ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 15:51:28    
ມຽນມາ-ປະເທດທີ່ສອດສ່ອງໄປດ້ວຍແສງສະຫວ່າງຂອງພະພຸດທະເຈົ້າ

cri

ມຽນມາແມ່ນນ່ືງໃນຈຳນວນປະເທດວັດທະນະທຳພຸດທະສາສະໜາວິວັດທະນາກ່ວາ
ໝູ່ໃນພາກພື້ນອາຊີອາຄະເນ,ພຸດທະສາສະໜາເຜີຍແຜ່ເຂົ້າມຽນມາໄດ້ສອງພັນກ່ວາປີ
ແລ້ວ,ໃນຈຳນວນປະຊາກອນ 42ລ້ານກ່ວາຄົນໃນທົ່ວປະເທດ ມີ 85%ແມ່ນເຊ່ືອຖື
ພຸດທະສາສະໜາ ແລະວັດທະນະທຳພຸດທະສາສະໜາໄດ້ຈ່ໍຕົວຂື້ນເປັນບົດເລື້ອງທ່ີ
ໂດດເດ່ັນຂອງຕົນຢູ່ມຽນມາ.

ມຽນມາມີຊ່ືງາມນາມມ່ວນເປັນ"ປະເທດພະເຈດີ",ຢູ່ບົນດິນແດນກ້ວາງ6ແສນ7ໝ່ືນ
ແມັດຕານັ້ນ,ມີພະເຈດີຕັ້ງຊ້ອງໆກັນຫຼາຍປານຕົ້ນໄມ້ກາງດົງ,ມີວັດວາອາຮາມຫຼາກ
ຫຼາຍປານໝູ່ດາວຢູ່ເທິງຟ້າ.ມີທາດນ້ອຍໃຫ່ຍຈົນນັບບ່ໍໄຄ່ວ,ບາງລູກສູງບ່ໍພໍທ່ໍໃດແມັດ,
ບາງລູກສູງຕັ້ງຮ້ອຍກ່ວາແມັດກໍມີ,ພະເຈດີບາງລູກແມ່ນຕັ້ງຢູ່ກາງເມືອງ,ບາງລູກກໍຕັ້ງ
ຢູ່ຕາມທ່ົງໄຮ່ທ່ົງນາ, ບາງລູກຕັ້ງຢູ່ເທິງພູແລະງອຍຢູ່ຕະຫ່ິຼງແຄມນ້ຳກໍມີ,ບາງລູກເປັນ
ຮູບສະຫງ່າຜ່າເຜີຍ,ເປັນຮູບງາມປານີດ,ແລະເປັນຮູບສຸພາບຮຽບຮ້ອຍ,ຖ້າຖາມວ່າມີ
ຈຳນວນທ່ໍໃດແທ້,ຄົນມຽນມາຜູ່ໃດກໍ່ບ່ໍຊ່າງຈະຕອບ.

ເຄີຍມີຄົນຄາດຄະເນວ່າ,ຖ້າຫາກເອົາພະເຈດີມາຕັ້ງລຽນເປັນແຖວ ກໍອາດຍາວຮອດ
1567 ກິໂລແມັດ.ໃນຈຳນວນພະເຈດີຈົນນັບບ່ໍຖ້ວນດ່ັງກ່າວນີ້,ພະເຈດີຂື້ນຊ່ືລືຊາກ່ວາ
ໝູ່ແມ່ນພະມະຫາເຈດີຄຳຢູ່ຢາງກຸ້ງ,ເຊ່ິງມີປະຫວັດມາເກີນ2ພັນ 500ປີ,ເວົ້າສຳລັບຄົນ
ມຽນມາແລ້ວ,ພະເຈດີໃຫ່ຍມະຫຶມາດ່ັງກ່າວ,ບ່ໍພຽງແຕ່ແມ່ນຜົນງານສະຖາປະນິກທ່ີສະ
ຫ່ງາລາສີທ່ໍນັ້ນ,ຫາກຍັງແມ່ນສັນຍາລັກຂອງເມືອງພຸດທະສາສະໜາທ່ີມີປະຫວັດສາດ
ອັນດົນນານດ່ັງກ່າວນຳອີກ.ຄົນມຽນມາພາກັນນັບຖືພະເຈດີດ່ັງກ່າວເປັນຖ່ິນສັກກາລະ
ບູຊາຂອງພຸດທະສາສະໜາແລະເປັນສ່ິງເອກອ້າງຂອງຊາດ.ມະຫາເຈດີຄຳຢູ່ຢາງກຸ້ງ,
ກໍຄືທາດພະພຸດຢູ່ອິນໂດເນຊີແລະອັງກໍວັດຢູ່ກຳປູເຈຍ,ໄດ້ກາຍເປັນນ່ືງໃນປູຊະນີຍະ
ສະຖານຢູ່ບົວລະພາທິດທ່ີມີຊ່ືສຽງຮຽງນາມໃນໂລກ.ແລະເປັນແຫຼ່ງທ່ອງ່ທຽວທ່ີນັກທ່ອງ
ທ່ຽວຕ້ອງໄປທຽວຊົມໃຫ້ຈົນໄດ້. ມະຫາເຈດີຄຳແມ່ນຕັ້ງຢູ່ເທິງພູຊີງກູເຕີລາ ເຊ່ິງແມ່ນ
ຈຸດສູງສຸດຢູ່ຢາງກຸ້ງຢ່າງສະຫງ່າຜ່າເຜີຍ,ພະເຈດີດ່ັງກ່າວສູງປະມານ326ຟຸດ,ເປັນຮູບ
ກົມປາຍແຫຼມທ່ີຟອກດ້ວຍຄຳໃບ8688ແຜ່ນ,ແຕ່ລະແຜ່ນມີມູນຄ່າເກີນ500ໂດລາສະ
ຫະລັດ,ຕາມເລ່ົາລືກັນວ່າຄຳທ່ີສະສົມໄວ້ຢູ່ໃນຄັງປະກັນໄພຂອງທະນາຄານອັງກິດກໍ
ຍັງບ່ໍຫຼາຍທ່ໍຄຳທ່ີຟອກມະຫາເຈດີນີ້ອີກຊ້ຳ.ຢູ່ເທິງເຈດີຍັງປະດັບດ້ວຍສັບພະທົນປະ
ເສີດທ່ີເປັນຄຳໝົດທ່ີສູງ 10 ແມັດ,ໜັກ 12,6ໂຕນ, ຢູ່ແຄມສັບພະທົນມີກະດິງຄຳ
1065 ໜ່ວຍ,ກະດິງເງິນ420ໜ່ວຍ,ມີເພັດ5448ແມັດ,ມີເພັດພອຍສີແດງແລະສີຟ້າພ້ອມ
ທັງແກ້ວມະນີເຫືຼອງປະເພດຕ່າງໆ2317ແມັດ,ເທິງຈອມສັບພະທົນຍັງປະດັບໄປດ້ວຍ
ແກ້ວມໍລະກົດໃຫ່ຍໜ່ວຍນ່ືງ, ເມ່ືອມີລົມພັດມາ, ກະດິງເຫົ່ຼານີ້ ກໍຈະດັງເປັນສຽງ"ກ່ິງ
ກ່ອງກ່ິງກ່ອງ"ໄປໄກໆ.

ຢູ່ອ້ອມຮອບພະເຈດີໃຫ່ຍດ່ັງກ່າວ ຍັງມີຮ້ອຍກ່ວາເຈດີນ້ອຍແລະສາລານ້ອຍໃຫ່ຍ,ຢູ່
ໃນສິມພະພຸດທະຮູບ ຍັງມີໄຫຫຼາຍໜ່ວຍທ່ີໃສ່ນ້ຳເຕັມໄຫ,ຕາມເລ່ົາລືກັນວ່າ ຖ້າກິນ
ນ້ຳໃນໄຫນັ້ນ ກໍຈະກຳຈັດປັດເປົ່າໂລຄາພະຍາດໄດ້ໝົດທຸກຢ່າງ, ສະນັ້ນ ໃນແຕ່ລະ
ມື້ຈ່ິງມີຫຼາຍໆຄົນມາກິນ"ນ້ຳສັກສິດ"ຢູ່ແຫ່ງນີ້.ຢູ່ອ້ອມແອ້ມເຈດີຍັງມີພະພຸດທະຮູບ
ຫຼາຍຮູບຫຼາຍແບບຕັ້ງປະດິດສະຖານຢູ່ເປັນແຖວ,ນອກນັ້ນ ຍັງມີຣູບສະຫັຼກຕ່າງໆຄື
ລາດຊະສີໜ້າຄົນແລະຮູບນາກເປັນຕົ້ນຈຳນວນບ່ໍໜ້ອຍ,ຊາວພຸດນອກຈາກຖະຫວາຍ
ດອກໄມ້ແດ່ພະພຸດທະຮູບເຫົ່ຼານີ້ແລ້ວຍັງຕັກນ້ຳມາຫົດສົງພະພຸດທະຣູບ,ແລ້ວນ່ັງຄຸເຂ່ົາ
ປະນົມມືນົບພະພຸດທະຮູບ.

ແຕ່ລະມື້ ມີຜູ່ໄປຊົມແລະໄປນະມັດສະການມະຫາເຈດີຄຳຢູ່ເປັນສາຍຍືດໆຢູ່ບ່ໍຂາດ,
ຢູ່ມຽນມາ ຖ້າຜູ່ໃດເຂົ້າວັດກໍຕ້ອງປົດເກີບ, ເຖິງຈະແມ່ນໃນຍາມຮ້ອນ,ຢູ່ເທິງແຜ່ນຫີນ
ທ່ີຮ້ອນຈົນດາດຕີນ ກໍຕ້ອງເປືອຍຕີນ.ຄົນເຂົ້າວັດແມ່ນຫ້າມບ່ໍໃຫ້ນຸ່ງສົ້ງຂາສັ້ນ,ຜູ່ຍິງ
ຕ້ອງນຸ່ງສິ້ນລ່າມຮອດສົ້ນນ່ອງ,ຖ້າໃຜບ່ໍປະຕິບັດຕາມຮີດເຫົ່ຼານີ້ ກໍຈະຖືກໄລ່ອອກຈາກ
ປະຕູວັດໃນທັນທີ.

ຖ້າຫາກເວົ້າວ່າ ມະຫາເຈດີຄຳຢູ່ຢາງກຸ້ງມີຊ່ືສຽງດ່ົງດັງຍ້ອນຄວາມງາມສະຫງ່າອົງ
ອາດ,ແຕ່ສ່ວນເຈດີຢູ່ເທິງພູໜ່ວຍນ່ືງໃນແຂວງເປກູໃຕ້ ຢູ່ມຽນມານັ້ນ ແມ່ນເຮັດໃຫ້ຄົນ
ຄຶດຢາກໄປເບ່ິງໄປຊົມຍ້ອນຄວາມອັດສະຈັນຢ່າງໜ້າງຶດງ້ໍ.ເຈດີຄຳທີ່ງາມປານີດລູກນີ້
ສູງພຽງ 5ແມັດປາຍທ່ໍນັ້ນ,ແຕ່ພັດສ້າງງອຍຫີນກ້ອນລ້ານໂງ່ນນ່ືງທ່ີສູງ8ແມັດປາຍ,ຫີນ
ໃຫ່ຍກ້ອນນີ້ພັດຕັ້ງຢູ່ແຄມຜາທ່ີສູງຊັນຄືຈ່ັງວ່າຈະກິ້ງລົງມາ.

ນະຄອນຢາງກຸ້ງແມ່ນໝາກຫົວໃຈຂອງມຽນມາເຊ່ິງຕັ້ງຢູ່ກາງເຂດສາມຫ່ຼຽມປາກແມ່
ນ້ຳອີລາວະດີ,ມີທະເລອ້ອມທັງສາມດ້ານ, ມີປະຊາກອນເກືອບ 4ລ້ານຄົນ,ສ່ິງກ່ໍສ້າງ
ແບບເມືອງຂື້ນໃນສະໄໝເກົ່າ,ຖະໜົນທ່ີມີຕົ້ນໄມ້ຂຽວເປັນຮ່ົມ,ຕະຫຼາດທ່ີມີການຊື້ຂາຍ
ອຶກກະທຶກແລະບຶງໜອງທ່ີສະຫງົບດີກໍເປັນສະເໜຈັບໃຈຄົນ.ສ່ວນພະເຈດີນ້ອຍໃຫຍ່
ທ່ີຕັ້ງຊ້ອງໆກັນກໍເປັນການເຕືອນສະຕິໃຫ້ທ່ານຮູ້ຢູ່ທຸກເວລາວ່າ ທ່ານໄດ້ມາຮອດປະ
ເທດພຸດທາະສາສະໜາແລ້ວ.

ຕະຫຼາດໃຫ່ຍກ່ວາໝູ່ຢູ່ຢາງກຸ້ງແມ່ນຢູ່ມ່ໍເຈດີຊູລາດທ່ີຢູ່ຖະໜົນສີວິໄລ,ຢູ່ໃນຫັ້ນ ທ່ານ
ອາດຈະຊື້ຂອງລະລຶກຈຳນວນນ່ືງໄດ້ເຊ່ັນຫີນແກ້ວ ເພັດພອຍ ໄມ້ສະຫັຼກ ເຄ່ືອງຈັກ
ສານແລະອ່ືນໆ.ນອກນັ້ນຍັງໄປກິນອາຫານພື້ນເມືອງລອງເບ່ິງກໍໄດ້, ທັງກິນທັງຊົມທິວ
ທັດສວຍງາມທ່ີພິມເງົາມະຫາເຈດີຄຳຢູໃນນ້ຳໜອງ,ເຮັດໃຫ້ຄົນເຫັນແລ້ວຈົນລືມເມືອ
ບ້ານແທ້ໆໄດ.

ຊີວິດການເປັນຢູ່ຂອງຄົນມຽນມາແມ່ນໜີຈາກແມ່ນ້ຳອີລາວະດີບ່ໍໄດ້, ແມ່ນ້ຳສາຍນີ້
ແມ່ນໄຫຼມາຈາກລານນ້ຳກ້າມຂອງພູຫິມະໄລ ແລ້ວໄຫຼເຂົ້າສູ່ຊີວິດຂອງສາມັນຊົນມຽນ
ມາ ເຊ່ິງໄດ້ບັນທຶກໄວ້ໃນປະຫວັດສາດຫຼາຍພັນປີຂອງມຽນມາ ແລະໃນທ່ີສຸດກໍໄຫຼ
ປ່ອງເຂົ້າທະເລອັນດາມັນ ທ່ີກ້ວາງໃຫ່ຍ, ຖ້າເວົ້າວ່າແມ່ນ້ຳອີລາວະດີ ແມ່ນສາຍຊີວິດ
ຂອງມຽນມາ, ໜອງອິນລີ ກໍແມ່ນເພັດພອຍທ່ີສວຍງາມກ່ວາໝູ່ຢູ່ມຽນມາ,ໜອງອິນລີ
ແມ່ນໜອງຢູ່ເທິງພູພຽງທ່ີງາມກ່ວາໝູ່ຂອງມຽນມາ ເຊ່ິງມີຄວາມຍາວແຕ່ເໜືອຮອດ
ໃຕ້14ກິໂລແມັດ,ກ້ວາງ5ກິໂລແມັດ,ເນື້ອທີ່ໜ້ານ້ຳກ້ວາງປະມານ 67 ກິໂລແມັດຕາ

ຢູ່ມຽນມາ ອາດເວົ້າໄດ້ວ່າ, ພູໜ່ວຍໃດກໍມີວັດ, ພູໜ່ວຍໃດກໍມີທາດ, ແຕ່ວ່າ ທິວທັດ
ທ່ີວ່າຢູ່ເທິງພູມີທາດຫຼາຍປານໝູ່ດາວ,ຢູ່ກ້ອງພູມີທາດຫຼາຍປານກ້ອນເມກ,ທັງນີ້ອາດ
ຈະແມ່ນພູຊີເກ ຢູ່ພາກເໜືອຂອງມຽນມາແລ້ວ. ພູຊີເກ ມີພູສູງຜາຊັນຫຼາຍໜ່ວຍແລະ
ມີໂງ່ນຫີນຫຼາຍຮູບຫຼາຍຊົງ,ທັງພວມໂຫງ້ຍລົງແມ່ນ້ຳອີລາວະດີ, ເມ່ືອຫຼຽວໄປໄກໆ ກໍເຫັນທາດນ້ອຍທາດໃຫ່ຍຢູ່ເທິງພູພິມເງົາລົງໃສ່ນ້ຳ ເຊ່ິງເປັນພາບວິວທິວທັດອັນສວຍ
ງາມແລະຈັບໃຈຄົນແທ້ໆ.