ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 17:28:18    
ເຂດ​ກວາງ​ຊີ​ອອກ​ແຮງ​ສ້າງ​ອິດ​ທິ​ພົນ​ໃນ​ການ​ຄົ້ນ​ຄວ້າ​ພາ​ສີ​ສາ​ກົນ​ຈີນ​ອາ​ຊຽນ

cri Author: lm

ຕາມຂ່າວໜັງສືພິມ​ກວາງຊີ​ຢຶ້ຢ້າວ​ຂອງ​ຈີນສະບັບ​ວັນ​ທີ 7 ມິຖຸນາ: ຫວ່າງ​ມໍ່ໆ​ນີ້ ສະມາ​ຄົມ​ຄົ້ນ​ຄວ້າ​ພາ​ສີ​ສາ​ກົນ​ເຂດ​ກວາງຊີ​ຈີນ​ກ່າວ​ວ່າ ຈະ​ຍາດ​ແຍ່ງ​ໃຊ້​ເວລາ 3 ປີ, ສ້າງ​ສະ​ມາ​ຄົມ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ໃຫ້​ກາຍ​ເປັນ​ສູນ​ຂໍ້​ມູນ​ແລະ​ສູນ​ໃຫ້​ຄຳ​ປຶກ​ສາ​ທີ່​ມີ​ຫົວ​ຂໍ້​ສະ​ເພາະ​ດ້ານ​ພາ​ສີ​ຈີນ​ອາ​ຊຽນ, ສະ​ໜອງ​ຫຼັກອ້າງ​ອີງ​ດ້ານພາສີ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ລັດ​ຖະ​ບານ​​ຕົກ​ລົງ​ນະ​ໂຍ​ບາຍ​ຕາມຫຼັກວິທະຍາສາດ​, ​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ພາ​ສີ​ແກ່​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ຄ້າ​ຂອງວິ​ສາ​ຫະ​ກິດ​, ຊຸກ​ຍູ້​ໃຫ້​​ເສດ​ຖະ​ກິດ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ພັດ​ທະ​ນາ.

ຕາມ​ໄດ້​ຊາບ, ​ເດືອນ​ພະຈິກ​ປີ​ນີ້, ສະມາ​ຄົມ​ຄົ້ນຄວ້າ​ດັ່ງກ່າວ​ຈະຈັດ​ເວທີ​ປາ​ໄສ​ພາ​ສີ​ສາ​ກົນ​ຈີນ​ອາຊຽນຢູ່​ນະຄອນ​ນານ​ນິງ; ປີ 2007, ສະມາ​ຄົມດັ່ງກ່າວ​ຈະດຳ​ເນີນ​ການ​ຄົ້ນ​ຄວ້າ​ຫຼາຍ​ຫົວ​ຂໍ້​ສະ​ເພາະ, ​ໂດຍ​ຖື​ນະ​ໂຍບາຍ​ພາສີ​ຂອງ​ປະ​ເທດ​ຄູ່​ຂາ​ການ​ຄ້າ​ຕົ້ນ​ຕໍ​ເປັນ​ຈຸດ​ໜັກ. ປີ 2008, ຈະ​ເຮັດ​ໃຫ້​ການ​ຄົ້ນຄວ້າ​​ຫົວ​ຂໍ້​ສະ​ເພາະ​ຕ່າງໆ​ລົງສູ່​ລວງ​ເລິກ​ແລະ​ລະ​ອຽດ​ຕື່ມ​ອີກ, ບັນ​ລຸ​ເປົ້າ​ໝາຍ​ກາຍ​ເປັນ​ສູນ​ຂໍ້​ມູນ​ແລະ​​ສູນ​ໃຫ້​ຄຳ​ປຶກສາດ້ານ​ພາ​ສີ​ຂອງ​ຈີນ​ແລະ​ອາ​ຊຽນ.