ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-06 20:52:09    
ທ່ານ​ບຸສ​ພົບ​ປະ​ຄະ​ນະ​ອົບ​ຮົມ​ແລະ​ທັດ​ສະ​ນະ​ສຶກ​ສາ​ຂອງ​ລັດ​ຖະ​ກອນ​ຊັ້ນ​ສູງ​ຂອງ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5​ມິຖຸນາ,ຢູ່​ທຳນຽບຂາວ,​ທ່ານ​ບຸສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ຄະນະ​ອົບຮົມ​ແລະ​ທັດສະນະ​ສຶກສາ​ຂອງລັດຖະກອນ​ຊັ້ນສູງ​ຂອງ​ຈີນ​ທີ່​ພວມ​ທັດສະນະ​ສຶກສາ​ຢູ່​ອາ​ເມ​ລິ​ກາ.​ໃນ​ການ​ພົບ​ປະ,ທ່ານ​ບຸ​ສກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດສຳຄັນ​ທີ່​ສຸດ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ອັ​ນມະຫາສານ.ອາ​ເມ​ລິ​ກາ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງສັນ​ກັບ​ຈີນ,ຍິນ​ດີ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະການ ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນ,​ເຊິ່ງ​ລວມ​ທັງ​ການ​ແລກປ່ຽນ​ດ້ານ​ການ​ສຶກສາ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ຊາວ​ໜຸ່ມ.

ທ່ານ​ໂຈ່​ວຊຽງ ຫົວໜ້າ​ຄະນະທັດສະນະ​ສຶກສາ ​ເລຂາ​ທີ​ໜຶ່ງ​ຂອງ​ກອງເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມກອມ​ມູນິດຈີນ ຫົວ ໜ້າ​ສະ​ຖາ​ບັນ​​ການ​ເມືອງ​ຊາວ​ໜຸ່ມ​ຈີນ​ໄດ້​ແນະນຳ​ສະພາບ​ການ​ທັດສະນະ​ສຶກສາ​ຢູ່​ອາ​ເມ​ລິ​ກາ​ຂອງ​ຄະນະ​ຜູ້​ແທນໃຫ້​ທ່ານ​ບຸ​ສຊາບ.