ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 19:15:54    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ຢ້ຽມ​ຢາມ​ຈີນ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສປປ​ເກົາ​ຫຼີ​ແມ່ນ​ສຳ​ເລັດ​ຜົນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ6​ມິຖຸນາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ແປັກ ນາມ​ຊູນ ລັດຖະມົນຕີ​ການ​ຕ່າງ​ປະ​ເທດສປປ​ເກົາຫຼີ​ແມ່ນ​ສຳ​ເລັດ​ຜົນ.

​ໂດຍ​ຕອບ​ສະ​ໜອງ​ຄຳ​ເຊີນ​ຂອງ​ທ່ານຫຼີຈ້າວ​ຊິ່ງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,​ທ່ານ​ແປັກ​ນາມ​ຊູນ ລັດຖະມົນຕີ​ການ​ຕ່າງປະ​ເທດສປປ​ເກົາຫຼີ​ໄດ້​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ30​ພຶດສະພາ​ຫາ​ວັນ​ທີ6​ມິຖຸນາ.

ທ່ານ​ລິວ​ຈ້ຽນຊ່າວ​ເວົ້າວ່າ,ສອງ​ຝ່າຍ​ຈີນ​ສປປ​ເກົາຫຼີ​ໄດ້​ແລກປ່ຽນ​ຄວາມ​ເຫັນຕື່ມ​ອີກ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີພ້ອມ​ດ້ວຍ​ບັນຫາ​ການ​ເຈລະຈາ​ຫົກ​ຝ່າຍ.ຝ່າຍຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ໃຊ້​ທ່າ​ທີ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ຄ່ອງ​ແຄ້ວ,ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່ການ​ຟື້ນ​ຟູ​ການ​ເຈລະຈາ​ຫົກ​ຝ່າຍ,​ແລະ​ເຮັດ​ໃຫ້ການ​​ເຈລະຈາ​ຫົກ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕໍ່​ໄປ.​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ປະ​ເທດ​ພ້ອມ​ດ້ວຍບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.