ໃນໂລກນີ້ ມີອານາຈັກຜູ່ຊາຍແຫ່ງນ່ືງ ຕັ້ງຢູ່ແຫຼມພູສັກສິດຄືແຫຼມອາຊອສຂອງເກັຼກ. ຢູ່ໃນອານາຈັກແຫ່ງນີ້,ມີວັດຄຸນພ່ໍຫຼາກຫຼາຍຈົນປະກອບເປັນອານາຈັກເອກະລາດແຫ່ງ ອຳນາດເທບພະເຈົ້າ.ໂດຍທ່ົວໄປແລ້ວ,ວັດຄຸນພ່ໍແຕ່ລະຫັ່ຼງມີນັກບວດປະມານ50ຄົນ. ເຈົ້າອະທິການວັດແຕ່ລະຫັຼງປະກອບເປັນສູນການເມືອງຂອງອານາຈັກແຫ່ງນີ້, ຕົກລົງ ວຽກງານສຳຄັນຂອງອານາຈັກ.ວັດ 4 ຫັຼງປະກອບເປັນໜ່ວຍນ່ືງ, ແຕ່ລະໜ່ວຍເລືອກ ຕັ້ງຜູ່ແທນຜູ່ນ່ືງ,ຊຳລະວຽກງານປະຈຳວັນ.ທຸກສ່ິງທຸກຢ່າງຢູ່ໃນວັດຄຸນພ່ໍເຫົ່ຼານີ້,ແມ່ນບ່ໍ ເຂົ້າກັນກັບສັງຄົມທັນສະໄໝຈັກເມັດ.ນັກບວດທັງຫຼາຍໃຜກໍດຳລົງຊີວິດແບບອົດທຸກ ທົນຍາກຕະຫຼອດປີ, ພວກເພ່ີນບ່ໍສົນບ່ໍກ່ຽວນຳເລື້ອງນອກເກາະນອກປະເທດ,ມື້ໃດກໍມີ ແຕ່ຫວັງວ່າ ຫັຼງຈາກມໍລະນາແລ້ວໄດ້ຂື້ນເປັນເທວະດາຢູ່ສະຫວັນຊັ້ນຟ້າ.
ຢູ່ເທິງເກາະບ່ໍມີໄຟຟ້າ,ບ່ໍມີໂທລະສັບ,ບ່ໍມີໂຮງໄປຊະນີ ໂຮງໝໍແລະຍານພາຫະນະ. ຈົນມາຮອດດຽວນີ້, ພວກເຂົາເຈົ້າກໍຍັງໃຊ້ວິທີຄຳນວນວັນເດືອນປີແບບບູຮານ,ເຊ່ິງໄວ ກວ່າເວລາອາແຕນ 4ຊົ່ວໂມງ. ມື້ໃດພວກເຂົາເຈົ້າຕ້ອງອະທິຖານ 8ຊ່ົວໂມງ, ອອກ ແຮງງານ 8ຊ່ົວໂມງ,ພັກຜ່ອນ 8 ຊ່ົວໂມງ.ພວກເຂົາເຈົ້າໄດ້ອີງຕາມຄວາມສາມາດຂອງ ແຕ່ລະຄົນ,ຈັດວາງວຽກງານໃຫ້ເຮັດ,ບາງຄົນກໍເປັນບັນນາລັກໃນຫໍສະໝຸດ,ບາງຄົນກໍ ເປັນຜູ່ຄຸ້ມຄອງເສດຖະກິດ,ບາງຄົນເຮັດວຽກເຮືອນຄົວ ວຽກຕັດຫຍິບ ການກ່ໍສ້າງ ການປູກຝັງຫືຼແຕ້ມຮູບ.ເຄ່ືອງນຸ່ງຂອງພວກເຂົາເຈົ້າແມ່ນສີດຳທັງໝົດ,ການກິນກໍແບບ ງ່າຍໆ.
ວັດຄຸນພ່ໍແຕ່ລະຫັຼງຢູ່ເທິງເກາະແມ່ນປຸກຕາມພູມສັນຖານແລະມີຈຸດພິເສດຕ່າງກັນ, ວັດບາງຫັຼງປຸກຢູ່ກາງຮ່ົມໄມ້ສີຂຽວ, ບາງຫັຼງງອຍຢູ່ໜ້າຜາແຄມທະເລ.ມຸງດີນຂໍສີແດງ, ຝາເຮືອນສີຂາວ,ເປັນພາບວິວທີວທັດອັນສວຍງາມ.ໃນໝູ່ເຄຫະສະຖານອ້ອມວັດຄຸນ ພ່ໍແມ່ນເດ່ິນຫຍ້າຜືນກ້ວາງໃຫ່ຍ. ວັດບາງຫັຼງມີປະຕູຫັຼງເນ່ັງໄປຫາພູສູງ, ປ່າໄມ້ຫືຼທະ ເລ. ຢູ່ເທິງຫໍກາງວັດສາມາດຫຼຽວເຫັນທາງໄກ, ເພ່ືອຊອມເບ່ິງການເຄ່ືອນໄຫວຢູ່ອ້ອມ ຂ້າງ, ຖ້າມີຄົນນອກມາຫຼອນໂຈມຕີ, ກໍເຫັນໂລດ,ບັດນັ້ນ ນັກບວດທັງຫຼາຍກໍອອກ ທາງປະຕູຫັຼງເພ່ືອແຫກວົງລ້ອມ. ມີວັດຄຸນພ່ໍຫຼາຍແຫ່ງໄດ້ເກັບມ້ຽນເງິນຄຳກຳແກ້ວ ຮູບແຕ້ມທ່ີມີຄ່າ,ເຄ່ືອງແກະສະຫັຼກແລະຮູບເທວະດາເຊ່ິງສະແດງໃຫ້ເຫັນປະຫວັດ ອັນດົນນານຂອງເກັຼກແລະຄວາມສະຫຼາດປາດເປືອງຂອງມະຫາອາຈານສິນລະປິນ ທັງຫຼາຍ. ຍົກຕົວຢ່າງວັດຄຸນພ່ໍອອກໂຕດົກຂອງຊາວລັດເຊຍ, ຫັຼງຄາເບ່ິງທາງນອກ ເປັນຮູບມົນ,ມີຫ້ອງໂຖງສຳລັບເຮັດພິທີ35ຫ້ອງ,ຕາມຝາເຮືອນແຂວນເຕັມໄປແຕ່ຮູບ ແຕ້ມແລະຮູບພະເຍຊູ,ເຄ່ັງຂຶມມິດງຽບ.ທ່ີນີ້ມີລະຄັງບູຮານໜ່ວຍນ່ືງໜັກ 16 ໂຕນ, ເຄາະອອກເປັນສຽງໄດ້32 ສຽງ.ຢູ່ໃນວັດຄຸນພ່ໍອີກຫັຼງນ່ືງ, ໄດ້ຮັກສາຮູບແຕ້ມຝາຜະໜັງ ສະໄໝສັດຕະວັດທີ 18ແລະປື້ມບູຮານຈຳນວນຫຼວງຫຼາຍທ່ີລ້ຳຄ່າທ່ີສຸດ.ຢູ່ເທິງແຫຼມ ອາຊອສ ນັບສະເພາະແຕ່ຄຳພີໄບເບີນກໍມີຕັ້ງ6000ກ່ວາເຫຼັ້ມ.ແຫຼມອາຊອສໄດ້ສ້າງ ພາບພົດອັນດີງາມໄວ້ໃນຄວາມຊົງຈຳຂອງຄົນທັງຫຼາຍ, ເພາະສະນັ້ນ ຈ່ິງໄດ້ດູດດຶງ ເອົາແຂກທ່ອງທ່ຽວຈົນນັບບ່ໍຖ້ວນ.
ທ່ີຈິງແລ້ວ ແຫຼມອາຊອສແມ່ນຊັບສົມບັດລາຍນ່ືງຂອງເກັຼກ,ແຫຼມອາຊອສທ່ີມີພາບ ວິວສວຍງາມເລ່ີມຕົ້ນຈາກພາກຕາເວັນອອກສຽງເໜືອຂອງເກັຼກເລີຍລົງໄປຫາທະເລ ເອເຢສີຄາມ, ເຊ່ິງເປັນບ່ອນທ່ອງທ່ຽວທ່ີສຳຄັນຂອງເກັຼກ, ແຕ່ວ່າ ໄດ້ມີການເວນຍາມ ຢ່າງເຄ່ັງຄັດ,ການເຂົ້າອອກແຫຼມອາຊອສແມ່ນຕ້ອງໄປທາງນ້ຳ. ເທິງທ່າກຳ່ປ່ັນແຫ່ງ ດຽວທ່ີເນ່ັງໄປຫາເກາະອາຊອສ,ມີດ່ານກວດຄົນເຂົ້າອອກໄປເທ່ືອລະຄົນ,ຕຳຫຼວດທ່ີ ຖືປືນຢືນຍາມຢູ່ສອງຂ້າງ,ເພ່ືອຕິດຕາມເບ່ິງຄົນຢ່າງເຄ່ັງຄັດ,ຜູ່ຍິງຫ້າມເຂົ້າຢ່າງເດັດ ຂາດ,ຈົນຮອດສັດໂຕແມ່ກ່ໍບ່ໍໃຫ້ເຂົ້າໄປ.
ເຖິງວ່າຜູ່ຊາຍ,ຢາກເຂົ້າໄປໃນແຫຼມອາຊອສ ກໍບ່ໍແມ່ນງ່າຍຄືກັນ. ກ່ອນອ່ືນ ຈະຕ້ອງ ແມ່ນຜູ່ຊາຍເຕັມກະສຽນອາຍຸ, ຖັດມາ ຕ້ອງແມ່ນຜູ່ຄົ້ນຄ້ວາສາສະໜາ ວິຈິດຕະກຳ ສະຖາປັດຕະຍະກຳ ແລະປະຫວັດສາດ.ທັງຕ້ອງມີໃບສະເໜີຈາກອະທິການບໍດີຂອງ ມະຫາວິທະຍາໄລແລະຂອງເຈົ້າໜ້າທ່ີລັດຖະບານປະເທດຜູ່ກ່ຽວ.ບຸກຄົນວົງການສາ ສະໜາຄື ປາສເຕີ ແລະຄຸນພ່ໍເປັນຕົ້ນ ກໍຕ້ອງມີໃບຢັ້ງຢືນແລະໃບຮັບປະກັນ.ຈຳນວນ ແຂກທ່ອງທ່ຽວແຕ່ລະມື້ ບ່ໍໃຫ້ເກີນ 10 ຄົນ,ເວລາພັກເຊົາຢູ່ແຫ່ງນີ້ ບ່ໍໃຫ້ກາຍ 4ມື້. ພວກເຂົາເຈົ້າຕ້ອງຜ່ານຫຼາຍດ່ານ, ແລະເສຍຄ່າທຳນຽມທ່ອງທ່ຽວ ແລ້ວຈ່ິງໄດ້ໃບອະ ນຸຍາດເຂົ້າເມືອງ, ການໄປທ່ຽວຢູ່ເທິງແຫຼມ,ຍັງໃຫ້ພັກເຊົາແລະກິນເຂົ້າໂດຍບ່ໍຕ້ອງ ຈ່າຍເງິນ.
ອານາຈັກຜູ່ຊາຍແຫ່ງນີ້ແມ່ນມີຂື້ນແນວໃດ? ເມ່ືອ 100 ກ່ວາປີກ່ອນ, ຢູ່ແຫຼມອາຊອສ ທ່ີເຮື້ອຮ້າງຈົນຜີບ່ໍທ່ອງຄົນບ່ໍທຽວແຫ່ງນີ້, ເມ່ືອມາຮອດໄລຍະຕົ້ນຂອງປະເທດຈັກກະ ພັດໂລມັງຕາເວັນອອກ, ໃຈກາງສາສະໜາໂລມັງກາໂຕລິກທ່ີເຄີຍຈະເລີນມາຊົ່ວໄລ ຍະນ່ືງ ຈ່ິງໄດ້ຄ່ອຍໆຍ້າຍຈາກເອຢິບແລະຊີເລຍຂື້ນມາຫາແຫຼມອາຊອສ,ໃນຄາວນັ້ນ ເມືອງເອກຂອງປະເທດຈັກກະພັດໂລມັງຕາເວັນອອກ ແມ່ນກົງສະຕັງເຕັນເບີກ ກໍຄື ອິສຕານບູນຂອງຕວກກີໃນປະຈຸບັນ.ແຫຼມອາຊອສກໍຕັ້ງຢູ່ມ່ໍກັບເມືອງດ່ັງກ່າວ. ຍ້ອມ ວ່າແຫຼມອາຊອສ ມີສະພາບແວດລ້ອມອັນສວຍງາມ, ນັກບວກຂອງປະເທດຈັກກະ ພັດໂລມັງຕາເວັນອອກ ຈ່ິງທະຍອຍກັນຍ້າຍມາຢູ່ແຫ່ງນີ້. ໃນຄາວນັ້ນ,ວັດຄຸນພ່ໍຢູ່ແຫ່ງ ນີ້ກໍຕັ້ງຢອງຢາຍກັນຫຼາຍປານໝູ່ດາວ, ໃນຍາມຫຼາຍກ່ວາໝູ່ ນັກບວດມີເກີນ 2 ໝ່ືນ ຕົນ.ນອກຈາກຊາວເກັຼກແລ້ວ, ຊາວແຊກບີ ຊາວບຸນກາລີ ແລະຊາວລັດເຊຍ ກໍມາ ສ້າງວັດຢູ່ແຫ່ງນີ້. ເມ່ືອກາງສັດຕະວັດທີ 11, ເຈົ້າຈັກກະພັດປະເທດຈັກກະພັດໂລມັງ ຕາເວັນອອກ ໄດ້ອະນຸມັດໃຫ້ປ່ຽນຊ່ືແຫຼມອາຊອສມາເປັນແຫຼມພູສັກສິດຢ່າງເປັນທາງ ການ. ພາຍຫັຼງອິສຕານບູນຖືກຮຸກຮານເມ່ືອປີ1453,ນັກສິນລະປີນເປັນຈຳນວນຫຼວງ ຫຼາຍໄດ້ທະຍອຍກັນໂຕນໜີມາລີ້ໄພຢູ່ແຫ່ງນີ້,ແລະໄດ້ນຳເອົາເຄ່ືອງວິຈິດຕະກຳອັນລ້ຳ ຄ່າມາເປັນຈຳນວນຫຼວງຫຼາຍ. ພາຍລຸນມາ ຍ້ອນໂຈນສະຫັຼດແລະຊົນເຜົ່າອ່ືນເຂົ້າມາ ລ່ວງລ້ຳກຸກກວນ, ຈ່ິງມີວັດຄຸນພ່ໍຈຳນວນຫຼວງຫຼາຍຖືກທຳລາຍແລະມີນັກບວດເປັນຈຳ ນວນຫຼວງຫຼາຍຖືກເຂ່ັນຂ້າ. ປະຈຸບັນ ທົ່ວແຫຼມຍັງເຫືຼອແຕ່ວັດໃຫ່ຍ 20 ຫັຼງແລະນັກ ບວດທ່ີເຖົ້າແກ່ແລ້ວ 1300 ກ່ວາຕົນທ່ໍນັ້ນ.
ສັງຄົມທ່ີມີແຕ່ຜູ່ຊາຍແຫ່ງນີ້, ໄດ້ຜ່ານເວລາມາ 1000ກ່ວາປີແລ້ວ, ແຕ່ເປັນຫຍັງຈ່ິງບ່ໍ ມຸດມອດໄປ?ທັງນີ້ກໍຍ້ອນວ່າ ອານາຈັກເອກກະລາດແຫ່ງນີ້ ແມ່ນຖ່ິນສັກສິດທ່ີສາສະ ນິກກະຊົນສາສະໜາອອກໂຕດົກຂອງບັນດາປະເທດທ່ີກ່ຽວຂ້ອງໄປນະມັດສະການ ເລື້ອຍໆ. ປະເທດທ່ີກ່ຽວຂ້ອງຈ່ິງມັກຈັດສ່ົງບຸກຄົນເຂົ້າໄປປະຈຳແຫຼມພູສັກສິດດ່ັງກ່າວ. ສາສະນິກກະຊົນທ່ີມີໃຈສັດທາ ໃນແຫ່ງຕ່າງໆຂອງໂລກ,ກໍສະໝັກໃຈພັດພາກຈາກ ບ້ານເກີດເມືອງນອນ ພົ້ນຈາກຄະຕິໂລກ,ມາດຳລົງຊີວິດເປັນພະກຳມະຖານຢູ່ແຫ່ງນີ້. ພ້ອມກັນນັ້ນ,ລັດຖະບານເກັຼກກໍໄດ້ວາງກົດໝາຍປົກປ້ອງເຂົາເຈົ້າຫຼາຍສະບັບ ແລະ ໃຊ້ມາດຕະການຕ່າງໆຢ່າງເປັນລະບົບ, ເພ່ືອໃຫ້ຄວາມອາລັກຂາ ແກ່ອານາຈັກເອກ ກະລາດ ໂດຍອຳນາດສາສະໜາດ່ັງກ່າວ,ຈ່ືງເຮັດໃຫ້ລາຊະອານາຈັກເອກກະລາດ ໂດຍອຳນາດສາສະໜາດ່ັງກ່າວດຳລົງຊົງຕົວມາຮອດຊູ່ມື້ນີ້.
|