ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 17:07:09    
ຫ້າ​ປະ​ເທດ​ເຫັນ​ດີ​ຮ່ວມ​ມື​ໃນ​ຂົງ​ເຂດ​ກອບ
​ກູ້​ແບບ​ມະ​ນຸດ​ສະ​ທຳ

cri
ຕາມ​ຂ່າວCRI,​ວັນ​ທີ5ມິ​ຖຸນາ,​ຢູ່​ສິງກະ​ໂປ,​ຫ້າ​ປະ​ເທດ​ຄື​ສິງ​ກະ​ໂປ ອົສ​ຕຼາ​ລີ ນູ​ແວນ​ເຊ​ລັງ ມາ​ເລ​ເຊຍ​ແລະ​ອັງ​ກິດ​ໄດ້​ຈັດ​ກອງ​ປະ​ຊຸມ​ລັດຖະ​ມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ປະສົມ​ທີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ,​ທ່ານ​ເທວ​ຊີ​ຫຽນ ລັດຖະ​ມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສິງ​ກະ​ໂປ​ເວົ້າ​ວ່າ,​ກອງ​ປະ​ຊຸມ​ເທື່ອ​ນີ້​ຕົ້ນ​ຕໍ​ໄດ້​ຫາລື​ສະຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ພາກ​ພຶ້ນ,​ໂດຍ​ສະ​ເພາະ​ໄດ້​ຄົ້ນ​ຄວ້າ​ຫາລື​ກ່ຽວ​ກັບ​ເສີມ​ສ້າງ​ຄວາມ​ສາ​ມາດ​ຂອງ​ຫ້າ​ປະ​ເທດ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດັ້ງ​ເດີມ​ແລະ​ບໍ່​ແມ່ນ​ດັ້ງ​ເດີມ.​ທ່ານ​ເທວ​ຊີ​ຫຽນ​ເວົ້າ​ວ່າ,​ບັນ​ດາ​ລັດຖະ​ມົນ​ຕີ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຄວາມ​ເຫັນ​ເປັນ​ເອກະ​ສັນ​ກັນ​ວ່າ,​ຫ້າ​ປະ​ເທດ​ສາ​ມາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື ກອບ​ກູ້​ແບບ​ມະ​ນຸດ​ສະ​ທຳ​ແລະ​ກູ້​ໄພ,​ເພື່ອ​ຍົກ​ປະ​ສິດ​ທິ​ພາບ​ຂອງ​ການ​ກອບ​ກູ້​ໃນ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ.