ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 10:35:55    
ຮູບ​ເງົາ​ເລື່ອງ​ອູ​ຈີ​ພາ​ໃຫ້​ຈີນ​ເອົາ​ໃຈ​ໃສ່​ການ​ຖ່າຍ​ຮູບ​ເງົາ​ທີ່​ທຳ​ລາຍ​ສິ່ງ​ແວດ​ລ້ອມ(ສຽງ)

cri

ຮູບ​ເງົາ​ເລື່ອງ​ອູ​ຈີ​ແມ່ນ​ຮູບ​ເງົາ​ເລື່ອງ​ໃໝ່​ທີ່​ທ່ານ​ເສີນ​ໄຂ​ເກີ່ ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່ສຽງ​ໃນ​ໂລກ​ເປັນ​ຜູ້ນຳສະ​ເໜີ​ໃນ​ຫຼາຍ​ເດືອນກ່ອນ,​ໃນຍາມນັ້ນ​ໄດ້​ມີ​ລາຍຮັບຈາກ​ການ​ຂາຍ​ປີ້200ລ້ານ​ຢວນ.​ແຕ່​ວ່າ,ຫວ່າງ​ມໍ່ໆ​ນີ້,​ຝ່າຍ​ຜະລິດ​ຂອງ​ຮູບ​ເງົາເລື່ອງ​ນີ້ພັດ​ຖືກ​ສື່​ມວນ​ຊົນ​ຂອງ​ຈີນ​ຕຳ​ໜິ​ໂດຍ​ທົ່ວ​ໄປ.​ສາຍ​ເຫດ​ແມ່ນ,​ໃນ​ເວລາ​ຖ່າຍ​ຮູບ​ເງົາເລື່ອງນີ້ຢູ່ໜອງ​ບີ້​ກູ່​ທ່ຽນ​ສື​ຂອງ​ແຂວງ​ຢຸນນານພາກ​ໃຕ້​ຂອງ​ຈີນ,​ໄດ້ທຳລາຍສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດຢູ່ແຫ່ງ​ນັ້ນ​ຢ່າງ​ໜັກໜ່ວງ.​ຄວາມ​ເປັນ​ມາ​ຂອງເລື່ອງ​ນີ້​ເປັນ​ແນວ​ໃດ?​ໃຜ​ຈະລົບ​ລ້າງ​ໄພ​ຊີວະ​ພາບ​ທີ່​ຮູບ​ເງົາ​ເລື່ອງອູ​ຈີ​ກໍ່​ໄວ້?ຂະ​ແໜງ​ການ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ຂອງ​ລັດຖະບານ​ຈີນ​ຈະ​ມີ​ວິທີ​​ແກ້​ໄຂ​ແນວ​ໃດ​ຕໍ່​ເຫດການ​ປະ​ເພດ​ນີ້?​ໃນ​ລາຍການ​ຈີນ​ປັດຈຸບັນ​ພາກ​ນີ້,​ພວກ​​ເຮົາ​ຈະ​ລົມກັບ​ທ່ານ​ກ່ຽວ​ກັບ​ບັນຫາ​ເຫຼົ່າ​ນີ້.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທ່ານ​ພວມ​ຟັງຢູ່​ນີ້​ແມ່ນບົດ​ສົນທະນາຂອງ​ຕົວ​ສະ​ແດງ​ໃນ​ຮູບ​ເງົາ​​ເລື່ອງ​ອູ​ຈີ,ຈຸດ​ຂາຍ​​ໃຫຍ່ກວ່າ​ໝູ່ທີ່​ຮູບ​ເງົາ​ເລື່ອງ​ນີ້​ປະກາດ​​ໃນ​ເວລາ​ເລີ່ມສາຍນັ້ນ​ແມ່ນ​ພາບທີ່ສວຍງາມ.ຕາມ​​ໄດ້​ຊາບ,ພາບ​ສາກ​ລະຄອນ​ຂອງ​ຮູບ​ເງົາ​ເລື່ອງນີ້​ສ່ວນ​ຫຼາຍ​ຖ່າຍ​ຢູ່​ໜອງບີ້​ກູ່​ທ່ຽນສື ​ເຂດທີ​ວທັດ​ທີ່​ມີ​ຊື່ສ​ຽງຂອງ​ແຂວງ​ຢຸນນານ​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ.ໜອງບີ້​ກູ່​ທ່ຽນສືຕັ້ງ​ຢູ່​ເຂດ​ພູດ​ອຍທີ່​ສູງ​ກວ່າໜ້າ​ນ້ຳ​ທະ​ເລ4000​ແມັດ,ນ້ຳ​ໜອງ​ເສາະ​ໃສ​ທີ່​ສຸດ,​ແຄມ​ໜອງ​ເຕັມ​ໄປ​ດ້ວຍ​ດອກ​ກາກະ​​ເລົາທີ່ຫາ​ຍາກ,ຢູ່ອ້ອມແອ້ມໜອງປົກຫຸ້ມ​ໄປ​ດ້ວຍປ່າໄມ້ດຶກ​ດຳ​ບັນ​ທີ່​ຕຶບໜາແລະທົ່ງຫຍ້າທີ່ຂຽວ​ອຸ່ມ​ທຸ່ມ.

ແຕ່ວ່າ,ຍ້ອນວ່າ​ໜ່ວຍ​ຖ່າຍຮູບ​ເງົາ​ເລື່ອງ​ອູ​ຈີ​​ໄປ​​ແຫ່ງ​ນັ້ນ,ໜອງ​ທ່ຽນ​ສື​ອັນ​ສວຍງາມ​​ໄດ້​ປະສົບ​ໄພ​ຖືກທຳລາຍ.ນັກ​ຂ່າວ​ໄດ້​ເຫັນ​ວ່າ,ປະຈຸ​ບັນ,​ຢູ່ແຫ່ງ​ນັ້ນ​ບໍ່ພຽງ​ແຕ່ເຕັມ​ໄປ​ດ້ວຍຂີ້​ເຫຍື້ອ​ຄື​ແອບ​ເຂົ້າ,​ຂວດເຫຼົ້າ,ຖົງ​ປຼາ​ສະຕິ​ກ,​ເສື້ອ​ກັນ​ຝົນ​ເປັນ​ຕົ້ນ​ເທົ່າ​ນັ້ນ,ພ້ອມ​ກັນ​ນັ້ນ,​​ເພື່ອ​ຄວາມ​ຕ້ອງການ​ໃນ​ການຈັດ​ວາງສາກ​ຫຼັງ,​ໃນ​ໜອງ​ທ່ຽນ​ສື​ຍັງ​ຖືກ​ຕອກ​ຫຼັກ100ກວ່າ​ເສົາ;ດອກ​ກາກະ​ເລົາ​ພູ​ສູງ​ແຜ່ນ​ໜຶ່ງ​ໃນ​​ເຂດ​ຫ້າມ​ປ້ຳ​ຂອງໜອງ​ທ່ຽນ​ສືຖືກຊວ້ານ​ໃຫ້​ຮາບ​ພຽງ;​ໂຄງ​ຮ່າງ​ເບ​ຕົງ​ແຫ່ງ​ໜຶ່ງ​ທີ່​ສູງ10ກວ່າ​​ແມັດ,ລວງກວ້າງ40ກວ່າ​​ແມັດ​ຕັ້ງ​ຢູ່​ແຄມ​ໜອງ.

ການ​ປ່ຽນ​ແປງ​ຂອງ​ເຂດ​ທີ​ວທັດ​ທ່ຽນສື,ພາ​ໃຫ້ຂອງ​ຊາວບ້ານຢູ່​ແຫ່ງ​ນັ້ນບໍ່ພໍ​ໃຈ​ຢ່າງຮຸ​ນ​ແຮງ​.ພາຍຫຼັງ​​ສື່​ມວນ​ຊົນລາຍ​ງານ​ຂຈ່າວ​ນີ້​ແລ້ວ,ມວນ​ຊົນ​​ແຫ່ງ​ຕ່າງໆ​ກໍ່​ພາກັນເຂົ້າ​ຮ່ວມ​ຖັນ​ແຖວ​​ຕຳ​ໜິໜ່ວຍ​ອູ​ຈີ​ທຳລາຍ​ສິ່ງ​ແວ​ດລ້ອມ​ທຳ​ມະ​ຊາດ.ທ່ານ​ນາງ​ຫຼີຮ້າວ ​ໄທ​ເມືອງ​ປັກ​ກິ່ງ​ຜູ້​ໜຶ່ງ​​ເວົ້າ​ວ່າ:

"ໜອງ​ບີ້​ກູ່​ທ່ຽນ​ສື​ແມ່ນໜອງ​ທຳ​ມະ​ຊາດ,ດຽວ​ນີ້​​​ເຈົ້າ​ໄປທຳລາຍ​ມັນ,ຈະ​ຟື້ນ​ຟູ​ເປັນ​ສະພາບ​ເດີນ​ດ້ວຍ​ກຳລັງ​ຄົນ​ບໍ່​ໄດ້​ດອກ.ຂ້າພະ​ເຈົ້າ​ຄຽດ​​ແຄ້ນ​ທີ່​ສຸດ​ນັ້ນ​ແມ່ນ​ທ່າ​ທີຕໍ່​ທຳ​ມະ​ຊາດຂອງໜ່ວຍ​ຖ່າຍຮູບ​ເງົາ​ໜ່ວຍນີ້​,​​ພວກ​ເຂົາ​ເຈົ້າ​ໃຊ້​ທິວ​ທັດ​ທຳ​ມະ​ຊາດ​ພຽງ​ແຕ່​ເພື່ອ​ຮັບ​ໃຊ້​ໜ້າ​ກ້ອງ​ຂອງ​ຕົນ​ເທົ່າ​ນັ້ນ,​ເຫັນ​​ແກ່​ຕົວ​ແທ້ໆ​!"

ຕາມ​ໄດ້​ຊາບ,ພາຍຫຼັງ​ໜ່ວຍຖ່າຍຮູບ​ເງົາ​ອູ​ຈີ​ຖ່າຍຮູບ​ເງົາ​ແລ້ວໆ,ບໍ່​​ໄດ້ບູລະນະ​​ເຂດ​ທີວທັດທີ່​ຖືກ​ທຳລາຍ,ພຽງ​ແຕ່​ມອບ​ໝາຍ​ໃຫ້ຂະ​ແໜງ​ການ​ອົງການ​ປົກຄອງ​​ຢູ່ແຫ່ງ​ນັ້ນ​ເຮັດ​ວຽກຊຳລະ​ຕາມຫຼັງ​ເທົ່າ​ນັ້ນ,ສ່ວນວ່າ​ທຶນຮອນ​ທີ່​ຕ້ອງການນັ້ນ​ກໍ່​ແມ່ນມາ​ຈາກ​ໄມ້​ທ່ອນ,ອຸປະກອນ​ເຫຼັກ​ກ້າ​​​ແລະ​ອຸປະກອນທີ່​ກ່ຽວຂ້ອງ​ເປັນ​ຕົ້ນ​ທີ່​ໃຊ້​ໄດ້​ພາຍຫຼັງ​ມ້າງ​ສາກ​ຫຼັງ​​ແລ້ວ.

ທີ່​ຈິງ​ແລ້ວ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,​ເຫດການ​ກ່ຽວ​ກັບ​ໜ່ວຍ​ຖ່າຍຮູບ​ເງົາ​ທຳລາຍ​ຊີວະ​ພາບ​ທຳ​ມະ​ຊາດ​ໄດ້​ເກີດຂຶ້ນ​ຢູ່​ຈີນ​ເລື້ອຍໆ:ປີ2004,ໜ່ວຍ​ຖ່າຍ​ລະຄອນໂທລະພາບ​"​​ເຊັນ​ຕຽວເຊ່ຍ​ລີ"ຖືກ​ກ່າວ​ຟ້ອງ​ວ່າ​​​​ໃນ​ເວລາ​ຖ່າຍ​ຢູ່​ສວນ​ປ່າ​ໄມ້​ຈິ​ວ​ໄຈ້​ກ່າວ ​ເຂດ​ທີ​ວທັດ​ທີ່​ມີ​ຊື່ສ​ຽງຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນນັ້ນ,​ໄດ້​ທຳລາຍ​ຄັນ​ຄູ​ ​ການ​ຊີ​ອົມ​ຂອງ​ໜອງ​ເທວະ​ດາ​ຢູ່​ແຫ່ງ​ນັ້ນ;ປີ2005,​ເລື່ອງ"ຄວາມ​ຮັກຢູ່​​ເສີນ​ນົງ​​ເຈ້ຍ"ຖືກ​ຕຳ​ໜິວ່າ​ຖິ້ມ​ຂີ້​ເ​ຫຍື້​ອທົ່ວທີບ​ຢູ່​ບ່ອນ​ຖ່າຍ​ສາກ​ທຳ​ມະ​ຊາດ;ປີດຽວກັນ,ໜ່ວຍ​ຖ່າຍຮູບ​ເງົາ​ເລື່ອງ"ຊິງ​ຕ່ຽນຕ້າ​ເຊິ້ງ"​ໄດ້ສ້າງ​ຮູບ​​ເຫັດ​ດ້ວຍ​ຊີມັງຢູ່​ເຂດ​ທີ​ວທັດ​​ເສີນນົງ​​ເຈ້ຍ,​ເຮັດ​ໃຫ້​ຮູບ​ໜ້າດິນ​ຟື້ນ​ຟູ​ຄືນບໍ່​ໄດ້.

ຕໍ່​ປະກົດ​ການ​ທີ່​ການຖ່າຍ​ຮູບ​ເງົາ​ແລະ​ລະຄອນ​ໂທລະພາບ​ທຳລາຍ​ຊີວະ​ພາບ​ທຳ​ມະ​ຊາດ​ໄດ້​ເຫັນຢູ່​ເລື້ອຍໆໃນ​ປັດຈຸ​ບັນ,​ໂດ​ຍສະ​ເພາະ​ແມ່ນ​ເຫດການ​ທີ່​ເຂດ​ທີວທັດທຳ​ມະ​ຊາດ​ໜອງ​ບີ້​ກູ່​ທ່ຽນສື​ຖືກ​ທຳລາຍ,​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​​ເບທ່າວ ຮອງ​ຫົວໜ້າ​ພະ​ແນ​ກ​ນະ​ໂຍບາຍ​ກົດ​ບັນຍັດ​ຂອງ​ກົມ​ໃຫຍ່​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນກ່າວ​ວ່າ,

"​ເຫດການ​ນີ້​​ໄດ້​ສ້າງ​ອຸທາຫອນ​ສອນ​ໃຈ​ຫຼາຍ​ຢ່າງ​ໄວ້​ໃຫ້​ແກ່ພວກ​ເຮົາ,​ເວົ້າສຳ​ລັບ​ຂະ​ແໜງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລ້ວ,ພວກ​ເຮົາ​ຄວນ​ເຂົ້າ​ແຊກ​ລ່ວງ​ໜ້າ​ຢ່າງ​ເປັນ​ເຈົ້າ​ການກວ່າ​ເກົ່າ.ດ້ານ​ອື່ນອີກ​ແມ່ນ​ຫົວໜ່ວຍຖ່າຍ​ທຳ,ພວກ​ເຂົາ​ເຈົ້າ​ຕ້ອງ​ເພີ່ມ​ທະວີ​ສະຕິອະນຸລັກ​ສິ່ງ​ແວດ​ລ້ອມ,ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ.​ໃນ​ຖານ​ເປັນຂະ​ແໜງ​ການ​ຮັບຜິດຊອບ​ຄຸ້ມ​ຄອງ​ຂອງ​ລັດ,ພວກ​ເຮົາ​ຍັງ​ຕ້ອງ​ຄົ້ນຄວ້າ​ແລະ​ວາງ​ມາດ​ຕະການ​ຄຸ້ມ​ຄອງ​ທີ່​ມີລັກສະນະ​ແນ​ໃສ່ບາງ​ຢ່າງ."

ແຕ່​ວ່າ,ທ່ານ​​ເບ​ທ່າວ​ຍັງ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ,ສຳລັບ​ການ​ກະທຳທີ່​ໜ່ວຍ​ຖ່າຍຮູບ​ເງົາ​​ແລະ​ລະຄອນໂທລະພາບ​ຖ່າຍ​ຢູ່​​​ເຂດ​ທີ​ວທັດ,​ແລະ​ເຂດ​ອະນຸລັກ​ທຳ​ມະ​ຊາດ,ບໍ່​ມີ​ຂໍ້​ກຳນົດ​ລະອຽດ​​ໃນ​ກົດ​ບັນຍັດ​ອະນຸລັກ​ສິ່ງ​ແວດ​ລ້ອມ​​ຕະຫຼອດມາ,ຂາດ​ກົນ​​ໄກປະ​ເມີນ​ຜົນ​ສະທ້ອນ​ສິ່ງ​ແວດ​ລ້ອມ.​ເຖິງ​ວ່າ​​ເປັນແນວ​ນີ້ກໍ່ຕາມ,ປະຈຸ​ບັນ,ຜູ້​ຮັບຜິດຊອບ​​ຂອງ​ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງຊາດ​ຈີນ​ແລະກົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຂວງຢຸນນານ​ແລະ​ຜູ້​ຊ່ຽວຊານ​ດ້ານອະນຸລັກ​ສິ່ງ​ແວດ​ລ້ອມທີ່​ຊົງ​ອິດ​ທິພົນ​ກໍໄດ້​ໄປ​ສຳ​ຫຼວດຢູ່​ໜອງ​ບີ້​ກູ່​ທ່ຽນ​ສື​ແລ້ວ,​​ເພື່ອ​ກວດກາ​ແລະ​ປະ​ເມີນ​ສະພາບ​ທຳລາຍ​ຊີວະ​ພາບ​ຢູ່​ແຫ່ງ​ນັ້ນ.

ໃນ​ຂະນະ​ດຽວ​ກັນ,ທ່ານ​ຊິວ​ປາວ​ຊິ່ງ ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ​ຈີນ​​ໄດ້​ບົ່ງ​ຊື່​ຕຳ​ເໜິ​ໜ່ວຍ​ຖ່າຍ​ຮູບ​ເງົາ​ເລື່ອງ​ອູ​ຈີ​ທີ່​ທຳລາຍ​ເຂດ​ທີ​ວທັດ​ທຳ​ມະ​ຊາດ​ຂອງ​ໜອງ​ບີ້​ກູ່​ທ່ຽນ​ສື,​ແລະ​ຮ້ອງ​ຂໍ​​ໃຫ້ກວດກາ​ບ່ອນຖ່າຍຮູບ​ເງົາ​​ແລະ​ລະຄອນ​​ໂທລະພາບ​ຢູ່​ເຂດ​ທີ​ວທັດ​​ແຫ່ງ​ຕ່າງໆ;

"ຖ້າ​ປະກົດ​ເຫັນ​ພວກ​ເຂົາ​ເຈົ້າມີ​ບ່ອນ​ໃດບໍ່​ສອດ​ຄ່ອງ​ກັບແຜນຜັງລວມຂອງ​​ເຂດ​ທີ​ວທັດກໍ່​ສົ່ງ​ໃບ​ແຈ້ງ​ການ,​ໃຫ້​ພວກ​ເຂົາ​ເຈົ້າ​ດັດແກ້​,ຖ້າ​ບໍ່​ປະຕິບັດຕາມ,​ພວກ​ເຮົາ​ກໍ່​ແຈ້ງ​ການ​ຕຳ​ໜິ​ແລະ​ແກ້​ໄຂ​ແລະມ້າງ​ຖິ້ມ​ສິ່ງ​ກໍ່ສ້າງ​ທີ່​ຜິດ​ຂໍ້​ກຳນົດ​ເຫຼົ່າ​ນີ້,​ເພື່ອຮັບປະກັນ​ຊັບພະຍາກອນ​ທີ​ວທັດມໍ​ລະ​ດົກ​ວັດທະນະທຳ​ປະຫວັດສາດບໍ່​​ໃຫ້​ຖືກ​ທຳລາຍ​ຍ້ອນ​ນ້ຳ​ມືຂອງ​ພວກ​ເຮົາ​ໃນ​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ຫັນ​ເປັນອຸດສາຫະກຳ​ຢ່າງ​ວ່ອງ​ໄວ.

ນອກ​ນີ້,ຫວ່າງ​ມໍ່ໆ​ນີ້,ກະຊວງ​ກໍ່​ສ້າງ​ຂອງ​ຈີນ​ໄດ້​ອອກ​ໃບ​ແຈ້ງ​ການ​ສະບັບ​ໜຶ່ງ,ກຳນົດ​ຢ່າງ​ຈະ​ແຈ້ງ​ວ່າ,ອົງການ​ຄຸ້ມຄອງ​​ເຂດ​ທີ​ວທັດຂອງ​ແຫ່ງ​ຕ່າງໆຕ້ອງ​ຫ້າມ​ແລະ​ຈຳກັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ​ຖ່າຍຮູບ​ເງົາ.​​ລະຄອນໂທລະພາບແລະການສະ​ແດງ​ຫົວ​ຂໍ້ຕົ້ນຕໍ​ຂະໜາດ​ໃຫຍ່​ຢູ່​​​ເຂ​ດທີ​ວທັດ​ເປັນ​ຕົ້ນ​ຢ່າງ​ເຂັ້ມ​ງວດ,ຖ້າ​ຕ້ອງ​ດຳ​ເນີນ​ການ​​ເຄື່ອນ​ໄຫວ​ປະ​ເພດ​ນີ້ແທ້,ກໍຕ້ອງ​ດຳ​ເນີນ​ການ​ປະ​ເມີນ​ແລະ​ພິສູດຢ່າງຈິງ​ຈັງ,​ແລະ​ວາງແຜນການ​ອະນຸລັກ,ຮັບ​ປະກັນ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ເຂດ​ທີ​ວທັດ​ໄດ້​ຮັບ​ການ​ອະນຸລັກຢ່າງເຄັ່ງ​ຄັດ.

ຕາມ​ໄດ້​ຊາບ,ປະຈຸ​ບັນ,​ບ່ອນຖືກ​ທຳລາຍ​ຂອງ​ໜອງ​ບີ້​ກູ່​ທ່ຽນສືພວມ​ໄດ້​ຮັບ​ການ​​ບູລະນະ.​ແຕ່​ຜູ້​ຊ່ຽວຊານທີ່​ກ່ຽວ​ຂ້ອງ​ຄາດ​ຄະ​ເນວ່າ,ຖ້າ​​ເຮັດ​ໃຫ້​ແຫ່ງ​ດັ່ງກ່າວ​​ໄດ້​ຮັບ​ການຟື້ນ​ຟູ​ເປັນ​ທີ​ວທັດ​ສວຍງາມຄື​​ເມື່ອ​ກ່ອນ,ຕ້ອງການ​ເວລາ3ຫາ​5ປີ.