ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 10:26:45    
ເຮືອນ​ແມ່ນ​ເຮືອ​ລຳ​ຫນຶ່ງ

cri Author: sayvanny
ເຮືອນ​ແມ່ນ​ເຮືອລຳ​ຫນຶ່ງ, ມີ​ຄວາມ​ຮັກ​ແພງກັນ​ໃນ​ເວລາ​ເລື່ອນລອຍ​ເທິງ​ນ້ຳ.

ຢູ່​ພາກ​ໃຕ້​ຂອງ​ຈີນ, ມີ​ຊາວ​ຫາ​ປາ​ຫລາກ​ຫລາຍ​ທ່ີ​ອາ​ໄສລ້ຽງ​ຊີບຫາ​ປາ, ພວກ​ເຂົາ​ເຈົ້າກິນນອນ​ຢູ່​ເທິງ​ເຮືອ,​ເດັກນ້ອຍ​ກໍ່​ຫລິ້ນ​ຢູ່​ເທິງ​ເຮືອ,​ເຮືອ​ກໍ່​ແມ່ນ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.ການ​ເອົາ​ເຮືອ​ເປັນ​ເຮືອນ ຈະ​ບໍ່​ປ່ັນ​ປ່ວນ​ໂພດ​ບໍ່? ​ແຕ່​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າຊຳ້ພັດ​​ສະຫງົບດີ​, ​ເຖິງ​ວ່າເຮືອ​ຈະນ້ອຍ,​ແຕ່​ກໍ່​ມີ​​ເຄື່ອງ​ໃຊ້​ໄມ້​ສອຍ,​ເຄື່ອງ​ຄົວ​ຂົບ​ຄົວກິນ​ຄົບ​ຫມົດ​ສູ່​ຢ່າງ.

​​ເມື່ອ​ຄິດ​ເບິ່ງດີ​ກໍ່​ຈະ​ຮູ້ສຶກ​ວ່າ, ​ເວົ້າສຳລັບ​ພວກ​ເຮົາ​ແລ້ວ, ​ເຮືອນ​ກໍ່​ຄືເຮືອ​ລຳ​ຫນຶ່ງ​ແທ້. ​ເຮືອ​ຫນ້ອຍໆ​ລຳ​ນີ້ຕ້ອງພາ​ພວກ​ເຮົາ​ແລ່ນ​ຜ່າ​ການ​ເວລາ​ອັນ​ຍາວ​ນານ​, ວັນ​ເວລາ​​ບໍ່​ຫ່ອນ​ຈະຕ່າວກັບຄືນ, ຢູ່​ຕໍ່ຫນ້າ​​ແມ່ນ​ຫນ້ານ້ຳທ່ີ​ບໍ່​ຮູ້ຈັກ​ມັນ​ເລິກ​ຫລື​ຕື້ນ​ຈັກ​ເທື່ອ,​ແຕ່​ຍ້ອນ​ໄດ້​ຂີ່​​ໃນເຮືອ​ລຳ​ນີ້​ທ່ີ​ລຶ້ງ​​ແກວ່ນແລ້ວ, ພວກ​ເຮົາ​ເລີຍບໍ​່ຮູ້ສຶກ​ມີ​ຫຍັງ​ຕ່າງ. ຢູ່​ອ້ອມ​ຂ້າງ​ພວກ​ເຮົາ, ບາງ​ເທື່ອ​ສະຫງົບ ງຽບ,ບາງ​ເທື່ອມີ​ລົມ​ແຮງ​ຟອງ​ຮ້າຍ,​ແຕ່​ທະ​ແນມ​​ແຕ່​ເຮືອ​ລຳ​ນີ້​ມັນ​ຫມັ້ນ​ແກ່ນ, ທຸກ​ສິ່ງ​ທຸກ​ຢ່າງ​ກໍ່​ຈະ​ກາຍ​ເປັນ​ທີ​ວທັດ​ທ່ີ​ສວຍ​ງາມ. ​ໂຊກ​ຊາຕາ​ຂອງ​ຄົນ​ເຮົາ​ແມ່ນ​ຄາດ​ຄະ​ເນູ້​ບໍ່​ໄດ້, ​ແຕ່​ເມື່ອມີ​ເຮືອນ, ມີ​ຄອບຄົວທ່ີ​ຮ່ວມຊາຕາກຳ​ແລ້ວ, ​ໂຊກ​ຊາຕາຈະ​ເປັນ​ໄປ​ແນວ​ໃດກໍ່​ບໍ່​ເປັນຕາ​ຢ້ານ​ອີກ.

ນາງ​ຊານ​ເມົາ ນັກ​ປະພັນ​ເຄີຍ​ເວົ້າວ່າ, ​ເຮືອນ ​ເວົ້າສຳລັບທຸກ​ຄົນ​ແລ້ວ​ແມ່ນ​ບໍ່ແຫ່ງ​ຄວາມ​ມ່ວນ​ຊື່ນ,​ເຖິງ​ຈະ​ທຸກປານ​ໃດ​ກໍ່​ຮູ້ສຶກ​ອົບ​ອຸ່ນ.​ເຮືອນ​ກໍ່​ແມ່ນ​ອ່າວ​ທະ​ເລ​ສຳລັບໃຫ້​ທຸກ​ຄົນຫລົບ​ຫລີກ​ເວັ້ນລົມພາຍຸ​,ບໍ່​ວ່າ​ຈະ​ຖືກ​ທຳຮ້າຍ​​ແຮງ​ປານ​ໃດ​ຢູ່​ທາງ​ນອກ​, ຄົນ​ໃນ​ຄອບຄົວ​ກໍ່​ຈະ​ເຊັດ​ນ້ຳຕາ​ໃຫ້​ເຈົ້າ, ປອບໃຈ​ເຈົ້າ​.ທ່ານ​​ເບີ​ນ​ເນີ​​ໂຊເວົ້າວ່າ, ​ເຮືອນ​ແມ່ນ​ແຫ່ງ​ຫນຶ່ງ​​ແຫ່ງ​ດຽວ​​ໃນ​ໂລກ​ທ່ີ​​ເບິ່ງ​ບໍ່​ເຫັນ​ຄວາມ​ເສຍ​ໄຊ​ແລະ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ເຈົ້າຈັກ​ເທື່ອ,ທັງ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ.​ແມ່ນ​ແທ້, ​ເວົ້າສຳລັບ​ຄົນ​ໃນ​ຄອບຄົວ​ແລ້ວ, ຊັບ​ສິນ ຖານະ ​ແລະຄວາມ​ສຳ​ເລັດ​ຜົນ​ຫລື​ບ່ໍ,ລ້ວນ​ແຕ່​ບໍ່​ສຳຄັນ, ສິ່ງ​ທ່ີ​ພວກ​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ທ່ີ​ສຸດ​ນັ້ນ​ແມ່ນ​ຄວາມ​ສະຫວັດດີ​ພາບແລະ​ຄວາມສຸກ​ຂອງ​ເຈົ້າຢູ່​ສະ​ເຫມີ,ຫວັງ​ໃຫ້​ເຈົ້າມີ​ຄວາມ​ມ່ວນ​ຊື່ນຕະຫລອດ​ໄປ.

​ເຮືອນກໍ່​ແມ່ນ​ໂລກ, ​ແມ່ນ​ໂລກ​ທ່ີ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແລະ​ບໍ່​ມີ​ການ​ແກ່ງ​ແຍ່ງກັນ,​ແມ່ນ​ປ້ອມປາການ​ຂອງ​ຫມົດ​ທຸກ​ຄົນ,​ແມ່ນ​ອູ່​​ແຫ່ງີ​ຄວາມສຸກ;​ເຮືອນ​ແມ່ນ​ເຮືອ​ລຳ​ຫນຶ່ງ, ​ໃນ​​ເວລາມີ​ຄວາມ​ຮັກ​ແພງ​ໃນ​ເວລາ​ເລື່ອນ​ລອຍ​ເທິງ​ນ້ຳ.​ເຮົາ​ອະທິຖານ​, ຂໍ​​ໃຫ້​​ໃຕ້ໃບ​ເຮືອທຸກລຳ​ລ້ວນ​ແຕ່​ມີ​​ເຮືອນ​ທ່ີ​​ເຕັມ​ໄປ​ດ້ວຍ​ຄວາມສຸກ​ແລະ​ຄວາມ​ອົບ​ອຸ່ນ.