ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 16:32:34    
ງານ​ຕະ​ຫຼາດ​ນັດ​ພາ​ຫະ​ນະ​ການ​ຜະ​ລິດ​ກະ​ສິ​ກຳ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ​2006​ຈະ​ຈັດ​ຂຶ້ນ​ຢູ່​ກຸ້ຍ​ລິນ

cri

ຕາມ​ກວາງຊີ​ຢື້​ປ້າວ:ງານ​ຕະຫຼາດ​ນັດ​ພາຫະນະ​ການຜະລິ​ດກະສິກຳ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ປີ2006ຈະ​ຈັດ​ຂຶ້ນ​ຢູ່​ກຸ້ຍ​ລິນ ​ແຂວງ​ກວາງຊີ​ໃນ​ວັນ​ທີ13 ມິຖຸນາ​ຫາ​ວັນ​ທີ15 ມິຖຸນາ.ນີ້​ແມ່ນ​ງານ​ຕະຫຼາດນັດ​ສະ​ເພາະ​ກິດ​ກ່ຽວ​ກັບຜະລິດ​ຕະພັນ​ພາຫະນະ​ການ​ຜະລິດກະສິກຳ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ປະຖົມມະ​ເລີກ.

ບົນ​ພື້ນຖານ​ການ​ສຳ​ຫຼວດຄົ້ນຄວ້າ​ຕະຫຼາດ​ອັນ​ກວ້າງຂວາງ,​​ແລະແນ​ໃສ່​ຄວາ​ມຕ້ອງການ​ດ່ວນ​ຂອງການ​ຜະລິດ​ກະສິກຳ​ຂອງ​ປະ​ເທດ​ອາ​ຊຽນ,​ໄດ້​ຈັດ​ງານ​ຕະຫຼາດນັດສະ​ເພາະກິດ​ກ່ຽວ​ກັບ​ຜະລິດ​ຕະພັນ​ພາຫະນະການ​ຜະລິດ​ກະສິກຳ​ທີ່​ຖື​ການ​ເຜີຍ​ແຜ່​ພາຫະນະ​ການຜະລິດ​ກະສິກຳ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເປັນ​ເນື້ອ​ໃນ​ຕົ້ນຕໍ.

ງານຕະຫຼາດນັດຄັ້ງ​ນີ້,ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ການສະ​ແດງ​ຜະລິດ​ຕະພັນ​ແລະ​ການວາງ​ຄ້າ​ເທົ່າ​ນັ້ນ,ຍັງ​ຈະ​ຈັດ​ກອງ​ປະຊຸມ​​ແລ​ກປ່ຽນ​ວິຊາ​ການ​ແລະ​ສະ​ແດງ​ເຕັກນິກກະສິກຳ​ທີ່​ກ້າວໜ້າ.ຕາມ​ໄດ້​ຊາບ,​ໄທ,ຫວຽດນາມ,ຟີ​ລິບ​ປິນ,ມາ​ເລ​ເຊຍໄດ້​ຕົກລົງ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ມາ​ເຂົ້າ​ງານຕະຫຼາດນັດແລະ​ກອງ​ປະຊຸມ.