ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ປີນີ້ແມ່ນປີສ້າງຕັ້ງສະຖານີວິທະຍຸສາກົນແຫ່ງປະເທດຈີນຄົບຮອບ 65 ປີ. ຖືໂອກາດນີ້ ວິທະຍຸພວກເຮົາໄດ້ຈັດໃຫ້ມີການເສັງຄວາມຮູ້ກ່ຽວກັບປະຫວັດຂອງວິທະຍຸສາກົນແຫ່ງປະເທດຈີນ. ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່າປະຫວັດສະໄໝຫາກໍ່ສ້າງພາລະກິດວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນສູ່ທ່ານຟັງ.
ກ່ອນຈະເລີ່ມຕົ້ນລາຍການ, ຂ້າພະເຈົ້າຈະຕັ້ງຄຳຖາມສອງຂໍ້ກ່ອນໃນການເສັງຄວາມຮູ້ເທື່ອນີ້: ຂໍ້ທີໜຶ່ງ ໂຄສົກຜູ່ທຳອິດຂອງວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນຊື່ຫຍັງ? ຂໍ້ທີສອງ ເມື່ອເດືອນເມສາປີ 1950, ສະຖານີວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນໄດ້ປ່ຽນຊື່ວ່າແນວໃດ?
ເມື່ອຕົ້ນຊຸມປີ 40 ສະຕະວັດທີ່ແລ້ວ ຈີນພວມຢູ່ໃນໄລຍະຕໍ່ຕ້ານການຮຸກຮານຂອງລັດທິລັດຖະທະຫານຍີ່ປຸ່ນ, ພັກກອມມູນິດຈີນແລະກອງປະກອບອາວຸດທີ່ນຳພາໂດຍພັກດັ່ງກ່າວ ໄດ້ເປັນກຳລັງຫຼັກແຫຼ່ງຂອງການຕໍ່ຕ້ານຍີ່ປຸ່ນ. ຢູ່ເມືອງອຽນອານ ທາງພາກຕາເວັນຕົກສຽງເໜືອຂອງຈີນ ເຊິ່ງແມ່ນທີ່ຕັ້ງຂອງສູນກາງພັກກອມມູນິດຈີນ, ພັກກອມມູນິດຈີນໄດ້ສ້າງຕັ້ງສະຖານີວິທະຍຸກະຈາຍສຽງຊິນຮວາອຽນອານ, ຮຽກຮ້ອງໃຫ້ວົງການຕ່າງໆໃນສັງຄົມຈີນແລະຕ່າງປະເທດພ້ອມກັນຕໍ່ຕ້ານຍີ່ປຸ່ນ. ວັນທີ 3 ທັນວາປີ 1941, ສະຖານີວິທະຍຸກະຈາຍສຽງແຫ່ງນີ້ໄດ້ເລີ່ມກະຈາຍສຽງດ້ວຍພາສາຍີ່ປຸ່ນເປັນຄັ້ງທຳອິດ, ຊື່ສະຖານີແມ່ນ XNCR, ກະຈາຍສຽງຕໍ່ກອງທະຫານຍີ່ປຸ່ນທີ່ຮຸກຮານຈີນ, ໂຄສົກຜູ່ທຳອິດແມ່ນທ່ານນາງຮາຣາ ກີໂຢຊີ ນັກລົບຄັດຄ້ານສົງຄາມຂອງຍີ່ປຸ່ນ ເຊິ່ງເຖິງແກ່ກຳແລ້ວ. ເຖິງວ່າ ຫ້ອງອອກອາກາດໃນຄາວນັ້ນພຽງແຕ່ແມ່ນຖ້ຳທີ່ງ່າຍໆບໍ່ມີຫຍັງ ແລະກຳລັງຍິງສົ່ງກໍ່ມີແຕ່ 300 ວັດທໍ່ນັ້ນ, ແຕ່ກໍ່ແມ່ນເລີ່ມແຕ່ມື້ນັ້ນເປັນຕົ້ນມາ, ຢູ່ເທິງອາກາດຂອງຈີນກໍ່ເລີ່ມມີການກະຈາຍສຽງດ້ວຍພາສາຕ່າງປະເທດທີ່ກະຈາຍຕໍ່ຊາວຕ່າງປະເທດ. ພາຍຫຼັງມາ, ວັນທີ 3 ທັນວາປີ 1941 ໄດ້ຖືກກຳນົດເປັນມື້ກຳເນີດຂອງພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງຈີນ.
ທ່ານລູ້ຢູຟູ້ ຊາວຈີນທີ່ອາໄສຢູ່ຍີ່ປຸ່ນແລະກັບຄືນປະເທດເມື່ອຊຸມປີ 50 ສະຕະວັດທີ່ແລ້ວ ໄດ້ເຮັດວຽກຢູ່ພະແນກພາສາຍີ່ປຸ່ນວິທະຍຸສາກົນແຫ່ງປະເທດຈີນມາຫຼາຍປີ, ແລະຮູ້ຈັກສະພາບການເລີ່ມຕົ້ນວຽກງານກະຈາຍສຽງດ້ວຍພາສາຍີ່ປຸ່ນເປັນຢ່າງດີ. ທ່ານລູ້ຢູຟູ້ທີ່ອາຍຸເກືອບ 70 ປີແລ້ວເວົ້າວ່າ:
ທ່ານນາງຮາຣາ ກີໂຢຊີໄດ້ໃຊ້ສຽງຂອງຕົນບອກໃຫ້ຄົນຍີ່ປຸ່ນຮູ້ຈັກຄວາມຈິງຂອງສົງຄາມ, ວິທະຍຸກະຈາຍສຽງໄດ້ເກີດຜົນສະທ້ອນຕໍ່ຄົນຫຼວງຫຼາຍ. ພາຍຫຼັງມາ ຜູ່ຊ່ຽວຊານຍີ່ປຸ່ນຫຼາຍໆຄົນທີ່ມາເຮັດວຽກຢູ່ວິທະຍຸສາກົນແຫ່ງປະເທດຈີນ ລ້ວນແຕ່ເຄີຍເປັນທະຫານຍີ່ປຸ່ນ. ໃນນັ້ນ ມີບາງຄົນໄດ້ສະຫວາມິພັກຕໍ່ຈີນເອງໃນສົງຄາມ.
ພາຍຫຼັງສົງຄາມຕໍ່ຕ້ານຍີ່ປຸ່ນໄດ້ຮັບໄຊຊະນະແລ້ວ, ພັກກອມມູນິດຈີນໄດ້ນຳພາ ປະຊາຊົນດຳເນີນການຕໍ່ສູ້ຍາດແຍ່ງການປົດປ່ອຍແລະປະຊາທິປະໄຕ. ວິທະຍຸກະຈາຍສຽງຊິນຮວາອຽນອານທັງອອກອາກາດທັງເຄື່ອນຍ້າຍ, ເມື່ອຕົ້ນປີ 1947 ໄດ້ຍ້າຍໄປເມືອງເຊີ້ແຂວງເຫີໄປທີ່ຫ່າງຈາກປັກກິ່ງບໍ່ໄກປານໃດ. ເດືອນກັນຍາປີດຽວກັນ, ວິທະຍຸກະຈາຍສຽງຊິນຮວາອຽນອານໄດ້ເປີດລາຍການກະຈາຍສຽງດ້ວຍພາສາອັງກິດ. ໂຄສົກພາສາອັງກິດຜູ່ທຳອິດແມ່ນທ່ານນາງເວິ້ຍລິນ, ປີນີ້ເພິ່ນອາຍຸ 82 ປີແລ້ວ. ເມື່ອຫວນຄືນສະພາບໃນຄາວນັ້ນ, ເພິ່ນເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
ໃນຄາວນັ້ນ ຫ້ອງກະຈາຍສຽງໄດ້ຕັ້ງຢູ່ໃນຖ້ຳແຫ່ງນຶ່ງຢູ່ພາກໃຕ້ບ້ານຊ່າເຫີເມືອງເຊີ້ແຂວງເຫີໄປ, ອຸປະກອນໃນຫ້ອງກະຈາຍສຽງງ່າຍທີ່ສຸດ. ຈົນປະຕູກໍ່ບໍ່ມີ, ພຽງແຕ່ມີພົມຂົນແກະທີ່ຕ່ຳແບບຫຍາບໆແຂວນໄວ້ເປັນຜ້າກັ້ງ, ບາງເທື່ອຈົນມີສຽງແບ້ຮ້ອງແລະສຽງໄຫຼ່ແບ້ອອກອາກາດໄປນຳ. ໃນຄາວນັ້ນຍັງບໍ່ມີເຄື່ອງອັດສຽງ, ຄັນອອກອາກາດລາຍການເພງແລະດົນຕີ, ກໍ່ຕ້ອງເຊີນຄະນະສິລະປາກອນມາບັນເລັງຢູ່ໜ້າໄມໂກຼໂຟນໂດຍກົງ.
ໃນເວລາເປີດລາຍການກະຈາຍສຽງພາສາອັງກິດ, ກຳລັງແຮງສົ່ງຂອງວິທະຍຸກະຈາຍສຽງຊິນຮວາອຽນອານໄດ້ບັນລຸ 1 ແສນກິໂລວັດແລ້ວ, ປະເທດອາຊີຄື ອາຊີໃຕ້ແລະອາຊີອາຄະເນເປັນຕົ້ນຟັງໄດ້ຢ່າງຊັດເຈນແລ້ວ, ພາຍໃຕ້ສະພາບທີ່ອາກາດດີ, ຢູ່ເອີລົບແລະທະວີບອາເມລິກາເໜືອກໍ່ຮັບຟັງລາຍການກະຈາຍສຽງຕໍ່ຕ່າງປະເທດຂອງຈີນໄດ້. ຜ່ານຈາກການກະຈາຍສຽງຕໍ່ຕ່າງປະເທດ, ໂລກພາຍນອກໄດ້ຮູ້ຈັກຄວາມເປັນຈິງທີ່ເກີດຂຶ້ນຢູ່ຈີນອ່າວແຈ່ມແຈ້ງ.
ທ່ານຜູ່ຟັງທີ່ໂຄລົບ, ເມື່ອປີ 1949, ໃນເວລາສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນ, ສະຖານີວິທະຍຸກະຈາຍສຽງຊິນຮວາອຽນອານກໍ່ຍ້າຍມາຕັ້ງຢູ່ນະຄອນຫຼວງປັກກິ່ງ, ແລະປ່ຽນຊື່ເປັນວິທະຍຸກະຈາຍສຽງຊິນຮວາປັກກິ່ງ. ທີ່ທ່ານພວມຟັງຢູ່ນີ້ກໍແມ່ນການຖ່າຍທອດສົດພິທີສະຖາປະນາສາທາລະນະລັດປະຊາຊົນຈີນຂອງວິທະຍຸກະຈາຍສຽງຊິນຮວາປັກກິ່ງເມື່ອວັນທີ 1 ຕຸລາປີ 1949.
ຫຼັງຈາກສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນແລ້ວ, ວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນຕັ້ງໜ້າແນະນຳທິດທາງແລະນະໂຍບາຍຂອງລັດຖະບານຈີນ ການພັດທະນາ ການປ່ຽນແປງດ້ານການເມືອງ ເສດຖະກິດ ສັງຄົມແລະດ້ານອື່ນໆ ພ້ອມດ້ວຍການແລກປ່ຽນແລະຮ່ວມມືກັບບັນດາປະເທດຂອງຈີນຕໍ່ປະເທດຕ່າງໆໃນໂລກ, ກາຍເປັນຂົວແຫ່ງການເພີ່ມຄວາມເຂົ້າໃຈກັນແລະຮັດແໜ້ນມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນບັນດາປະເທດ. ພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງຈີນກໍ່ມີການພັດທະນາຫຼາຍກວ່າເກົ່າ, ໂດຍສະເພາະແມ່ນໃນດ້ານພາສາ, ນອກຈາກພາສາຍີ່ປຸ່ນ ພາສາອັງກິດ ແລະ 3 ພາສາທ້ອງຖິ່ນຂອງຈີນທີ່ມີຢູ່ແຕ່ເດີມແລ້ວ, ຍັງໄດ້ເພີ່ມຂຶ້ນອີກຫຼາຍພາສາ.
ເດືອນເມສາປີ 1950, ການກະຈາຍສຽງຕໍ່ຕ່າງປະເທດຂອງຈີນເລີ່ມໃຊ້ຊື່ວິທະຍຸກະຈາຍສຽງປັກກິ່ງ, ພາສາອັງກິດແມ່ນ "Radio Peking", ທີ່ທ່ານພວມຟັງຢູ່ນີ້ແມ່ນສຽງເອີ້ນຊື່ວິທະຍຸໃນຄາວນັ້ນ, ດົນຕີທີ່ໃຊ້ປະກອບແມ່ນທຳນອງເພງ "ຕົ່ງຟ່າງຫົງ" ແປວ່າ "ບົວລະພາແດງ" ທີ່ຊາວຈີນຮ້ອງເປັນເກືອບທຸກຄົນໃນຄາວນັ້ນ. ໃນເດືອນດຽວກັນ, ເພື່ອແນະນຳສະພາບຂອງຈີນໃໝ່ໃນຄາວນັ້ນແລະນະໂຍບາຍການຕ່າງປະເທດສັນຕິພາບທີ່ຕັ້ງຕົວເປັນເອກະລາດ ເປັນເຈົ້າຕົນເອງຂອງຈີນຕໍ່ປະຊາຊົນພາກພື້ນອາຊີອາຄະເນ, ວິທະຍຸກະຈາຍສຽງປັກກິ່ງໄດ້ເປີດລາຍການພາສາຫວຽດນາມ ພາສາໄທ ພາສາອິນໂດເນເຊຍແລະພາສາມຽນມາພ້ອມກັນ, ອັນໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນປະເທດໂລກທີສາມ.
ຮອດປີ 1965, ພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງຈີນໄດ້ທຳການກະຈາຍສຽງດ້ວຍ 27 ພາສາຕ່າງປະເທດ ພາສາຈີນກາງແລະພາສາທ້ອງຖິ່ນຂອງຈີນອີກ 4 ພາສາ, ນັບລວມແລ້ວ ແຕ່ລະມື້ອອກອາກາດ 98 ຊົ່ວໂມງ, ຕົວເລກຄາດໝາຍຕ່າງໆ ເຊັ່ນ ຊະນິດພາສາຕ່າງປະເທດແລະເວລາອອກອາກາດເປັນຕົ້ນ ລ້ວນແຕ່ຢູ່ແຖວໜ້າຂອງໂລກ. ຮອດກາງຊຸມປີ 70 ສະຕະວັດທີ່ແລ້ວ, ພາສາທີ່ກະຈາຍຕໍ່ຕ່າງປະເທດຂອງວິທະຍຸສາກົນແຫ່ງປະເທດຈີນໄດ້ມີເຖິງ 43 ພາສາແລ້ວ.
ທ່ານຜູ່ຟັງທີ່ໂຄລົບ, ເມື່ອປີ 1978, ຄຽງຄູ່ກັບຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ, ພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງຈີນກໍ່ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ໃນລາຍການພາກໜ້າ, ຍິນດີຕ້ອນຮັບທ່ານຕິດຕາມຮັບຟັງບົດທີສອງຂອງລາຍການເສັງຄວາມຮູ້ກ່ຽວກັບປະຫວັດວິທະຍຸສາກົນແຫ່ງປະເທດຈີນເທື່ອນີ້ທີ່ພາດຫົວເລື່ອງວ່າ: ເດີນຜ່ານໄລຍະທາງທີ່ສາຫງ່າລາສີ.
ຕໍ່ໄປ ຂ້າພະເຈົ້າຈະອ່ານຄຳຖາມຂໍ້ທີໜຶ່ງແລະຂໍ້ທີສອງຄືນອີກເທື່ອໜຶ່ງ: ຂໍ້ທີໜຶ່ງ ໂຄສົກຜູ່ທຳອິດຂອງວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນຊື່ຫຍັງ? ຂໍ້ທີສອງ ເມື່ອເດືອນເມສາປີ 1950, ສະຖານີວິທະຍຸກະຈາຍສຽງຕໍ່ຕ່າງປະເທດຂອງຈີນໄດ້ປ່ຽນຊື່ວ່າແນວໃດ? ຈົດໝາຍຕອບໃຫ້ຝາກມາທີ່: LAO SERVICE CRI-13 China Radio International, P.O.BOX4216, Beijing, China. ລະຫັດໄປສະນີ: 100040. ຫຼືທ່ານຈະຝາກມາທາງອີແມວກໍ່ໄດ້, ບ່ອນຝາກອີແມວຂອງພວກເຮົາແມ່ນ: LAOS@CHINABROADCAST.CN. ລາຍການເສັງຄວາມຮູ້ພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ສະບາຍດີ.
|