ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 14:59:18    
ວິທີ​ແກ້ຄວາມ​ຊຸ່ມອຶນ​ໃນ​ເຮືອນ

cri


ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ, ມີ​ບາງ​ເທື່ອ​ເສື້ອ​ຜ້າຕາກບໍ່​ແຫ້ງ​, ຜ້າ​ຫົ່ມ​ກໍ່ຊຸ່ມໆ, ຢູ່​ຕາມຈອກແຈ​ໃນເຮືອນ​ຍັງ​ມີ​ບ່ອນຕົກໂໝກ​ອີກ, ລະດູ​ຮ້ອນ​​ໄດ້​ວຽນມາ​ເຖິງ​ແລ້ວ, ​ເມືອງ​ລາວ​ກໍ​ໄດ້​ເຂົ້າ​ສູ່​ລະດູຝົນ​, ອາກາດ​ຊຸ່ມອຶນ​ກໍ​ນຳ​ເອົາ​ຄວາມ​ບໍ່ສະ​ດວກ​ສະ​ບາຍ​ມາ​ໃຫ້​ຊີວິດ​ຂອງ​ຄົນ​ທັງຫຼາຍ.

ຫວ່າງ​ມໍ່ໆ​ນີ້, ສະມາຄົມ​ເຮືອນ​ຢູ່​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້​​ແນະນຳ​ວິທີກວດ​ເບິ່ງ​ວ່າ​ໃນເຮືອນ​ຊຸ່ມ​ອຶນ​ຫຼື​ບໍ່: ຄືສັງ​ເກດ​ເບິ່ງ​ຝາ​ເຮືອນ, ​ແກ້ວປ່ອງຢ້ຽມ​ມີ​ອກ​ຫຼື​ບໍ່; ຕຽງ​ໄມ້​ແລະ​ປະຕູ​ໄມ້​ຈະ​ຕັ້ງ​ຂຶ້ນ​ຍ້ອນ​​ດູດ​ເອົາ​ອາຍ​ນ້ຳ​ງ່າຍ​ທີ່​ສຸດ, ກໍ​ແມ່ນ​ໃຫ້​​ຕັ້ງ​ເຄື່ອງວັດ​ແທກ​ຄວາມ​ຊຸ່ມອຶນ​ໃນ​ເຮືອນ, ​ເພື່ອ​ຕິດຕາມ​ສະພາບ​ຄວາມ​ຊຸ່ມອຶນ​ໃນ​ເຮືອນ​​ໄດ້ທຸກ​​ເວລາ.

ຄັນ​ຊັ້ນ, ມີ​ວິທີ​ໃດ​ສາມາດ​ເຮັດ​ໃຫ້​​ໃນ​ເຮືອນ​ແຫ້ງ​ສະບາຍ​ແດ່? ທ່ານ​ວາງ​ລູ້ ຮອງ​ເລຂາ​ທິການ​ຄະນະ​ກຳມະການ​ອະນຸລັກ​ສິ່ງ​ແວດລ້ອມຂອງ​ສະມາຄົມ​ຕົບ​ແຕ່ງ​ເຮືອນ​ນະຄອນ​ປັກ​ກິ່ງ​ໄດ້​ແນະນຳ​ຫຼາຍ​ວິທີດັ່ງ​ຕໍ່​ໄປ​ນີູ້:

​ໃນ​ຫ້ອງ​ອາບ​ນ້ຳ: ດີ​ທີ່​ສຸດ​ແມ່ນ​​ໄຂປ່ອງຢ້ຽມ​ໄວ້​ບານ​ໜຶ່ງ​ຫຼື​ຕິດພັດ​ລົມ​ດູດ​ໃສ່, ຖ້າ​ບໍ່​ມີ​ຜັດ​ລົມ​ດູດ, ​ເມື່ອ​ອາບ​ນ້ຳ​ແລ້ວ​ເວລາ​ອອກ​ມາ​ກໍ​ຄວນ​ປິດ​ປະຕູ​ຫ້ອງ​ນ້ຳ​ໄວ້, ​ເມື່ອ​ອາຍນ້ຳ​ຄ່ອຍ​​ເຫີ​ຍ​ໄປ​ແລ້ວ, ຄ່ອຍ​ເຂົ້າ​ໄປ​ເຊັດ​​ໃຫ້​ແຫ້ງ​ຫຼື​ໃຊ້​ພັດ​ລົມ​ພັດ​ໃຫ້​ແຫ້ງ. ດີ​ທີ່​ສຸດ​ແມ່ນ​​ໃຊ້​ຜ້າ​ກັງ​ໃນ​ຫ້ອງ​ອາບ​ນ້ຳ, ປ້ອງ​ກັນ​ບໍ່​ໃຫ້​ນ້ຳຟົ້ງ​ໄປ​ຊະຊາຍ. ​ໃນ​ຫ້ອງ​ອາບ​ນ້ຳ​ດີ​ທີ່​ສຸດ​ຢ່າ​ໃຊ້​ຝາ​ຫ້ອງ​ປຼາສ​ຕິກ, ຖ້າ​ຊ່ອງ​ຕໍ່​ກາ​ໂລ​​ມີຮອຍ​ເປື້ອນ​ໂໝກສີດຳ, ຄວນ​ລ້າງ​ຖູ​ໃຫ້​ກ້ຽງໃນ​ທັນທີ.

ຢ່າ​​ໄຂມ້ຽນ​ເຄື່ອງ​ນຸ່ງ​ໃນ​ຕູ້​ເສື້ອ​ຜ້າ​ໃນ​ເວລາ​ຝົນຕົກ, ​ເພື່ອ​ບໍ່​ໃຫ້​ອາຍ​ນ້ຳ​ເຂົ້າ​​ໄປໃນ​ຕູ້. ​ໃນ​ເວລາ​ມ້ຽນ​ເກີບ, ​​ໃຫ້ເອົາ​ໜັງສືພິມ​ຍ່ອງ​ເປັນ​ປຸ້ມ​ຫຍັດ​ໃສ່​​ໃນເກີບ, ໜຶ່ງ​​ແມ່ນ​ເພື່ອ​ໃຫ້​ມັນດູດ​​ເອົາອາຍນ້ຳ, ສອງ​​ເພື່ອ​ຮັກສາ​ເກີບ​ໃຫ້​ຢູ່​ໃນ​ຊົງ​ເກົ່າ.

​ແປ້ນ​ປູ​ພື້ນ: ​​ເມື່ອ​ຖູ​ພື້ນແລ້ວ, ດີ​ທີ່​ສຸດ​​ໃຫ້​ເອົາ​ຜ້າ​ແຫ້ງ​ເຊັດ​​ພື້ນ​ໃຫ້​ແຫ້ງ, ຫຼື​ໃຊ້​ເຄື່ອງ​ດູດ​ທີ່​ດູດ​ໄດ້​ທັງຂີ້​ຟຸ່ນ​ແລະ​ອາຍ​ນ້ຳນັ້ນ​ດູດ​ໃຫ້​ແຫ້ງ.

​ຖ້ວຍ​ຊາມ​ທີ່​ຫາ​ກໍລ້າງ​​ແລ້ວ​ຍັງ​ປຽກໆ​ຢູ່​ນັ້ນ​ຢ່າ​ຟ້າວ​ເອົາ​ເຂົ້າ​ຕູ້​​ເທື່ອ, ຄວນ​ເອົາ​ຜ້າ​ສະອາດ​ມາ​ເຊັດ​​ໃຫ້​ແຫ້ງກ່ອນ, ຫຼື​ວ່າຕັ້ງ​ໄວ້​ໃຫ້​ນ້ຳ​ສະ​ເດັດ​ກ່ອນ, ຢູ່​ລຸ່ມອ່າງ​ລ້າງ​ຖ້ວຍ​ໃຫ້​ປູ​ຜ້າ​ຂົນໜູໃສ່, ​ເພື່ອ​ເຊັດ​ໃຫ້​ແຫ້ງ​ໃນ​ເວລາ​ປຽກ.

​​ໃນ​ຍາມອາກາດ​ຊຸ່ມອຶນ, ​ເຄື່ອງ​ໄຟຟ້າ​ໃຊ້​​ໃນ​ເຮືອນ​ເຊັ່ນ​ຄອມ​ພິວ​ເຕີ​ເປັນ​ຕົ້ນ, ມັກ​ຕິດ​ຂັດ​ເລື້ອຍໆ​ຍ້ອນ​ຖືກ​ອາຍ​ນ້ຳ, ​ແຕ່ລະ​ມື້​ດີ​ທີ່​ສຸດ​ໃຫ້​ເປີດ​ເຄື່ອງ​ໄຟຟ້າ​ເຫຼົ່າ​ນີ້​ຈັກ5​ນາທີ. ​ເຮັດ​ແນວ​ນີ້, ຄວາມ​ຮ້ອນ​ທີ່​ເກີດ​ມາ​ຈາກ​ເຄື່ອງ​ໄຟຟ້າ​ເຫຼົ່າ​ນີ້​​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຕິດ​ຄັດ, ທັງ​ເຮັດ​ໃຫ້ອາຍ​ນ້ຳ​ເຫືອດ​ແຫ້ງ​.

ວາລະສານ​ຄ່າງ​ຈ້ຽນ(​ແປ​ວ່າ​ສຸຂະພາບ)​ຂອງ​ໄຕ້​ຫວັນ​ສະບັບ​ມໍ່ໆ​ນີ້​ກໍໄດ້​​ແນະນຳ​ຫຼາຍ​ວິທີ​ເພື່ອ​ກຳຈັດ​ຄວາມ​ຊຸ່ມອຶນ​ໃນ​ເຮືອນ: ​ເຊັ່ນ​ໃຊ້ຢາເຄມີ​​​ເປັນເມັດກຳຈັດຄວາມ​ຊຸ່ມອຶນ​ທັງ​ປ້ອງ​ກັນ​ ​ແມງ​ກັດ, ທັງມີ​ກິ່ນ​ຫອມ​, ​ເໝາະ​ໃຊ້​ໃນຕູ້​ເສື້ອ​ຜ້າ​ທີ່​ບໍ່​ໃຫຍ່​ປານ​ໃດ; ຢູ່​ກ້ອງ​ໂຖ​ດອກ​ໄມ້, ອ່າງ​ລ້ຽງ​ປາ​ແລະ​ຊາມລ້າງ​ມື້, ​ເອົາຖ່ານ​​ໄມ້ວາງ​ໄວ້​ຈັກ​ກ້ອນ​ສອງ​ກ້ອນ, ມັນ​ກໍຈະ​ດູດ​ເອົາ​ອາຍ​ນ້ຳໄດ້, ​ແລະ​ດັບ​ກິ່ນ​ຂິວ​ໄປ​ພ້ອມ, ​ຖ່ານ​ເຫຼົ່າ​ນີ້ຕາກ​ແຫ້ງ​ແລ້ວ​ເອົາ​ມາ​ໃຊ້​ໄດ້​ອີກ.

ນອກ​ນີ້, ​ໃນ​ເຮືອ​ນຄົວ, ມີ​ຂອງ​ບາງ​ຢ່າງ​ກໍ​ແກ້ຄວາມ​ຊຸ່ມ​ໄດ້​ຄື​ກັນ: ​ຄື​ແປ້ງໂຊດາ​ສາມາດ​ດູດ​​ເອົາອາຍ​ນ້ຳ​ໄດ້, ​ເມື່ອ​ມັນ​ແຂງ​ເປັນ​ກ້ອນ, ຍັງ​ເອົາ​ມາ​ລ້າງ​ອ່າງ​ອາບ​ນ້ຳ, ຊາມລ້າງ​ມື​ແລະ​ຊາມ​ລ້າງ​ໜ້າ​ແລະ​ອື່ນໆ​ໄດ້​ອີກ; ກາກກາ​ເຟກໍດູດ​​ເອົາອາຍ​ນ້ຳ​ໄດ້, ທັງ​ສາມ​າດດັບ​ກິ່ນ​ເໝັນ, ​ເອົາ​ກາ​ເຟ​ໃສ່​ຖົງຜ້ານ້ອຍໆ, ກໍ​ເປັນ​ຖົງ​ຈຳກັດ​ຄວາມ​ຊຸ່ມນ້ອຍໆ; ຜົງ​ຊັກ​ຟອກກໍ​ແມ່ນ​ຢາດູດຄວາມ​ຊຸ່ມ​ທີ່​ດີຊະນິດ​ໜຶ່ງ, ​ເຈາະ​ຮູ​ໃສ່​ຝາ​ກັບ​ຜົງ​ຊັກ​ຟອກ​ຈັກ​ຫຼາຍ​ຮູ, ​​ແລ້ວ​ເອົາ​ໄປ​ວາງໄວ້​ຢູ່​ແຈ​ເຮືອນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່​ປຽກ​ຊຸ່ມ, ​ແຕ່​ຕ້ອງລະວັງຢ່າວາງ​ໄວ້​​ບ່ອນ​ແປະ​ກັບ​ອາຫານ, ​ເພື່ອບໍ່​ໃຫ້​ອາຫານ​ດູດ​ເອົາ​ກິ່ນ​ຜົງ​ຊັກ​ຟອກ.