ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 15:33:15    
ອິນ​​ໂດ​ເນ​ເຊຍ​​ແລະ​ອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ການ​ພົວ​ພັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ

cri Author: lm

ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 6 ມິຖຸນາ, ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​​ໄປ​ຢ້ຽມ​ຢາມ, ສອງ​ຝ່າຍ​ກ່າວ​ວ່າ ຈະ​ພະຍາຍາມ​ຮັກສາ​ການ​ພົວພັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ.

​ໂຄສົກ​ທຳ​ນຽບປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ໃນ​ການ​ເຈລະຈາ ທ່ານ​ຊູ​ຊີ​ໂລ​ໄດ້​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮັບ​ມື​ກັບ "ການ​ຂົ່ມຂູ່​ທີ່ບໍ່​ແມ່ນ​ດັ້ງ​ເດີມ" ​ເຊັ່ນ ​ໄພ​ທຳ​ມະ​ຊາດ​ເປັນຕົ້ນ. ທ່ານ​ລາມສ໌ຟິວກໍ​ກ່າວ​ສະໜັບສະ​ໜູນ​​ການ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທາງ​ການ​ທະ​ຫານ​ທີ່​ຖາວອນລະຫວ່າງ​ສອງ​ປະ​ເທດ.

ປີ 1999, ອາ​ເມ​ລິ​ກາ​ໄດ້​ປະກາດ​ຢຸດຕິ​ການ​ພົວພັນ​ທາງ​ການ​ທະຫານ​ກັບ​ອິນ​ໂດ​ເນ​ເຊຍ​ແລະ​ຫ້າມ​ຂາຍ​ອາວຸດ​ໃຫ້​ອິນ​ໂດ​ເນ​ເຊຍ ​ໂດຍອ້າງວ່າຝ່າຍ​ທະ​ຫານ​ອິນ​ໂດ​ເນ​ເຊຍ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ຕີ​ມໍ​ຕາ​ເວັນ​ອອກ​. ​ເດືອນ​ພະຈິກ​ປີ 2005, ອາ​ເມ​ລິ​ກາ​ໄດ້​ຟື້ນ​ຟູ​ການ​ພົວ​ພັນ​ຮ່ວມ​ມື​ທາງ​ການ​ທະຫານ​ກັບ​ອິນ​ໂດ​ເນ​ເຊຍ.