ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 14:50:56    
ຈີນ​ແລະ​ຫວຽດ​ນາມ​ຢຸດ​ຕິ​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະ​ມົງ​ຂອງ​ຫວຽດ​ນາມ

cri
ຕາມ​ຂ່າວCRI,​ວັນ​ທີ2ມິຖຸນາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ໄຈ​ຈິວ​ກ່າງ ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ປະ​ກາດ​ວ່າ,​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ,​ວັນ​ທີ2​ມິຖຸ​ນາ​ຈີນ​ຫວຽດ​ນາມ​ໄດ້​ເຊົາ​ຊອກ​ຄົ້ນ​ແລະ​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະ​ມົງ​ທີ່​ປະ​ສົບ​ຄວາມ​ອັນ​ຕະ​ລາຍ​ຂອງ​ຫວຽດ​ນາມ​ຢ່າງ​ຂະໜາດ​ໃຫຍ່​ແລະ​ມີ​ການຈັດ​ຕັ້ງ.

ພ້ອມ​ກັນ​ນັ້ນ,​ທ່ານ​ໄຈ​ຈິວກ່າງ​ຊີ້​ອອກ​ວ່າ,​ຕາບ​ໃດ​ໄດ້​ຮັບຂ່າວ​ທີ່​ກ່ຽວ​ຂ້ອງ,​ພາກ​ສ່ວນ​ຮັບ​ຜິດ​ຊອບ​ວຽກ​ງານ​ເທິງ​ທະ​ເລ​ຂອງ​ຈີນ​ຈະ​ຈັດ​ຕັ້ງກຳ​ລັງ​ເພື່ອ​ກອບ​ກູ້​ອີກ​ເທື່ອ​ໜຶ່ງ.

ຕອນ​ກາງ​ແລະ​ທ້າຍ​ເດືອນ​ພຶດສະ​ພາ,​ຍ້ອນ​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸ​ໄຕ້​ຝຸ່ນ"ຈານ​ຈູ",​ເຮືອ​ຫາ​ປາ​32ລຳ​ແລະ​ຊາວ​ປະມົງ​ຫຼາຍ​ຮ້ອຍ​ຄົນ​ຂອງ​ຫວຽດ​ນາມ​ໄດ້​ປະ​ສົບ​ຄວາມ​ອັນ​ຕະ​ລາຍ​ຢູ່​ເຂດ​ທະ​ເລ​ມໍ່​ເກາະ​ຕົ່ງ​ຊ່າ.​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ຝ່າຍ​ຈີນ​ໄດ້​ດຳ​ເນີນ​ການ​ກອບ​ກູ້​ແບບ​ມະ​ນຸດ​ສະ​ທຳ​ສາ​ກົນ​ຕໍ່​ເຮືອ​ຫາ​ປາ22​ລຳ​ແລະ​ຊາວ​ປະມົງ 300 ກວ່າ​ຄົນ​ຂອງຫວ​ຽດນາມ.ນີ້​ແມ່ນ​ການ​ກອບ​ກູ້​ເທິງ​ທະ​ເລ​ສາກົນ​ທີ່​ມີຂະ​ໜາດ​ໃຫຍ່​ກວ່າ​ໝູ່​ທີ່​ຈີນ​ຈັດ​ຕັ້ງ​ຈົນ​ຮອດ​ປັດ​ຈຸບັນ.