ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 18:13:18    
ຫາງ​ສຽງ​ໄຕ້​ຫວັນ​ທວງ​ໃຫ້​ທ່ານ​ເສີນ​ສຸຍ​ປຽນ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໂດຍ​ໄວ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ຍ້ອນ​ວ່າຄອບ​ຄົວ​ແລະ​ຜູ້​ໃກ້​ຊິດ​ຂອງ​ທ່ານ​ເສີນ​ສຸຍ​ປຽນ ​ຜູ້ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ພົວພັນ​ເຖິງ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ຕ່າງໆ,​ເຮັດ​ໃຫ້​ມວນ​ຊົນ​ຄຽດ​ແຄ້ນ​ໂດຍ​ທົ່ວ​ໄປ,​ໃນ​ຫຼາຍ​ມື້​ມາ​ນີ້​ຫາງ​ສຽງ​ໃນ​ເກາະ​ນອກ​ຈາກ​ຕິຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ທ່ານ​ເສິນ​ສຸຍ​ປຽນ​ຂາດ​ຄຸນ​ສົມ​ບັດ​ແລະ​ບໍ່​ມີ​ຄວາມ​ສາມາດ​ແລ້ວ,​ສຽງ​ທີ່​ທວງ​ໃຫ້​ທ່ານ​ລາ​ອອກ​ຕຳ​ແໜ່ງ​ນັ້ນກໍ​ນັບ​ມື້​ນັບ​ດັງ​ຂຶ້ນ.

ໜັງ​ສືພິມ​ລຽນ​ເຫີ​ປ້າວ​ຂອງ​ໄຕ້​ຫວັນ​ສະ​ບັບ​ວັນ​ທີ4ມິ​ຖຸນາ​ໄດ້​ພິມ​ບົດ​ນຳ​ໂດຍ​ເຫັນ​ວ່າ,​ປະ​ຊາ​ມະຕິ​ທີ່​ທວງ​ໃຫ້​ທ່ານ​ເສີນ​ສຸຍ​ປຽນ​ເປັນ​ເຈົ້າ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນັ້ນ​ໄດ້ສືບ​ຕໍ່​ຫຼາຍ​ຂຶ້ນ,​ຄວາມ​ເຫັນ​ທີ່​ເປັນ​ເອກະ​ສັນ​ກັນ​ໃນ​ສັງຄົມ​ທີ່​ທວງ​ໃຫ້​ທ່ານ​ເສິນ​ສຸຍ​ປຽນ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນັ້ນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ,ທ່ານ​ເສິນ​ສຸຍ​ປຽນ​ຄວນ​ເປັນ​ເຈົ້າ​ການ​ລາ​ອອກ​ຈາກ​ຕຳແໜ່ງ.

ຫວ່າງ​ມໍ່ໆ​ນີ້,​ໜັງ​ສື​ພິມ ມິນ​ເຊິ່ງປ້າວ​ໄດ້​ພິມ​ບົດ​ນຳ​ໂດຍ​ຊີ້​ອອກ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ໄດ້​ເປີດ​ເຜີຍ​ຂ່າວ​ຕ່າງໆ,​ຄື​ຊື້​ເອົາ​ຕຳ​ແໜ່ງ​ເຈົ້າ​ໜ້າ​ທີ່ ກິນ​ສິນ​ບົນ​ແລະ​ຟອກ​ເງິນ​ເປັນ​ຕົ້ນ,​ແຕ່​ທ່ານ​ເສິນ​ສຸຍ​ປຽນ​ບໍ່​ໄດ້​ຮັບ​ສາລະ​ພາບ​ຄວາມ​ຜິດ​ຫຼື​ຂໍອະ​ໄພ​ຈັກ​ເທື່ອ,​ຄວາມ​ຊອບ​ທຳ​ທີ່​ທ່ານ​ກຳ​ອຳ​ນາດ​ນັ້ນ​ບໍ່​ມີ​ຈັກ​ເມັດ​ແລ້ວ.