ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 11:32:51    
ຈີນ​ປະ​ກາດ​ໜັງ​ສື​ປົກ​ຂາວ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ຮັບ​ຮອງ​ວ່າ​ຍັງ​ປະ​ເຊີນ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ຂ້ຽວ​ຂາດ

cri Author: da
ຕາມ​ຂ່າວ​CRI:​ວັນ​ທີ 5 ມິຖຸ​ນາ​ແມ່ນ​ວັນ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ,ມື້​ດຽວ​ກັນ,​ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ໜັງ​ສື​ປົກ​ຂາວ​ທີ່​ມີ​ຫົວ​ຂໍ້​ວ່າ"ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​(ປີ1996-2005)".ໜັງ​ສື​ປົກ​ຂາວ​ຂຽນ​ວ່າ,​ເມື່ອ​ໄດ້​ໃຊ້​ມາດ​ຕະ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ຕ່າງໆ​ແລ້ວ,​ປະ​ຈຸ​ບັນ ທ່ວງ​ທ່າ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ​ແລະ​ການ​ທຳ​ລາຍ​ຊີວະ​ພາບ​ດຸ​​ເດືອດ​ຂຶ້ນ​ຂອງ​ຈີນ​ເລີ່ມ​ຜ່ອນ​ຄາຍ​ລົງ,​ແຕ່​ຍັງ​ຄົງ​ປະ​ເຊີນ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ຂ້ຽວ​ຂາດ.

ໜັງ​ສື​ປົກ​ຂາວ​​ແນະນຳ​ວ່າ,​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ເອົາ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​​ເຂົ້າ​ເປັນ​ນະ​ໂຍ​ບາຍ​ແຫ່ງ​ລັດ​ພື້ນ​ຖານ​ລາຍ​ໜຶ່ງ​ແລ້ວ.​ໃນ 10 ປີທີ່​ຜ່ານ​ມາ,​ຈີນ​ໄດ້​ລົງ​ທຶນ​ລວມ 950 ຕື້​ຢວນ​ໃຊ້​ເຂົ້າ​ໃນ​ການ​ປົ​ວ​ແປງ​ສິ່ງ​ແວດ​ລ້ອມ​ທີ່​ຖືກ​ເຊື່ອມ​ພິດ.

ພ້ອມ​ກັນ​ນັ້ນ,​ໜັງ​ສື​ປົກ​ຂາວ​ຊີ້​ອອກ​ວ່າ,ຈີນ​ພວມ​ຢູ່​ໃນ​ໄລຍະ​ເລັ່ງ​ລັດ​ພັດ​ທະ​ນາ​ການ​ໃຫ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແລະ​ຫັນ​ເປັນ​ຕົວ​ເມືອງ,​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ຄວາມ​ເຕີບ​ໂຕ​ທາງ​​ເສດ​ຖະ​ກິດ​ກັບ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ພົ້ນ​ເດັ່ນ​ທີ່​ສຸດ,​ສະ​ຖາ​ນະ​ການ​ສິ່ງ​ແວດ​ລ້ອມ​ຍັງ​ຄົງ​ຂ້ຽວ​ຂາດ​ທີ່​ສຸດ.​ໃນ​​ເວລາ​ວາງ​ເປົ້າ​ໝາຍ​ພັດ​ທະ​ນາ,​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ເອົາ​ການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​​ໄວ້​ໃນ​ຖານະຍຸດ​ທະ​ສາດ​ທີ່​ສຳ​ຄັນ.​ອີງ​ຕາມ​ແຜນ​ການ,​ເມື່ອ​ຮອດ​ປີ2010,​ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມ​ຂອງ​ເຂດ​ແລະ​ເມືອງ​ຈຸດ​ໜັກ​ຂອງ​ຈີນ​ຈະ​ໄດ້​ຮັບ​ການ​ປົວ​​ແປງ​ໃຫ້​ດີ​ຂຶ້ນ,​ທ່ວງ​ທ່າ​ທີ່​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຊຸດ​ຮ້າຍ​ລົງ​ຈະ​ຖືກ​ສະກັດ​ກັ້ນ​ໃນ​ຂັ້ນ​ພື້ນ​ຖານ.​ຍອດ​ບໍລິ​ມາດ​ລະ​ບາຍ​ສິ່ງ​ເຊື່ອມ​ພິດ​ຕົ້ນຕໍ​ຈະ​ຫຼຸດ​ໜ້ອຍ​ລົງ​10%,​ອັດ​ຕາ​ປູກ​ຕົ້ນ​​ໄມ້​ຈະ​ສືບ​ຕໍ່​ຍົກ​ສູງ​ຂຶ້ນ.