ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 20:23:48    
ຈີນ​ຮັບ​ເໝົາ​ກິດ​ຈະ​ການ​ດັດ​ສ້າງ​ໂທ​ລະ​ຄົມ​ແຫ່ງ​ຊາດ​ລາວ

cri
ຕາມ​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ສະ​ບັບ​ພົ້ນ​ທະ​ເລ,​ຫວ່າງ​ມໍ່​ໆ​ນີ້​ຢູ່​ທີ່​ປັກ​ກິ່ງ,​ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ກິດ​ຈະ​ການ​ດັດ​ສ້າງ​ໂທ​ລະ​ຄົມ​ແຫ່ງ​ຊາດ​ລາວ​ໂຄງ​ການ​ຮ່ວມ​ມື​ໃຫຍ່​ກວ່າ​ໝູ່​ລະ​ຫວ່າງ​ຈີນ​ກັບ​ລາວ

ໂຄງ​ການ​ດັ່ງ​ກ່າວ​ລວມ​ທັງ​ໂຄງ​ການ​ດັດ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ໂທລະ​ຄົມ​ແຫ່ງ​ຊາດ​ລາວ,​ການ​ກໍ່​ສ້າງ​ອິນ​ເຕີ​ເນັດ​ແລະ​ກໍ່​ສ້າງ​ເຄືອ​ຂ່າຍ​ເຄ​ໂບທີ​ວີ,​ບໍລິ​ສັດ​ຮວບ​ໂຮມ​ລະບົບ​ຮວາ​ເຢ້​ເຝິ່ຍ​ຢາງ​ສ້ານຊີ່​ຈຳ​ກັດ​ເປັນ​ວິ​ສາ​ຫະກິດ​ຮັບ​ເໝົາ​ໂຄງ​ການ​ດັ່ງກ່າວ.​ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ໂຄງ​ການ​ສຳ​ຄັນ​ທີ່​ຈີນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ໃນ​ດ້ານ​ໂທລະ​ຄົມ,​ທົ່ວ​ໂຄງ​ການ​ຈະ​ໃຊ້​ເວ​ລາ​ຫຼາຍ​ປີ,​ກະ​ວ່າຈະ​ລົງທຶນ​ທັງ​ໝົດ​ຫຼາຍ​ກວ່າ​1ຕື້​ໂດ​ລາສະ​ຫະລັດ

ທ່ານ​ຮົງ​ຢົງ ຜູ້ອຳ​ນວຍ​ການ​ໃຫຍ່​ບໍລິ​ສັດ​ຮວບ​ໂຮມ​ລະບົບ​ຮວາ​ເຢ້​ເຝິ່ຍ​ຢາງ​ ສ້ານ​ຊີ່​ຈຳ​ກັດ​ກ່າວ​ວ່າ,​ໃນ​ການ​ແກ່ງ​ແຍ່ງ​ໃນ​ຕະ​ຫຼາດ​ອັນ​ດຸ​ເດືອດ,​ວິ​ສາ​ຫະກິດ​ຈີນ​ສາ​ມາດ​ຮັບ​ເໝົາ​ໂຄງ​ການ​ຈຸດ​ໜັກ​ແຫ່ງ​ຊາດ​ລາວ,​ທັງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ປະ​ຊາ​ຊົນ​ຈີນ​ລາວ,ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ລາວ​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ເສດຖະ​ກິດເຕັກ​ນິກ.​ທ່ານ​ເຫັນ​ວ່າ,​ເບົ້າ​ແບບ​ພັດ​ທະ​ນາ​ທີ່​ສຳ​ເລັດ​ຜົນ​ເຕັກ​ນິກ​ອັນ​ກ້າວ​ໜ້າ​ແລະ​ບົດ​ຮຽນ​ຄຸ້ມ​ຄອງ​ອັນ​ຄົບ​ຖ້ວນ​ບໍລິ​ບູນ​ໃນ​ຂົງ​ເຂດ​ໂທລະ​ຄົມ​ຂອງ​ຈີນ,​ກໍ​ແມ່ນ​ມູນ​ເຫດ​ສຳ​ຄັນ​ທີ່​ວິ​ສາ​ຫະກິດ​ຈີນ​ເອົາ​ຊະນະ​ໃນ​ການ​ແກ່ງ​ແຍ່ງ​ກັນ.