ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-05 20:55:11    
ຈີນ​ກ່າວ​ເນັ້ນ​ວ່າ,​ຕ້ອງ​ພະ​ຍາ​ຍາມ​ຫັນ​ປ່ຽນ​ທ່ວງ​ທ່າ​ຊຸດ​ຮ້າຍ​ລົງ​ຂອງ​ຊີ​ວະ​ພາບ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ5​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ເຂົ້າຮ່ວມ​ເວທີ​ປາ​ໄສ​ຊັ້ນສູງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຊີວະ​ພາບ​ຂອງ​ຈີນ​,ທ່ານ​ເຈິ່ງ​ເພີຍອຽນ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ເນັ້ນວ່າ,ສະຖານະ​ການ​ຊີວະ​ພາບ​ຂອງ​ຈີນ​ຍັງ​ຂ້ຽວຂາດ​ທີ່​ສຸດ,ຕ້ອງ​ລະດົມ​ຂົນຂວາຍ​ກຳລັງ​ທົ່ວ​ສັງຄົມ,​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ຢ່າງ​ແທ້​ຈິງ,ຫັນປ່ຽນ​ທ່ວງທ່າ​ຊຸດ​ຮ້າຍ​ລົງ​ຂອງ​ຊີວະ​ພາບ.

ທ່ານ​​ເຈິ່ງເພີຍອຽນກ່າວ​ວ່າ,ຈີນ​ຈະ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ເສດຖະກິດ​​ໃຫ້ຢູ່​ພາຍ​ໃນ​ກຳ ລັງ​ທົນ​ຮັບ​ໄດ້​ຂອງ​ຊີວະ​ພາບ​ທຳ​ມະ​ຊາດ;​ເພີ່ມທະວີ​ການປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ,ຖື​ການ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ນ້ຳ ອາກາດ​ແລະ​ທີ່​ດິນ​ເປັນ​ວຽກ​ງານ​ອະນຸ​ລັກ​ສິ່ງ​ແວດ​ລ້ອມທີ່​ສຳຄັນ​ກວ່າ​ໝູ່;ນອກ​ນີ້,ຍັງ​ຕ້ອງ​ປ້ອງ​ກັນ​ເຫດການສິ່ງ​ແວດ​ລ້ອມ​ທີ່​ເກີດ​ຂຶ້ນຢ່າງ​ກະທັນຫັນ​ນັ້ນຢ່າງ​ບັງ​ເກີດ​ຜົນ,ຍົກ​​ສະຕິ​ຄວາມ​ປອດ​ໄພ​ຊີວະ​ພາບ​ຂອງ​ທົ່ວ​ສັງຄົມ​ໃຫ້​ສູງ​ຂຶ້ນ,​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ກັບຕ່າງປະ​ເທດ​ດ້ານ​ສິ່ງ​ແວດ​ລ້ອມ​.