ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 10:15:18    
ຂົວ​ອາ​ກາດ​060531

cri


ຫວ່າງ​ມໍ່ໆ​ນີ້,​ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຂອງ​ທ່ານ​ເລ ກາ​ກັນຍາ ທີ່​ນະຄອນ​ຫຼວງ​ວຽງ​ຈັນ,​ໃນ​ຈົດ​ໝາຍ,​ທ່ານ​ເວົ້າ​ວ່າ,​ແບບຮຽນ​ພາສາ​ຈີນ​ທີ່​ພວກ​ເຮົາ​ໄດ້​ສົ່ງ​ໄປ​ໃຫ້​ທ່ານ​ນັ້ນ,​ທ່ານໄດ້​ຮັບ​ແລ້ວ​ແລະ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ພວກ​ເຮົາ​ຫຼາຍໆ.​ນອກ​ນີ້,​ທ່ານ​ສິງ​ໂຕ​ແຊ່​ຈ່າວ ທີ່​ບ້ານ​ສີ​ມຸງ​ຄຸນ,​ເມືອງ​ໄຊ​ຍະ​ບູ​ລີ,​ແຂວງ​ໄຊ​ຍະ​ບູລີ​ກໍ່​ໄດ້​ຝາກ​ຈົດ​ໝາຍ​ໃຫ້​ພວກ​ເຮົາ​ຂຽນ​ວ່າ,​ນ້ອງ​ເອງ​ກໍ່​ຂໍ​ຂອບ​ໃຈນຳ​ພວກ​ທ່ານ​ຫຼາຍ​ທີ່​ໄດ້​ສົ່ງ​ປື້ມ​ຮຽນ​ພາສາ​ຈີນ​ໃຫ້​ນ້ອງ​ຕາມ​ຄຳ​ຂໍ,​ນ້ອງ​ຈະ​ໃຊ້​ປື້ມ​ແລະ​ແຜ່ນ​ດິດ​ທີ່​ພວກ​ທ່ານ​ສົ່ງ​ໃຫ້​ນັ້ນ​ໃຫ້​ເກີດຜົນສູງ​ສຸດ.​ພວກ​ເຮົາ​ດີ​ໃຈ​ຫຼາຍທີ່​ຜູ້​ຟັງ​ຫຼາຍ​ຄົນ​ໄດ້​ຮັບ​ແບບ​ຮຽນ​ພາສາ​ຈີນ​ທີ່​ພວກ​ເຮົາ​ສົ່ງ​ໄປ​ນັ້ນ,​ພວກ​ເຮົາຫວັງ​ວ່າ​ແບບ​ຮຽນ​ຂອງ​ພວກ​ເຮົາ​ຄົງ​ຈະ​ຊ່ອຍ​ເຫືຼອ​ການ​ຮຽນ​ພາ​ສາ​ຈີນ​ຂອງ​ທ່ານ​ຮັບ​ຜົນ​ປະ​ໂຫຍດ,​ສ່ວນ​ເພື່ອນ​ມິດ​ຜູ້​ຟັງ​ທີ່​ສົນ​ໃຈ​ນຳ​ການ​ຮຽນພາ​ສາ​ຈີນ​ນັ້ນ,​ຖ້າທ່ານ​ຢາກ​ໄດ້ແບບ​ຮຽນ​ພາ​ສາ​ຈີນ​ແລະ​ແຜ່ນCD,​ກໍ່​ຂໍ​ໃຫ້​ທ່ານ​ຝາກ​ຈົດ​ໝາຍ​ມາ​ໃຫ້​ພວກ​ເຮົາ,​ຫຼື​ໃຊ້​ວິທີ​ອື່ນໆ​ຕິດ​ຕໍ່​ກັບ​ພວກ​ເຮົາ,​ພວກ​ເຮົາ​ກໍ່​ຈະ​ຝາກ​ແບບ​ຮຽນ​ໄປ​ໃຫ້​ທ່ານ​ໂລດ.​ໃນ​ຕອນ​ມ້ວນ​ທ້າຍ,​ພວກ​ເຮົາ​ຂໍ​ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່​ເພື່ອນ​ມິດ​ຜູ້​ຟັງ​ທັງ​ຫຼາຍ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ເພງ​ນີ້​ຊື່​ວ່າ​"ທົງ​ຮວ້າ",​ແປ​ວ່າ​"ນິທານ​ເດັກ",​ຫວັງ​ວ່າ​ທ່ານ​ມັກຟັງ.