ​ຊູ. ມີ​ປະຫວັດ 400 ກວ່າ​ປີ​​ແລ້ວ ກໍ​ຍັງ​ສືບທອດ​ກັນ​ມາ​ຢ່າງ​ບໍ່​ຂາດ​ໄລຍະ, ​ເພ່ິນ​ຈ່ຶງ​ເອີ້ນ​​ເມືອງ​ໄທ້​ຊາງເປັນ​ບ້ານ​ເກີດ​ຂອງດົນຕີ​ຊືຈູພາກ​ໃຕ້​ແມ່​ນຳຢາງ​​ເຊ.

​ໃນຫຼາຍປີ​ມໍ່ໆ​ມາ​ນີ້ ທ່ານ​ຈາງ​ສຽວ​ຟົງ ນັກ​ດົນຕີ​ທ່ີ​ມີ​ຊ່ື​ສຽງ​ຂອງ​ຈີນ​ໄດ້​ສັບ​ຊ້ອນ​ຮຽບຮຽງ​ດົນຕີ​ຊືຈູພາກ​ໃຕ້​ແມ່​ນຳຢາງ​​ເຊ​ທ່​ີ​​ສືບ​ທອດ​ກັນ​ມາ ​ເສີມ​ອັນ​ດີ​ດັດ​ແປງ​ອັນ​ບໍ່​ມ່ວນ, ດົນຕີ​ທ່ີ​ທ່ານ​ຮຽບຮຽງ​ໃໝ່​ຈ່ຶງ​ຕ່າງ​ກັບ​ຮູບ​ການ​ເສບ​ຮວມໝູ່​ດັ້ງ​ເດີມ, ​​ແລ້ວໄດ້​ຮັບໝາກຜົນທາງ​ສິລະ​ປະອັນ​ໃໝ່​ອ່ຽມ. ຜູ່​ຊ່ຽວຊານ​ຍ້ອງຍໍ​ວ່າ ມັນ​ໄດ້​ສືບ​ທອດ​ແລະ​ສ່ົງ​ເສີມ​ມູນ​ເຊື້ອ ທັງ​ມີ​ບັນຍາກາດ​​ຂອງ​ຍຸກ​ໃໝ່.

ຕໍ່​ໄປ​ເຊີນ​ຟັງ​ດົນຕີ "ລ້ິວ​ຮວາ​ລິ້ວ​ແຈ" ​ເຊ່ິງ​ເປັນ​ດົນຕີ​ທ່ີ​ຮຽບຮຽງ​ຕາມ​ເພງ​ພື້ນ​ເມືອງ, ທຳນອງ​ດົນຕີ​ນີ້ມ່ວນແຕ່​ບໍ່​ເອ້​ອວດ ທັງລ່ຽນ​ໄຫຼ​ແບບທຳມະ​ຊາດອີກ​ດ້ວຍ. ​

ຄະນະ​ດົນຕີ​ຊົນຊາດ​ເຫີ​ງທົງ​ໄທ້​ຊາງ​ແມ່ນ​ຄະນະ​ສິລະ​ປະພື້ນ​ເມືອງສະໝັກຫຼິ້ນ, ຕັ້ງຂຶ້ນ​ເມ່ືອ​ປີ 1994, ສະມາຊິກ​​ແມ່ນມາ​ຈາກ​ຂະ​ແໜງ​ການ​ຕ່າງໆ ມີ​ທັງລັດຖະກອນ ​ຄູ​ອາຈານ ນັກທຸລະກິດ​​ແລະ​ອື່ນໆ, ຄະນະ​​ດົນຕີ​ນີ້​ມີວັດຖຸປະສົງ​ສ່ົງ​ເສີມ​ວັດທະນະທຳ​ຊົນ​ເຜ່ົາ ​ເຮັດ​ໃຫ້​ຊີວິດ​​ວັດທະນະທຳ​ຂອງ​ມວນຊົນ​ມີຫຼາຍສີຫຼາຍສັນ. ພວກ​ເພ່ິນ​ຊຳນານ​ຮ້ອງ​ເພງ​ພື້ນ​ເມືອງ​ພາກ​ໃຕ້​ແມ່ນ້ຳຢາງ​​ເຊ ຊ່າງ​ຫຼິ້ນ​ເຄ່ືອງ​ເສບດີດ​ສີຕີ​ເປ່ົາຂອງທ້ອງ​ຖ່ິນ. ປີ 2003, ຄະນະ​ດ່ັງກ່າວໄດ້​ໄປ​ສະ​ແດງ​ຢູ່​ສິງກະ​ໂປ​ໂດຍ​ສະ​ເພາະ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ມະຫາສານ. ດົນຕີ​ຊືຈູ​ທ່ີ​ພວກ​​ເພ່ິນເສບ​ນັ້ນ​ສົດ​​ໄສ​ໄຫຼຫຼ່ຽນ, ສະ​ແດງ​​ເຖິງ​ຄວາມ​ງາມ​ຢ່າງ​ທຳ​ມະ​ຊາດ​ແລະ​ກົມກຽວ​ກ້ຽວ​ພັນກັນ​ຂອງ​ດົນຕີ​ພື້ນ​ເມືອງ, ​ເໝືອນ​ດ່ັງ​ສາຍລົມ​ເຢັນ​ທ່ີພັດ​ໂຊ​ຍມາ​ພາ​ໃຫ້​ຄົນ​ຊ່ືນ​ໃຈຫາຍ​ຮ້ອນ​ເບົາ​ມະ​ໂນ. ຕໍ່​ໄປ​ເຊີນ​ຟັງ​ດົນຕີ "ປ່າ​ຕ້ວນຈິນ" ທ່ີ​ເສບ​​ໂດຍ​ຄະນະ​ດົນຕີ​​ເຫີ​ງທົງ.

​ໃນ​ມ້ວນທ້າຍລາຍການມື້​ນີ້, ​ເຊີນ​ຟັງ​ດົນຕີ "ຄ້ານ​ຮວາ​ເຕິ​່ງ" "ຊົມໂຄມ​ໄຟ" ເສບ​​ໂດຍຄະນະ​ດົນຕີ​​ເຫີ​ງ​ທົງ​ໄທ້​ຊາງ. ດົນຕີ​ນີ້​້​ວາດ​ພາບ​ຄວາມ​ຟົດ​ຟື້ນ​​ໃນ​ບຸນ​ໂຄມ​ໄຟ​ຕອນຄ່ຳ​ມື້​ເພັງ​ເດືອນ​ຈຽງ, ​ໃນ​ຍາມ​ບຸນ​ ​ເຮືອນຫຼັງໃດ​ກໍ​ຕ້ອງແຂວນ​ໂຄມ​ໄຟ​ຢູ່​​ປະຕ​ູ​ເຮືອນ​ເພ່ືອ​ສະຫຼອງບຸນ.

ທ່ານ​ຜູ່​ຟັງ​ທ່ີ​​ໂຄລົບ ລາຍການ​ບັນ​ເທີ​ງນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້ຂໍສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ີ​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ອາທິດ​ໜ້າ, ສະບາຍດີ.