ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 20:49:40    
ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ປະ​ກາດ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕາຍ​ແລະ​ບາດ​ເຈັບ​ໃນ​ແຜ່ນ​ດິນ​ໄຫວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ5​ມິຖຸນາ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕາຍ​ແລະ​ບາດ​ເຈັບ​ໃນ​ແຜ່ນດິນ​ໄຫວຢູ່​ເຂດ​ຢົກຢາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.​ຄື​ຜູ້​ຕາຍ​5782ຄົນ,ບາດ​ເຈັບ3​ໝື່ນ6​ພັນ​ຄົນ.

ກ່ອນ​ໜ້າ​ນີ້,ຕົວ​ເລກ​ສະຖິຕິ​ຜູ້​ຕາຍ​ແລະ​ບາດ​ເຈັບທີ່​ກະຊວງ​ບໍລິການ​ສັງຄົມ​ຂອງ​ອິນ​ໂດ​ເນ​ເຊຍ​ປະ​ກາດ​ນັ້ນ​ແມ່ນ,ຜູ້​ຕາຍ6234​ຄົນ,ບາດ​ເຈັບ4​ໝື່ນ6​ພັນ​ກວ່າ​ຄົນ.

​ໂດຍ​ແນ​ໃສ່​ສະພາບທີ່ຜູ້​ຕາຍ​ແລະ​ບາດ​ເຈັບ​ໃນ​ສະ​ຖິ​ຕິ​ຫຼ້າ​ສຸດ​ໄດ້​ຫຼຸດ​ໜ້ອຍ​ລົງ,​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ອະທິບາຍ​ວ່າ,​ທັງ​ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ,​ໃນ​ວຽກ​ງານ​ສະ​ຖິ​ຕິ​ກ່ອນ​ໜ້າ​ນີ້,​ມີ​ຜູ້​ຕາຍ​ສ່ວນ​ໜຶ່ງ​ໄດ້​ນັບ​ຊ້ຳ​ກັນ,​ແລະ​ມີ​ບາງ​ຄົນ​ທີ່​​ແຕ່​ກ່ອນ​ຢືນ​ຢັນ​ວ່າ​ປະ​ສົງ​​ເຄາະ​ຮ້າຍ​ແລ້ວ,​ແຕ່​ທີ່​ຈິງ​ແລ້ວ​ໄດ້​ລອດ​ຕາຍ.