ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 09:29:41    
ຂົວ​ອາ​ກາດ​060606(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ກະ​ແຕ ​ເທບ​ສຸວັນ ທີ່​ວຽງ​ຈັນ.ນ້ອງ​ກະ​​ແຕຂຽນ​ວ່າ​ນີ້​ເປັນ​ຄັ້ງ​ທຳ​ອິດ​ຂອງ​ນ້ອງ​ທີ່​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ພວກ​ເຮົາ​.​ໃນຈົດໝາຍ​ນ້ອງ​ກະ​ແຕຍັງ​ໄດ້​ລົມ​ເຖິງສາ​ມາດຮຽນ​ພາສາ​ຈີນຂອງ​ນ້ອງ​,ຂຽນ​ວ່າ:​ເອື້ອຍ​ຂອງ​ນ້ອງ​ໄດ້​ຊວນ​ນ້ອງ​ໃຫ້​ມາ​ຮຽນ​ພາສາ​ຈີນ​ນຳ​ກັນ,​ເພິ່ນ​ໄດ້​ອະທິບາຍ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ກ່ຽວ​ກັບCRI​ໃຫ້​ນ້ອງ​ຟັງ,ນ້ອງ​ຈິ່ງ​ເກີດ​ມີ​ຄວາມ​ສົນ​ໃຈ​ທີ່​ຢາກ​ຈະ​ຮຽນ​ພາສາ​ຈີນ.ທຸກ​ມື້​ເມື່ອ​ເຖິງ​ເວລາ​ອອກ​ອາກາດ​ຂອງ​ສະຖານີ​ແລ້ວ​ນ້ອງ​ກັບ​ເອື້ອຍ​ຂອງ​ນ້ອງ​ກໍ່​ຈະ​ພາກັນ​ເປີດ​ວິທະຍຸ​ຟັງ​ລາຍການ​ສອນ​ພາສາ​ຈີນ,​ເມື່ອ​​ໃດ​ມີ​ເວລາ​ຫວ່າງ​ກໍ​ຈະ​ເອົາ​ບົດຮຽນ​ທີ່​ໄດ້​ຮຽນ​ຈາກ​ລາຍການມາ​ເວົ້າ​ສົນ​ທະ​ນາ​ກັນ.​ໃນ​ຕອນ​ມ້ວນທ້າຍ​ຂອງຈົດໝາຍ,ນ້ອງ​ກະ​ແຕຂຽນ​ວ່າ, ນ້ອງ​ກໍ່​ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຂຽນ​ຈົດໝາຍ​ສະບັບ​ນີ້​ມາ​ຍັງ​ສະຖາ​ນີ​ເພື່ອ​ທີ່​ຈະ​ໄດ້​ທຳ​ຄວາມ​ຮູ້ຈັກ​ກັບ​ພວກ​ທ່ານ,​ແລະ​ນ້ອງ​ເອງ​ກໍ່​ຫວັງ​ວ່າ​ຈົດໝາຍ​ສະບັບ​ນີ້​ຄົງ​ຈະ​ສ້າງ​ຄວາມ​ຜູກ​ມິດ​ສຳພັນ​ລະຫວ່າງ​ນ້ອງ​ກັບCRIດ້ວຍ.

ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ກະ​ແຕ,ຂອບ​ໃຈ​ນ້ອງ​ທີ່​ຕິດຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວ​ກ​ເຮົາ​ໂດຍ​ຕະຫຼອດ​,​​​ໃນ​ເວລາ​ຮຽນ​ພາສາ​ຈີນ,ຖ້ານ້ອງ​ຍັງ​ມີຫຍັງ​ບໍ່​ເຂົ້າ​ໃຈ​ກໍ​ຂໍ​ຂຽນ​ຈົດໝາຍ​​ໃຫ້​ພວກ​ເຮົາ,ພວກ​ເຮົາ​ຈະ​ຕອບ​​ໃຫ້,​ແລະ​ຫວັງ​ວ່າ​ນ້ອງ​​ຮຽນ​ພາສາ​ຈີນ​​ຈະ​ໄດ້​ຜົນສຳ​ເລັດ,ຕໍ່​ໄປ​ພາຍ​ໜ້າ ສາມາດ​ຂຽນ​ຈົດໝາຍ​ດ້ວຍ​ພາສາ​ຈີນ​ໃຫ້​ພວ​ກ​ເຮົາ.ພ້ອມ​ກັນ​ນັ້ນ,ກໍ່​ຫວັງ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ອື່ນໆ​​ຕັ້ງໜ້າ​ແລກປ່ຽນ​ຄວາມ​ຄຶດ​ຄວາມ​ຮູ້ສຶກ​ໃນ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ຕົນ​ກັບ ​ພວກ​ເຮົາ,ຫືຼວ່າ​ທ່ານ​ມີຂໍ້​ສະ​ເໜີ​ຫຍັງ​ກ່ຽວ​ກັບ​ລາຍການ​ຂອງ​ພວກ​ເຮົາ​ກໍ​ຂໍຂຽນຈົດ​ໝາຍໃຫ້​ພວກ​ເຮົາ,ນະ​ທີ່​ນີ້,ພວກ​ເຮົາ​ຂອບ​ໃຈ​​ລ່ວງ​ໜ້າ​.

ໃນ​ຕອນ​ສຸດທ້າຍ,ພວ​ກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່​ນ້ອງ​ກະ​ແຕ​ແລະ​ເພື່ອນ​ມິດ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ,​ເພງ​ນີ້​ຊື່ວ່າ"ຊີວ​ໂຟ",​ແປ​ວ່າ"ວິ່ງ​ວອນພະພຸດທະ​ເຈົ້າ"