ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 15:02:46    
ການ​ຄົ້ນຄວ້າ​ຂອງນັກວິທະຍາ​ສາດ​ຝຣັ່ງສະ​ແດງ​ໃຫ້​ເຫັນ​ວ່າ​ວິ​ຕາ​ມິນD​ຕ້ານ​ໂຣກ​ມະ​ເຮັງ​ໄດ້

cri

ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ໂຣກມ​ະ​ເຮັງ​ແຫ່ງ​ຊາດ​ຝຣັ່ງປະກາດ​ໃນ​ມໍ່ໆ​ນີ້​ຊີ້​ອອກ​ວ່າ, ​ເພີ່ມ​ວິຕາມິນDຢ່າງ​ເໝາະ​ສົມ​ຈະ​ຫຼຸດ​ອັດຕາ​ເປັນ​ໂຣກມະ​ເຮັງ​ໃຫ້​ຕ່ຳລົງ, ສ່ວນ​ການຕາກ​ແດດ​ແມ່ນ​ວິທີທີ່​ງ່າຍແລະ​​ໄດ້​ຜົນ​ທີ່​​ສຸດໃນ​ການເພີ່ມ​ວິຕາມິນD.

ນັກ​ຄົ້ນຄວ້າ​ຂອງ​ອົງການ​ດັ່ງກ່າວ​ໄດ້​ຕິດຕາມ​ສຳ​ຫຼວດ​ເພດ​ຊາຍ4​ໝື່ນ8​ພັນ​ຄົນ​ເປັນ​ເວລາ5​ປີ. ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ລະ​ມື້​ຖ້າ​ຮ່າງກາຍ​ຮັບ​ເອົາວິຕາມິນD​ເພີ່ມ​ຂຶ້ນ1ພັນ5​ຮ້ອຍ​ຫົວ​ໜ່ວຍ​ສາກົນ, ຈະ​ເຮັດ​ໃຫ້​ອັດຕາ​ເປັນ​ໂຣກ​ມະ​ເຮັງຕ່ຳລົງ17%, ອັດຕາ​ຕາ​ຍຍ້ອນ​ໂຣກມະ​ເຮັງ​ຕ່ຳລົງ29%. ຜົນ​ການ​ຄົ້ນ​ຄວ້າ​ລາຍ​ນີ້​ໄດ້​ເຮັດ​ໃຫ້​ນັກວິທະຍາສາດ​ເຊື່ອ​ໝັ້ນ​ຕື່ມ​ອີກ​ວ່າ, ວິຕາມິນDມີ​ບົດບາດ​ຕ້ານ​ໂຣກມະ​ເຮັງ​ໄດ້​ໃນ​ລະດັບ​ໃດອັນ​ແນ່ນອນ.

ນັກ​ຄົ້ນ​ຄວ້າ​ຊີ້​ອອກ​ວ່າ, ​ໃນ​ອາຫານການ​ກິ​ນ​ແຕ່ລະ​ມື້ຂອງ​ແຕ່ລະ​ຄົນ, ມີ​ວິຕາ​ມິນD 400ຫົວໜ່ວຍ​ສາກົນ​ກໍ​ພໍ​ແລ້ວ, ​ເວົ້າ​ສຳລັບ​ຄົນ​ທີ່​ຜິວໜັງ​ແຂງ​ແຮງ​ດີ​ນັ້ນ, ​ແຕ່​ລະ​ມື້​ຕາກ​ແດດ30​ນາທີ​ຈະ​ເຮັດ​ໃຫ້​ໃນ​ຮ່າງກາຍສັງ​ເຄາະວິຕາມິນD​ໄດ້2ໝື່ນ​ຫົວໜ່ວຍ​ສາກົນ, ສະ​ນັ້ນ, ຕາກ​ແດດ​ແມ່ນ​ວິທີ​ສຳຄັນທີ່​​ເຮັດ​ໃຫ້​ຮ່າງກາຍ​ຄົນ​ເຮົາ​ມີ​ວິຕາມິນDຢ່າງພຽງພໍ.

ພ້ອມ​ກັນ​ນັ້ນ, ນັກ​ຄົ້ນຄວ້າ​ເຕືອນ​ວ່າ, ​ຢ່າ​ນຶກວ່າ​ວິຕາມິນDສຳຄັນ​ແລ້ວ​ພາກັນກິນ​ຢາ​ວິຕາມິນ​, ​ເພາະ​ວ່າ​ຖ້າ​ກິນ​ຢາ​ວິຕາມິນDຫຼາຍ​ເກີນ​ຄວນ, ຈະ​ພາ​​ໃຫ້​ເກີດ​ບັນຫາ​ສຸຂະພາບ​ຕ່າງໆ​ເຊັ່ນ: ພະຍາດ​ເລືອດ​ມີ​ການ​ຊີ​ອົມ​ຫຼາຍແລະ​ເດັກນ້ອຍ​ຈະ​ມີ​ປົມ​ດ້ອຍ​ໃນ​ໄລຍະເຕີບ​ໃຫຍ່​​. ນອກ​ນີ້, ​ເວລາ​ຕາກ​ແດດ​ກໍ​ຕ້ອງ​ເໝາະ​ສົມ, ຕາກ​ແດດ​ຫຼາຍ​ໂພດ​ກໍ​ບໍ່​ດີ.