ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-02 18:23:34    
ຈີນ​ເຊົາ​ຊອກ​ຫາ​ກອບ​ກູ້​ຊາວ​ປະ​ມົງ​ສັນ​ຊາດ​ຫວຽດ​ນາມ​ຢ່າງ​ຂະ​ໜາດ​ໃຫຍ່(ສຽງ)

cri Author: lingshuoca


ພາຍ​ຫຼັງຈີນ​ຊອກ​ຫາກ​ອບກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະມົງ​ສັນຊາດ​ຫວຽດນາມ​ທີ່​ປະ​ສົບ​ຄວາມ​ອັນ​ຕະ​ລາຍ​ໃນ​ພາ​ຍຸ​ໄຕ້​ຝຸ່ນ​ຊື້​"ຈັ່ນ​ຈູ່"​ຢູ່​​ທະ​ເລ​ຈີນ​​ໃຕ້​ເປັນ​ເວລາ 16 ມື້​ແລ້ວ,​ວັນ​ທີ 2 ມິຖຸນາ,ຈີນ​​ປະກາດວ່າ, ​ແຕ່​ວັນ​ທີ 2 ​ມິຖຸນາເປັນຕົ້ນ​ໄປຢຸດຕິ​ການເຄື່ອນ​ໄຫວຊອກ​ຫາກ​ອບ​ກູ້.​ຕາມ​ຊາບ​ວ່າ,​ການ​ກອບ​ກູ້​ເທິງ​ທະ​ເລ​ທີ່​ຫາ​ກໍ​ສິ້ນ​ສຸດລົງເທື່ອ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຊອກ​ຫາກ​ອບກູ້​ເທິງ​ທະ​ເລ​ທີ່​ຈີນຊ່ອຍ​ກູ້​ເຮືອຫາ​ປາ​ແລະ​ຊາວ​ປະມົງ​ຂອງ​ຕ່າງປະ​ເທດຫຼາຍກວ່າ​ໝູ່​ນັບ​ມາ​ຮອດ​ປັດຈຸບັນ.

ທ່ານ​​ໄຈຈິ​ວກາງ ຫົວໜ້າ​​ໃຫຍ່ຫ້ອງການຢູ່​ເວັນ​ຂອງ​ສູນ​ຊອກ​ຫາກອບ​ກູ້​ເທິງ​ທະ​ເລ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຈີນ​​ເວົ້າ​ວ່າ,​ຜູ້​ກອບ​ກູ້​ໄດ້​ດຳ​ເນີນ​ການ​ຊອກ​ຫາ​ກອບ​ກູ້​ຢູ່​ເຂດ​ທະ​ເລ​ທີ່​ກວ້າງ​2​ແສນ​ກວ່າ​ກິ​ໂລ​ແມັດ​ຕາ​ຂອງ​ທະ​ເລ​ຈີນ​​ໃຕ້, ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ໃນ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ປິ່ນ​ປົວ​ແກ່​ເຮືອ​ຫາ​ປາ​22​ລຳ​ແລະ​ຊາວ​ປະ​ມົງ 300 ກວ່າ​ຄົນ​ທີ່​ປະ​ສົບ​ຄວາມ​ອັນ​ຕະ​ລາຍ,​ທ່ານ​ເວົ້າ​ວ່າ:​"ຍ້ອນ​​ກະຊວງ​ຄົມມະນາຄົມ​ຈີນ​​ໄດ້​ຈັດ​ຕັ້ງ​ການ​ຊອກ​ຫາ​ເທິງ​ທະ​ເລ​ແລະ​ທາງ​ອາ​ກາດ​ຕໍ່​ເຂດ​ທະ​ເລ​ທີ່​ເຮືອ​ຫາ​ປາ​ຫວຽດ​ນາມ​ອາດ​ຈະ​ປະ​ສົບ​ຄວາມ​ອັນ​ຕະ​ລາຍ​ນັ້ນ 2 ​ເທື່ອ​ຂຶ້ນ​ໄປ, ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໄປ 16 ມື້​ແລ້ວ,​ແລະ​​ໄດ້​ກອບ​ກູ້​​ເຮືອ​ຫາ​ປາ​ຂອງ​ຫວຽດ​ນາມ​ທັງ​ໝົດທີ່​ພົບ​ເຫັນ,​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ,​ສູນ​ຊອກ​ຄົ້ນ​ແລະ​ກອບ​ກູ້​ເທິງ​ທະ​ເລ​ຈີນ​ຕົກ​ລົງ​ເຊົາ​ກອບ​ກູ້​ເຮືອ​ຫາ​ປາຫວຽດນາມ​ແຕ່​ 12 ​ໂມງ​ຂອງ​ວັນ​ທີ 2 ມິ​ຖຸ​ນາ​ເປັນ​ຕົ້ນ​ໄປ."

ທ່ານ​ເວົ້າ​ວ່າ,​ຫຼັງ​ຈາກ​ການ​ກອບ​ກູ້​ຢຸດ​ເຊົາ​ແລ້ວ,​ພາກ​ສ່ວນ​ຮັບ​ຜິດຊ​ອບ​ການ​ທະ​ເລ​ຂອງ​ຈີນ​ຈະ​ສືບ​ຕໍ່​ປະ​ກາດ​ຄຳ​ເຕືອນ​ການ​ເດີນ​ທະ​ເລ,​ແລະ​ຮ້ອງ​ຂໍ​ໃຫ້​ກ່ຳ​ປັ່ນ​ການ​ຄ້າ​ທີ່​ເດີນ​ຜ່ານ​ທະ​ເລ​ຈີນ​​ໃຕ້​ເພີ່ມ​ທະ​ວີ​ການ​ສອດ​ຊ່ອງ​ແລະ​ຊອກ​ຄົ້ນ,​ຕາບ​ໃດ​ໄດ້​ຮັບ​ຂ່າວ​ທີ່​ກ່ຽວ​ຂ້ອງ​ແລ້ວ,​ຝ່າຍ​ຈີນ​ຈະ​ຈັດ​ຕັ້ງ​ກຳ​ລັງ​ໄປ​ກອບ​ກູ້​ອີກ​ເທື່ອ​ໜຶ່ງ.

ຕາມ​ແນະ​ນຳ​ວ່າ,ການ​ກອບ​ກູ້​ເທິງ​ທະ​ເລ​​ເທື່ອ​ນີ້​ແມ່ນການ​ຊອກ​ຄົ້ນ​ແລະກອບ​ກູ້​ເທິງທະ​ເລ​ທີ່ຈີນ​ຊອກ​ຄົ້ນແລະ​​ກອບ​ກູ້​ເຮືອ​ຫາ​ປາ​ແລະ​ຊາວ​ປະມົງ​ຫຼາຍ​ກວ່າ​ໝູ່ນັບ​ມາຮອດ​ປັດຈຸບັນ.ທ່ານ​ເຈີ​ນ​ດຶກ​ເລື່ອງ ປະ​ທານປະ​ເທດ​ຫວຽດນາມ​ໄດ້​ສົ່ງ​​ໂທລະ​ເລກ​ມາຍັງທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​,ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳຝ່າຍ​ຈີນ​ທີ່​ໄດ້​ກອບ​ກູ້​ຊາວ​ປະມົງ​ຫວຽດນາມທີ່​ປະສົບ​ຄວາມ​ອັນຕະລາຍຢ່າງ​ທັນ​ການ.ທ່ານ​ໄຈ​ຈິ​ວກ່າງ​ເວົ້າ​ວ່າ,ການ​ກອບ​ກູ້​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ໂດຍ​ທົ່ວ​ໄປ​ຈາກ​ປະຊາ​ຄົມ​ໂລກ,​ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ຄົນ​ທັງ​ຫຼາຍ​ຢ່າງ​ເປັນ​ເອ ກະ​ພາບ​ກັນ.​ທ່ານ​ມີ​​ໂຕຼ​ພູລົສ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ການ​ທະ​ເລ​ສາ​ກົນ​ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ເລື່ອງ​ນີ້.​ທ່ານ​ໄຈ​ຈິ​ວກ່າງ​ເວົ້າ​ວ່າ:​"ອົງ​ການ​ການ​ທະ​ເລ​ສາ​ກົນ​ກໍພວມ​ຄົ້ນ ຄວ້າ​ກະຕິ​ກາ​ກ່ຽວ​ກັບ​ການ​​ເຮັດ​ແນວ​ໃດ​ດຳ​ເນີນ​ການ​ກອບ​ກູ້​ຢ່າງ​ຂະ​ໜາດ​ໃຫຍ່.​ຈີນ ກອບ​ກູ້​ຢ່າງ​ສຳ​ເລັດ​ຜົນ​ເທື່ອ​ນີ້​ໄດ້​​ສະ​ໜອງ​ຕົວ​ຢ່າງ​ໃຫ້​ແກ່​ອົງ​ການ​ການ​ທະ​ເລ​ສາ​ກົນ​ນຳ​ໄປ​ຄົ້ນ​ຄວ້າ,​ພວກ​ເຮົາ​ຈະ​ສະ​ເໜີ​ບົດ​ລາຍ​ງານ​ໃຫ້​ອົງການ​ດັ່ງ​ກ່າວ,​ທັງ​ນີ້​ກໍ​ແມ່ນ​ເພື່ອ​​ເຜີຍແຜ່ບົດຮຽນ​ສຳ​ເລັດ​ຜົນ​ເຫຼົ່າ​ນີ້​ຂອງ​ພວກ​ເຮົາ."

ທ່ານ​ຖ່າງ​ຈົ່ງ​ຝາ ​ເຈົ້າ​ໜ້າ​ທີ່​ກົມ​ກອບ​ກູ້​​ທະ​ເລ​​ຈີນໃຕ້​ກະຊວງ​ຄົມມະນາຄົມ​ຈີນ​ແນະ​ນຳ​ວ່າ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ກຳລັງ​ກອບ​ກູ້​ເທິງທະ​ເລ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ປັດຈຸບັນ,ພຽງ​ແຕ່ຖັດຈາກ​ຍີ່ປຸ່ນ​ໃນ​ບັນດາປະ​ເທດ​ອາຊີ.ທ່ານ​ເວົ້າ​ວ່າ: "ປັດ​ຈຸ​ບັນ,ພວກ​ເຮົາ​ໄດ້ຈັດ​ວາງກຳລັງ​ກອບ​ກູ້​ວິຊາ​ສະ​ເພາະ​​ແຕ່ເໜືອ​ຮອດໃຕ້,ພວກ​ເຮົາ​ໄດ້​​ຈັດ​ວາງ​ເຮືອ​ຢູ່​ເວນ​ທັງ​ໝົດ38ລຳ​ຖ້າ​ຄຳ​ສັ່ງ,ນອກ​ນີ້​ຍັງ​ມີ​ຍົນ​ເຮ​ລີ​ກົບ​ກ​ອບກູ້8ລຳ​ພວມ​ລໍຖ້າ​ຄຳ​ສັ່ງ.ນອກ​ນັ້ນ,ພວກ​ເຮົາ​ໄດ້​ສ້າງຖານກອບ​ກູ້18​ແຫ່ງ​ຢູ່​ເຂດ​ແຄມ​ທະ​ເລ​,ຍັງ​ໄດ້​ສ້າງ17​ກອງ​ກອບ​ກູ້​ສຸກ​ເສີນ,ຢູ່​​ເວນຢູ່​​ເຂດ​ແຄມ​ທະ​ເລຂອງ​ຈີນ​ຕະຫຼອດ​ປີ."

ທ່ານ​ກ່າວ​ວ່າ,ລັດຖະບານ​ຈີນ​ຈະ​ເພີ່ມ​ການ​ລົງທຶນ​​ເຂົ້າ​ໃນ​ການ​ກອບ​ກູ້​​ເທິງທະ​ເລ,​​ໃນ5ປີ​ຂ້າງ​ໜ້າ​ນີ້,ຈະ​ສ້າງ​ເຄື່ອງ​ປະກອບ​ກອບ​ກູ້ຫຼາຍ​ກວ່າ​ເກົ່າ,ຊື້​ຍົນ​ເຮ​ລີ​ກົບ​ມາ​ເພິ່ນຫຼາຍ​ກວ່າ​​ເກົ່າ.​ເພື່ອ​ເຮັດ​ວຽກ​ກອບ​ກູ້​ເທິງທະ​ເລ​​ໃຫ້ດີ,ຈີນ​ຍັງ​ຈະ​ຕັ້ງໜ້າ​ຮ່ວມ​ມື​ກັບປະ​ເທດທີ່​ກ່ຽວ​ຂ້ອງ.