ຕາມຂ່າວສານຊິນຮວາ:ວັນທີ4 ມິຖູນາ,ຢູ່ກາຊາ,ທ່ານຮານີເຢ ນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປະເລັສຕິນ,ຜູ້ນຳຂອງອົງການຮາມາສໄດ້ກ່າວຄຳປາໄສ,ເຫັນວ່າຂໍ້ສະເໜີກ່ຽວກັບການຈັດການປ່ອນບັດທົ່ວປວງຊົນຢູ່ປາເລັສຕິນນັ້ນບໍ່ຊອບກົດໝາຍ.
ທ່ານຮານີເຢກ່າວວ່າ,ໂດຍພິຈາລະນາຈາກກົດໝາຍພື້ນຖານຂອງປາເລັສຕິນແລ້ວເຫັນວ່າ,ກົດໝາຍບໍ່ອະນຸຍາດໃຫ້ຈັດການປ່ອນບັດທົ່ວປວງຊົນຢູ່ບົນດິນແດນປາເລັສຕິນ.ເວົ້າສຳລັບດ້ານການເມືອງແລ້ວເຫັນວ່າ,ຂໍ້ສະເໜີກ່ຽວກັບການປ່ອນບັດທົ່ວປວງຊົນຍິ່ງຕ້ອງການຝ່າຍຕ່າງໆລົງເລິກຄົ້ນຄວ້າ.ທ່ານຍັງຮຽກຮ້ອງທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນແລະບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມສົນທະນາແຫ່ງຊາດຈັດກອງປະຊຸມຢູ່ກາຊາ.
|