ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 18:38:41    
ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເຂດ​ສາມ​ຫຼ່ຽມ​ປານ​ລ້ອງ​ແມ່​ນ້ຳ​ຈູ່​ຈ່ຽງ​ຄັ້ງ​ທີ​ສາມ​ໄດ້​ໄຂ​ຂຶ້ນ

cri
ຕາມ​ຂ່າວCRI,​ວັນ​ທີ5ມິ​ຖຸນາ,​ເວທີ​ປາ​ໄສ​ການ​ຮ່ວມ​ມື​ແລະ​ພັດທະ​ນາ​ເຂດ ສາມ​ຫຼ່ຽມ​ປານ​ລ້ອງ​ແມ່​ນ້ຳ​ຈູ່ຈ່ຽງ​ຄັ້ງ​ທີ​ສາມ​ໄດ້​ໄຂ​ຂຶ້ນຢ່​ແຂວງ​ຢຸນນານ​ຂອງ​ຈີນ.​ທ່ານ​ເຈິ່ງ​ເພີຍ​ຢຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ອວຍ​ພອນ​ໄປ​ຍັງເວທີ​ປາ​ໄສ​ໂດຍ​ຂຽນ​ວ່າ,​ເວທີ​ປາ​ໄສ​ດັ່ງ​ກ່າວ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊຸກ​ຍູ້​​ໃຫ້ການ​ຮ່ວມ​ມື​ຂອງ​ເຂດ​ດັ່ງ​ກ່າວ​ພັດ​ທະ​ນາ​ກວ້າງ​ອອກ​ແລະ​ລົງ​ສູ່​ລວງ​ເລິກ.

ຕາມ​ໄດ້​ຊາບ,​ເວທີ​ປາ​ໄສ​ເທື່ອ​ນີ້​ຈະ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມມື​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ສຳຄັນ​ໃນ​ພາກ​ພື້ນ​ນີ້​ແລະ​ເລັ່ງ​ລັດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,​ເຊັ່ນ​ຄົມມະ​ນາ​ຄົມ ພະລັງ​ງານ​ແລະ​ການທ່ອງ​ທ່ຽວ​ເປັນ​ຕົ້ນ.​ເວທີ​ປາ​ໄສ​ຍັງ​ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ​ຄື​ຢູ່​ແປະກັບ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້,​ຮ່ວມ​ກັນຫາ​ລື​ເຮັດ​ແນວ​ໃດ​ເປີດ​ກວ້າງ​ຊ່ອງ​ຫວ່າງ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ.

ເຂດ​ສາມຫຼ່ຽມ​ປານ​ລ້ອງ​ແມ່​ນ້ຳ​ຈູ​ຈ່ຽງ​ລວມ​ມີ,​9​ເຂດ​ແຂວງ​ພາກ​ໃຕ້​ຂອງ​ຈີນ​ຄື​ແຂວງ​ກວາງ​ຕຸ້ງ​ແລະ​ແຂວງ​ຢຸນນານ​ເປັນ​ຕົ້ນ​ພ້ອມ​ດ້ວຍ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ.

ຜູ້​ວ່າ​ການ​ບໍລິ​ຫານ​11​ທ່ານ​ທີ່​ມາ​ຈາກ​ພາກ​ພື້ນ​ດັ່ງ​ກ່າວ​ແລະ​ແຂກ​ອາ​ຊຽນ​ສ່ວນ​ໜຶ່ງໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ເວທີ​ປາ​ໄສ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ.