ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-01 11:38:27    
ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ(ສຽງ)

cri Author: shuo

​​​​​​​
ປະຈຸບັນນີ້,ນັກສຶກສາຕ່າງປະເທດທີ່ຮຽນຢູ່ຈີນຫຼາຍຄົນພວມຂຸ້ນນຳການຍົກລະດັບ
ພາສາຈີນຂອງຕົນໃຫ້ສູງຂຶ້ນ,ເພື່ອເຂົ້າຮ່ວມການສອບເສັງລະດັບພາສາຈີນທີ່ຈະຈັດ
ຂຶ້ນຢູ່ແຫ່ງຕ່າງໆຂອງຈີນຫຼາຍເດືອນຂ້າງໜ້າ.ຕາມຊາບວ່າ,ໃນຫຼາຍປີມານີ້,ຄົນຕ່າງ
ປະເທດນັບມື້ນັບຫຼາຍໄດ້ຮັບຮູ້ແລະນິຍົມການ​ສອບ​ເສັງ​ລາຍ​ນີ້.

ການສອບເສັງລະດັບພາສາຈີນຊາວຕ່າງປະເທດເອີ້ນຫຍໍ້ວ່າການສອບເສັງHSKແມ່ນ
ການສອບເສັງແບບມາດຖານລະດັບຊາດທີ່ຈີນຈັດຂຶ້ນເພື່ອກວດສອບລະດັບພາສາຈີນ
ຂອງຜູ້ທີ່ພາສາແມ່ບໍ່ແມ່ນພາສາຈີນ,ມີລັກສະນະຄືກັນກັບການສອບເສັງTOEFLແລະ
GREຂອງອາເມລິກາ.ຄະແນນການສອບເສັງລາຍນີ້ແບ່ງເປັນ11ຂັ້ນ,ໄດ້ຂັ້ນແຮ່ງສູງກໍ
ໝາຍຄວາມວ່າລະດັບພາສາຈີນແຮ່ງສູງ.

ທ່ານນາງວາງລູ້ຈ່ຽງ ສາດສະດາຈານມະຫາວິທະຍາໄລພາສາສາດປັກກິ່ງໄດ້ເຮັດວຽກ
ກ່ຽວກັບການສອບເສັງລະດັບພາສາຈີນເປັນເວລາດົນນານ.ນາງຫວນຄືນວ່າ,ໃນເວລາ
ຈີນຈັດການສອບເສັງລະດັບພາສາຈີນຄັ້ງທຳອິດໃນປີ1990,ມີແຕ່2ພັນກວ່າຄົນເຂົ້າຮ່ວມ,
ແຕ່ມາຮອດຊູ່ມື້ນີ້,ແມ່ນຕ່າງເກົ່າໝົດ.ນາງເວົ້າວ່າ:"ກ່ອນກາງຊຸມປີ90ສະຕະວັດແລ້ວນີ້,
ຜູ້ເຂົ້າຮ່ວມການເສັບເສັງສ່ວນຫຼາຍແມ່ນນັກສຶກສາທີ່ພວມຮຽນພາສາຈີນຢູ່ມະຫາວິທະ
ຍາໄລຂອງຈີນແລະຕ່າງປະເທດ.ຫຼັງຈາກເຂົ້າສູ່ສະຕະວັດທີ21ແລ້ວ,ນອກຈາກນັກສຶກ
ສາມະຫາວິທະຍາໄລແລ້ວ,ນັກຮຽນຂັ້ນປະຖົມແລະມັດທະຍົມຜູ້ຮຽນພາສາຈີນກໍໄດ້ເຂົ້າ
ຮ່ວມການສອບເສັງດັ່ງກ່າວ.ນອກນີ້,ຜູ້ຮຽນພາສາຈີນເອົາເອງກໍພາກັນເຂົ້າຮ່ວມການ
ສອບເສັງ,ເພື່ອກວດກາໝາກຜົນການຮ່ຳຮຽນພາສາຈີນຂອງຕົນ.ນັບມາຮອດປີ2005,
ນັບລວມແລ້ວ,ຍອດຈຳນວນຄົນທີ່ເຂົ້າຮ່ວມການສອບເສັງລະດັບພາສາຈີນໄດ້ບັນລຸ
ເກືອບ5ແສນເທື່ອຄົນແລ້ວ."

ທ່ານນາງວາງລູ້ຈ່ຽງຍັງແນະນຳວ່າ,ປະຈຸບັນນີ້,ຢູ່34ປະເທດແລະເຂດແຄ້ວນໃນທົ່ວ
ໂລກ,ມີບ່ອນສອບເສັງລະດັບພາສາຈີນ150ກວ່າແຫ່ງ,ທັງນີ້ເຮັດໃຫ້ຜູ້ຮຽນພາສາຈີນ
ໃນປະເທດຕ່າງໆໄດ້ເຂົ້າຮ່ວມການສອບເສັງດັ່ງກ່າວຢ່າງສະດວກ.ຕາມໄດ້ຊາບ,ເມື່ອ
ມີປະກາດຊະນີຍະບັດລະດັບພາສາຈີນທີ່ສົມຄູ່ກັນແລ້ວ,ຄົນຕ່າງປະເທດກໍຮ້ອງຂໍເຂົ້າ
ຮັບການສຶກສາຢູ່ໃນໂຮງຮຽນປະເພດຕ່າງໆຂອງຈີນ,ຕົວຢ່າງຄື ເມື່ອເສັງໄດ້ເຖິງຂັ້ນ
3ຂຶ້ນໄປແລ້ວ,ກໍຈະໄດ້ເຂົ້າຮຽນວິຊາສະເພາະປະເພດວິທະຍາສາດ ການຊ່າງແລະ
ກະສິກຳຢູ່ໂຮງຮຽນຊັ້ນສູງຂອງຈີນ,ເມື່ອເສັງໄດ້ເຖິງຂັ້ນ6ຂຶ້ນໄປແລ້ວ,ກໍຈະໄດ້ເຂົ້າຮຽນ
ວິຊາປະເພດວັນນະຄະດີແລະປະຫວັດສາດຢູ່ໂຮງຮຽນຊັ້ນສູງຂອງຈີນ.

ຕາມແນະນຳວ່າ,ໃນຫຼາຍປີມານີ້,ຈຸດປະສົງຂອງຄົນຕ່າງປະເທດທີ່ຮຽນພາສາຈີນໄດ້
ຈາກຄວາມສົນໃຈລ້ວນໆຫັນໄປສູ່ການກະກຽມເພື່ອມາຮ່ຳຮຽນ ດຳລົງຊີວິດຫຼືເຮັດ
ວຽກຢູ່ຈີນໃນພາຍໜ້າ,ໃນໝູ່ນັກສຶກສາຍີ່ປຸ່ນແລະສ.ເກົາຫຼີທີ່ຮຽນຢູ່ຈີນມີເຄິ່ງໜຶ່ງຂຶ້ນ
ໄປເຂົ້າຮ່ວມການສອບເສັງລະດັບພາສາຈີນແມ່ນເພື່ອຫາວຽກເຮັດຢູ່ຈີນ.ທ່ານຫຼີມູນ
ຄິວ ຄົນເກົາຫຼີໃຕ້ກໍແມ່ນຜູ້ໜຶ່ງ.ທ່ານບອກນັກຂ່າວວ່າ,ເສັງໄດ້ປະກາດຊະນີຍະບັດ
ລະດັບພາສາຈີນບໍ່ພຽງແຕ່ຢັ້ງຢືນຜົນງານຂອງຕົນໃນໄລຍະຮຽນຢູ່ຈີນທໍ່ນັ້ນ,ຫາກຍັງ
ຈະຊ່ອຍຫາວຽກເຮັດງານທຳໃນພາຍໜ້າອີກດ້ວຍ.ທ່ານເວົ້າວ່າ:"ປະຈຸບັບນີ້,ມີຄົນສ.
ເກົາຫຼີຫຼວງຫຼາຍເວົ້າພາສາຈີນເປັນ,ໃນເວລາບໍລິສັດສ.ເກົາຫຼີຢາກຮູ້ວ່າ ຜູ້ນີ້ເວົ້າພາ
ສາຈີນເກັ່ງບໍ່ນັ້ນ,ເບິ່ງຄະແນນການສອບເສັງລະດັບພາສາຈີນກໍໄດ້ແລ້ວ."

ນັກຂ່າວໄດ້ຊາບຈາກຂະແໜງຄຸ້ມຄອງການສິດສອນພາສາຈີນຕໍ່ຕ່າງປະເທດວ່າ,ໃນ
ຫຼາຍປີມານີ້,ຜູ້ເຂົ້າຮ່ວມການສອບເສັງລະດັບພາສາຈີນໄດ້ເພີ່ມຂຶ້ນ30%ຂຶ້ນໄປຕໍ່ປີ.
ການທີ່ມີຄົນຈຳນວນຫຼວງຫຼາຍເຂົ້າຮ່ວມການສອບເສັງດັ່ງກ່າວ,ສຳຄັນແມ່ນຍ້ອນ
ເສດຖະກິດຂອງຈີນພັດທະນາຢ່າງວ່ອງໄວແລະການໄປມາຫາສູ່ກັນລະຫວ່າງຈີນກັບ
ປະເທດອື່ນໆເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ອັນໄດ້ເຮັດໃຫ້ການນຳໃຊ້ພາສາຈີນມີຄຸນຄ່າສູງ
ຂຶ້ນ,ສະຖິຕິລາຍໜຶ່ງສະແດງໃຫ້ເຫັນວ່າ,ຢູ່ເຢຍລະມັນ,ພາສາຈີນໄດ້ກາຍເປັນວິຊາທີ່
ຕ້ອງສອບເສັງຂອງໂຮງຮຽນມັດທະຍົມໃນຫຼາຍລັດ;ຢູ່ອັງກິດ,ພາກສ່ວນການສຶກສາ
ໄດ້ຈັດວາງໂຄງຮ່າງສິດສອນພາສາຈີນໃຫ້ໂຮງຮຽນມັດທະຍົມ;ຢູ່ອິນໂດເນເຊຍ,ພາກ
ສ່ວນການສຶກສາມີແຜນຕັ້ງຫຼັກສູດພາສາຈີນຢູ່ໃນໂຮງຮຽນມັດທະຍົມ8ພັນກວ່າຫຼັງໃນ
ທົ່ວປະເທດພາຍໃນສອງປີ.

ເພື່ອສົ່ງເສີມໃຫ້ນັກສຶກສາຕ່າງປະເທດຮຽນພາສາຈີນແລະເຂົ້າໃຈວັດທະນະທຳຂອງ
ຈີນ,ລັດຖະບານຈີນຍັງໄດ້ຕັ້ງທຶນສຶກສາHSKສຳລັບຜູ້ທີ່ເສັງໄດ້ຄະແນນດີເລີດໃນການ
ສອບເສັງລະດັບພາສາຈີນໂດຍຈຳເພາະ.ໃນໄລຍະຮຽນຢູ່ຈີນ,ຜູ້ໄດ້ຮັບທຶນລາງວັນບໍ່
ພຽງແຕ່ບໍ່ຕ້ອງເສຍຄ່າຕ່າງໆ ເຊັ່ນ ຄ່າຈົດທະບຽນ ຄ່າຮຽນແລະຄ່າເຊົ່າຫໍພັກທໍ່ນັ້ນ,
ຍັງຈະໄດ້ຮັບເງິນລາງວັນເດືອນລະ1ພັນກວ່າຢວນ.

ໃນຂະນະທີ່ມີຄົນນັບມື້ນັບຫຼາຍເຂົ້າຮ່ວມການສອບເສັງລະດັບພາສາຈີນນັ້ນ,ຜູ້ເຂົ້າ
ຮ່ວມການສອບເສັງທີ່ມາຈາກປະເທດແລະເຂດແຄ້ວນຕ່າງກັນກໍໄດ້ສະເໜີວ່າ,ການ
ສອບເສັງລະດັບພາສາຈີນມີຂໍ້ຂາດຕົກບົກຜ່ອງໃນຫຼາຍດ້ານ ເຊັ່ນ ລັກສະນະສະ
ເພາະທີ່ແນໃສ່ນັກສຶກສາທີ່ຕ່າງກັນບໍ່ຫຼາຍປານໃດ,ຈຶ່ງຍາກທີ່ຈະຕອບສະໜອງຄວາມ
ຮຽກຮ້ອງຂອງຜູ້ເຂົ້າຮ່ວມການສອບເສັງໃນຂົງເຂດຕ່າງກັນ.ໂດຍແນໃສ່ບັນຫາດັ່ງ
ກ່າວ,ພາກສ່ວນທີ່ກ່ຽວຂ້ອງຂອງຈີນພວມຄົ້ນຄວ້າການສອບເສັງລະດັບພາສາຈີນທີ່
ແນໃສ່ພາກພື້ນຕ່າງກັນ,ໃນນັ້ນລວມທັງການສອບເສັງສະບັບແນ່ໃສ່ພາກພື້ນອາເມລິ
ກາເໜືອ ຍີ່ປຸ່ນແລະສ.ເກົາຫຼີ,ຍັງມີການສອບເສັງທີ່ກວດສອບລະດັບພາສາຈີນຂອງ
ລູກຫຼານຊາວຈີນຕ່າງດ້າວເປັນຕົ້ນ.ບຸກຄົນໃນຂະແໜງການກ່າວວ່າ,ຕໍ່ໄປພາຍໜ້າ,
ການສອບເສັງລະດັບພາສາຈີນໃນພາຍໜ້າຕ້ອງສ່ອງແສງໃຫ້ເຫັນລະດັບພາສາຈີນ
ອັນແທ້ຈິງຂອງຜູ້ເຂົ້າຮ່ວມການສອບເສັງຢ່າງໄວ້ໃຈໄດ້ກວ່າເກົ່າ ບັງເກີດຜົນກວ່າເກົ່າ
ແລະຖືກຕ້ອງກວ່າເກົ່າ.

ນອກນີ້,ຕາມໄດ້ຊາບ,ເພື່ອເຮັດໃຫ້ການສອບເສັງລະດັບພາສາຈີນມີວິຊາສະເພາະ
ຫຼາຍກວ່າເກົ່າ,ຈີນຍັງມີແຜນຈະຈັດໃຫ້ມີການສອບເສັງທີ່ແບ່ງປະເພດຕາມອາຊີບ ຄື
ປະເພດການຄ້າ ການທ່ອງທ່ຽວແລະເລຂາ.ເມື່ອທຽບໃສ່ການສອບເສັງລະດັບພາສາ
ຈີນໃນປະຈຸບັນແລ້ວ,ການສອບເສັງຕາມວິຊາສະເພາະມີຄວາມແຕກຕ່າງກັນໃນດ້ານ
ຕັ້ງຂັ້ນຄະແນນ,ແລະຂໍ້ສອບກໍຍາກກວ່າ.ທ່ານນາງຫຼີສຽວຊີ ຜູ້ຮັບຜິດຊອບແຕ່ງຂໍ້
ສອບລະດັບພາສາຈີນ ສະບັບການຄ້າບອກນັກຂ່າວວ່າ,ປະຈຸບັນ,ການສອບເສັງດັ່ງ
ກ່າວໄດ້ແບ່ງເປັນຫ້າຂັ້ນ.

ນາງເວົ້າວ່າ:"ຂັ້ນທີໜຶ່ງສຳລັບຜູ້ທີ່ຍັງບໍ່ທັນມີຄວາມສາມາດທີ່ໃຊ້ພາສາຈີນເຮັດວຽກ
ການຄ້າ;ຂັ້ນສຸດທ້າຍແມ່ນສຳລັບຜູ້ທີ່ສາມາດໃຊ້ພາສາຈີນເຮັດວຽກການຄ້າອ່າວຊຳ
ນານ.ບົດສອບເສັງແບ່ງເປັນສອງພາກສ່ວນ,ຄື ຂໍ້ສອບພາວະວິໄສສຳຄັນແມ່ນກວດ
ສອບການຟັງ ການອ່ານແລະຄວາມເຂົ້າໃຈ;ຂໍ້ສອບອັດຕະວິໄສສຳຄັນແມ່ນຄວາມ
ສາມາດແຕ່ງບົດແລະການປາກເວົ້າ,ນັບລວມເຂົ້າກັນແລ້ວບົດສອບດັ່ງກ່າວຕ້ອງການ
ໃຊ້ເວລາ150ນາທີ.ເມື່ອເບິ່ງສະພາບການຄົ້ນຄວ້າແຕ່ງບົດສອບໃນປະຈຸບັນແລ້ວເຫັນ
ວ່າ,ຜູ້ທີ່ເສັງໄດ້ຂັ້ນ3ຂອງHSKຫຼືຜູ້ມີລະດັບເທົ່າກັບຂັ້ນ3,ເໝາະສຳລັບເຂົ້າຮ່ວມການ
ສອບເສັງນີ້."

ເພື່ອນຜູ້ຟັງ,ດຽວນີ້ທ່ານກຽມຫຼືກຳລັງຽນພາສາຈີນບໍ່?ເມື່ອໄດ້ຟັງລາຍການມື້ນີ້ແລ້ວ,
ທ່ານມີຄວາມສົນໃຈນຳການສອບເສັງລະດັບພາສາຈີນຂອງຈີນບໍ່?ຖ້າທ່ານຢາກຮູ້
ເນື້ອໃນທີ່ກ່ຽວຂ້ອງລະອຽດກວ່ານີ້,ເຊີນທ່ານເຂົ້າກວດໃນເວັບໄຊຝ່າຍທາງ ຄື
www.hsk.org.cn.