ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 15:54:07    
ກອງ​ປະ​ຊຸມ​ລົງ​ທຶນ​ແລະ​ການ​ຄ້າ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ແລະ​ກາງ​​ຂອງ​ຈີນ​ກັບ​ອາ​ຊຽນ​ຈະ​ຈັດ​ຂຶ້ນ​ຢູ່​ນານ​ນິງ

cri

ຕາມ​ຂ່າວສານ​ຊິ​ຮວາ:ວັນ​ທີ21 ກໍລະກົດ,ສະມາຄົມ​ຕະຫຼາດ​ເຕັກນິກ​ຈີນ​ຈະ​ຈັດງານບັນ​ລະ​ຍາຍ​ສະ​ເໜີຄວາມ​ຮັບ​ຮູ້​​ການ​ລົງທຶນ​ແລະ​ການ​ຄ້າ​ແລະ​ງານ​ສັງ​ທັບ​ການ​ຄ້າ​ລະຫວ່າງວິ​ສາ​ຫະກິດ​ຂະໜາດນ້ອຍ​ແລະ​ກາງຂອງ​ຈີນ​ກັບ​ອາ​ຊຽນຢູ່​ໜານ​ນິງ​ເຂດ​ກວາງຊີ​ຈີນ,​ເພື່ອ​​ເຮັດ​ໃຫ້ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະກາງຂອງ​ຈີນຮູ້ຈັກ​ຕະຫຼາດ​ຂອງ​ບັນດາ​ປະ​ເທດ​ອາຊ​ຽນ​ຫຼາຍ​ກວ່າ​ເກົ່າ.

ຕາມ​ໄດ້​ຊາບ,ຄຽງ​ຄູ່​ກັບ​ການ​ເລີ່​ມປະຕິບັດ"​ແຜນການ​ຫຼຸດ​ພາສີ"ລະຫວ່າງຈີນ​ກັບ​ອາຊ​ຽນ,ວິ​ສາ​ຫະກິດ​ຈີນ​ກັບ​ອາຊ​ຽນ​ໄດ້​ເຂົ້າ​ສູ່"​ໄລຍະ​ຄຳ"ທີ່​ບຸກ​ເບີກ​ຕະຫຼາດ​ທະວິພາຄີ,​ແຕ່​ວ່າ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະກາງ​ຂອງ​ຈີນ​ຈຳນວນ​ຫຼວງ​ຫຼາຍຍັງ​ຮູ້​​ໂອກາດ​ການ​ທຸລະ​ກິດຕະຫຼາດ​ແລະ​ນະ​ໂຍບາຍພິເສດຂອງ​ອາຊ​ຊຽນຍັງ​ໜ້ອຍ​ທີ່​ສຸດ.ເຈົ້າ​ໜ້າ​ທີ່​ກະຊວງ​ການຄ້າ​ຈີນ​ແລະ​ຜູ້​ແທນ​ຂອງ​ວິ​ສາ​ຫະ​ກິດ​ບັນດາ​ປະ​ເທດ​ອາ​ຊຽນຈະ​​ແນະນຳສະພາບ​​ບຸກ​ເບີກ​ຊ່ອງ​ທາງ​ຫ້າງ​ຫາ​ເງິນ​ທຶນຢູ່ຕະຫຼາດ​ອາຊ​ຽນ,​ໂອກາດ​ການ​ທຸລະ​ກິດທີ່"​ແຜນການ​ຫຼຸດ​ພາສີ"​ອຳນວຍ​ໃຫ້​ຂະ​ແໜງ​ການຕົ້ນຕໍ​ຂອງ​ຈີນ,ນະ​ໂຍບາຍພິ​ເສດ​ກ່ຽວ​ກັບ​ພາສີ​ນຳ​ເຂົາ​ສົ່ງ​ອອກ​ແລະ​ສະພາບ​ແວດ​ລ້ອມ​ລົງທຶນ​ຂອງ10ປະ​ເທດ​ອາຊຽນ​ເປັນ​ຕົ້ນ.