ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 16:27:53    
ຂົວ​ອາ​ກາດ​060605(ສຽງ)

cri

ເຮົາ​ແມ່ນ​​ແສງ​ແກ້ວ,ມື້ນີ້,​ເຮົາຂໍຈັດ​ລາຍການ"ຂົວ​ອາກາດ".ພາກ​ນີ້ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນາງ​ນະພາ​ທີ່ຝາກ​ມາ​ຈາກ​ບາງກອກ​ປະ​ເທດໄທ.​​ຈົດໝາຍ​ກ້ານ​ນີ້ຂຽນດ້ວຍ​ພາສາ​ຈີນ,​ໃນ​ຈົດ​ໝາຍ,ນາງ​​ໄດ້ອວຍພອນ​ໃຫ້​ພະນັກງານ​ພາກ​ພາສາ​ລາວ​ໝົດ​ທຸກ​ຄົນວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຈົ່ງຢູ່ດີມີ​ສຸກ,​ແລະ​ໄດ້ຖາມ​ຂ່າວ​ຫາ​ຕໍ່​ແສງ​ແກ້ວ​ເປັນ​ພິ​ເສດ,​ເວົ້າ​ວ່າ​ເພິ່ນ​ຄິດ​​ເຖິງ​ແສງ​ແກ້ວຫຼາຍ.​ເຮົາ​ຢາກ​ບອກນະພາ​ວ່າ​​ເຮົາ​ກໍ່​ຄິດ​ຮອດ​ເຈົ້າຫຼາຍ.ດົນ​ແລ້ວ​ບໍ່​ໄດ້​ພົບ​ກັນ,​​ເຈົ້າ​ສະບາຍດີ​ຢູ່ບໍ່?ສຸຂະ​ພາບແຂງ​ແຮງ​ດີ​ບໍ່?​ໄດ້ປະສົບ​​ຄວາມ​ສະດວກ​ແລະ​ຜົນສຳ​ເລັດ​ໃນ​ວຽກ​ງານຫຼືບໍ່?ສ່ວນ​​ເຮົາເອງ​ກໍ່​ສະບາຍດີ​ຢູ່,ຫວັງ​ວ່າ​ຖ້າ​ມີ​ໂອກາດ​ຈະ​ໄດ້​ພົບ​ກັບ​​ເອື້ອຍ​ອີກ​.ນະ​ທີ່​ນີ້,​ເຮົາ​ຂໍ​ຕາງໜ້າ​ພະນັກງານ​ພາກ​ພາສາ​ລາວໝົດ​ທຸກ​ຄົນອວຍ​ພອນ​ໃຫ້​​ເອື້ອຍ​ຈົ່ງ​ມີສຸຂະ​ພາບ​​ເຂັ້ມ​ແຂງ​ແລະມີ​ຄວາມສຸກ​ຕະຫຼອດ​ຊີວິດ.

ໃນ​ຈົດໝາຍ,ນາງ​ນະພາ​ຍັງ​ເວົ້າ​ວ່າ​​ເພິ່ນງຢາກ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ທີ່​ວິທະຍຸພວກ​ເຮົາ​ຈັດ​ຂຶ້ນ,ສະນັ້ນ​,ກໍ່​ຂໍ​ໃຫ້​​ເອື້ອຍຕິດຕາມ​ຮັບ​ຟັງ​ລາຍການ​"​ເຮົາ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ"ທີ່ອອກ​ອາກາດ​ໃນ​ທຸກວັນ​ອາທິດ,​ໃນ​ນັ້ນ​​ໄດ້ຈັດ​ໃຫ້​ມີການ​ເສັງ​ຄວາມ​ຮູ້.ພວກ​ເຮົາ​ຈະ​ຝາກ​ໃບ​ຄຳ​ຖາມຂອງ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ໃຫ້​​ເອື້​ອຍ,​ເມື່ອ​ເອື້ອຍ​ຂຽນ​ຄຳຕອບ​ແລ້ວ,ຝາກ​ຄືນໃຫ້ພວກ​ເຮົາ​ກ່ອນ​ວັນ​ທີ1​ກັນຍາ​ປີນີ້​ນະ​ທີ່​ນີ້,ພວກ​ເຮົາ​ກໍຂໍອວ​ຍພອນ​​ໃຫ້​ນາງ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້.ພ້ອມ​ກັນ​ນັ້ນ,ກໍ່​ຫວັງ​ໃຫ້​ເພື່ອ​ນມິດ​ຜູ້​ຟັງ​ທັງ​ຫຼາຍ​ຈົ່ງທີ່​ພວມ​ຟັງ
ວິ​ທະ​ຍຸ​ຢູ່​ດຽວ​ນີ້​​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​​ເທື່ອ​ນີ້​ຢ່າງ​ຕັ້ງໜ້າ,​ເພື່ອລະ​ລຶກວິ​ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ65​ປີ​.

ໃນ​ຕອນ​ມ້ວນ​ທ້າຍ,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່​ນາງ​ນະພາ​ແລະ​ເພື່ອ​ນມິດ​ຜູ້​ຟັງ​ທັງຫຼາຍ​ທີ່​ພວມຟັງ​ລາຍການ​ຂອງ​ພວກ​ເຮົາ,​ເພງ​ນີ້​ຊື່ວ່າ"ນີ​ເຕົ້າ​ດີ​ອ້າຍ​ຊຸຍ"​ແປ​ວ່າ"​ເຈົ້າ​ຮັກ​ໃຜ​​ແທ້".​