ຕາມຂ່າວສານຊິນຮວາ: ວັນທີ 4 ມິຖຸນາ ຢູ່ເມືອງຊາມເອັນເຊັກແຫ່ງເອຢິບ, ທ່ານໂອນເມີດ ນາຍົກລັດຖະມົນຕີອິສຣາແອນໄດ້ເຈລະຈາກັບທ່ານມູບາລັກ ປະທານາທິບໍດີເອຢິບ. ໃນງານຊຸມນຸມນັກຂ່າວທີ່ຮ່ວມກັນຈັດຂຶ້ນຫຼັງການເຈລະຈາ, ທ່ານໂອນເມີດກ່າວເນັ້ນວ່າ ທ່ານຈະເຈລະຈາກັບທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນບົນພື້ນຖານແຜນການເສັ້ນທາງສັນຕິພາບຕາເວັນອອກກາງ, ແຕ່ທ່ານບໍ່ໄດ້ກ່າວເຖິງເວລາພົບປະກັບທ່ານອັບບາສຢ່າງຈະແຈ້ງ.
ທ່ານໂອນເມີດຍັງກ່າວເນັ້ນວ່າ, ຝ່າຍອິສຣາແອນຮຽກຮ້ອງໃຫ້ຝ່າຍປາເລັສຕິນຈົ່ງປະຕິບັດຕາມໜ້າທີ່ຮັບຜິດຊອບແລະພັນທະທີ່ລະບຸໄວ້ໃນແຜນການເສັ້ນທາງສັນຕິພາບຕາເວັນອອກກາງ. ຝ່າຍອິສຣາແອນຈະຖືການຟື້ນຟູການເຈລະຈາສັນຕິພາບກັບຝ່າຍປາເລັສຕິນເປັນໜ້າທີ່ອັນດັບໜຶ່ງໃນສະເພາະໜ້ານີ້, ແລະຖືການຖອນອອກຈາກຈຸດຕັ້ງຖິ່ນຖານຊາວຢິວຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນແຕ່ຝ່າຍດຽວໄວ້ຢູ່ຖານະອັນດັບສອງ.
|