ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 17:09:25    
ການທ່ອງທ່ຽວ​ຂອງ​​ໂຢກ​ຢາ​ກາ​ຕາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ຖືກ​ແຜ່ນ​ດິນ​ໄຫວ​ທຳ​ລາຍ ​ ກະ​ວ່າ​ຄວາມ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ມີ​ເຖິງ 60%

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ທ່ານ​ເຈ​ໂຣ ວາ​ຈິກ ລັດຖະມົນຕີ​ກະຊວງ​ວັດ​ທະ​ນະ​ທຳ​ແລະ​ການທ່ອງ​ທ່ຽວ​ແຫ່ງອິນ​ໂດ​ເນ​ເຊຍ​​ໄດ້​ລົງ​ກວດກາ​ວຽກ​ງານ​ຢູ່​ເຂດ​ໂຢກ​ຢາກາ​ຕາ, ທ່ານ​ກ່າວ​ວ່າ, ຊັບພະຍາກອນ​ແລະ​ໂຄງ​ລ່າງ​ການທ່ອງ​ທ່ຽວ​ຂອງ​ເຂດ​ໂຢກ​ຢາກາ​ຕາ​ຖືກ​ແຜ່ນ​ດິນ​ໄຫວ​ທຳ​ລາຍ​ຢ່າງ​ສາຫັດ, ກະ​ວ່າຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຂອງຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ເຂດ​ດັ່ງ​ກ່າວ​ມີ​ເຖິງ 60%.

ບຸກຄົນ​ພາຍ​ໃນວົງ​ການ​ເຜີຍ​ໃຫ້​ຮູ້​ວ່າ, ​ໂດຍ​ພິຈາລະນາ​ຈາກ​ຄວາມ​ປອດ​ໄພ, ພາຍ​ຫຼັງ​ເກີດ​ແຜ່ນ​ດິນ​ໄຫວ​ແລ້ວ ​ແຂກ​ທ່ອງ​ທ່ຽວຢ່າງຫຼວງຫຼາຍ​ໄດ້​ປະລະ​ແຜນການ​ໄປ​ທ່ຽວ​ຢູ່​ໂຢກ​ຢາ​ກາ​ຕາ​ຫຼື​ຍົກ​ເລີກ​ແຜນການ​ເດີນທາງທີ່​ຕົກລົງແລ້ວນັ້ນ, ​ເຂດ​ທ່ອງ​ທ່ຽວ​ແລະ​ໂຮງ​ແຮມ​ຫຼາຍ​ແຫ່ງ​ກໍ່​ບໍ່​ສາ​ມາດ​​ເປີດ​ທຸ​ລະ​ກິດ​ຢ່າງ​ເປັນ​ປົກກະຕິ​ຍ້ອນ​ຖືກ​ທຳ​ລາຍ​ໃນ​ລະ​ດັບ​ຕ່າງ​ກັນ​ໃນ​ແຜ່ນ​ດິນ​ໄຫວ, ພາ​ໃຫ້​ຂະ​ໜາດ​ການທ່ອງທ່ຽວ​ຂອງ​ເຂດ​ໂຢກ​ຢາກາ​ຕາ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ທຽບ​ກັບ​ໄລ​ຍະ​ກ່ອນ​ເກີດ​ແຜ່ນດິນ​ໄຫວ.

​ເຂດ​ໂຢກ​ຢາກາ​ຕາຕັ້ງຢູ່​ແຂວງ​ຊາ​ວາ​ກາງ, ​ແມ່ນ​ເຂດ​ທ່ອງ​ທ່ຽວ​ໃຫຍ່​ທີ​ສອງ​ຂອງ​ອິນ​ໂດ​ເນ​ເຊຍ.