ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 17:56:36    
ສູນ​ວາງ​ສະ​ແດງ​ແລະ​ຄ້າ​ຂາຍ​ສິນ​ຄ້າ​ຈີນ​ອາ​ຊຽນ​ເລີ່ມ​ເປີດ​ທຸ​ລະ​ກິດ

cri
ຕາມ​ຂ່າວ​ໜັງສື​ພິມ​ກວາງຊີ​ລາຍ​ວັນ,​ວັນ​ທີ6​ມິຖຸ​ນາ,​ສູນ​ວາງ​ສະ​ແດງ​ແລະ​ຄ້າ​ຂາຍ​ສິນ​ຄ້າ​ຈີນ​ອາ​ຊຽນ​ໄດ້​ເລີ່ມ​ເປີດ​ທຸ​ລະ​ກິດ​ຢ່າງ​ເປັນ​ທາງ​ການ​ຢູ່​ເມືອ​ງນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ.​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຕໍ່​ໄປ​ພາຍ​ໜ້າ,​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຢູ່​ເມືອງນານ​ນິງ​ນັ້ນ​ໄດ້​ມີ​ສະ​ຖານ​ທີ່​ໂຮມ​ສູນ​ທີ່​ວາງ​ສະ​ແດງ​ແລະ​ຄ້າຂາຍ​ເປັນ​ເວລາ​ຍາວ​ນານ.

ຕາມ​ໄດ້​ຊາບ,​ໃນ​ໄລຍະ​ທີ່​ໜຶ່ງ,​ສູນ​ດັ່ງ​ກ່າວ​ມີ​ເນື້ອ​ທີ່​5000​ກວ່າ​ຕາ​ແມັດ,​ມີ​ແທ່ນ​ວາງ​ສະ​ແດງ​ສິນຄ້າ​2500​ກວ່າ​ແທ່ນ,​ແບ່ງ​ເປັນ​ເຂດ​ສິນ​ຄ້າ​11ປະ​ເພດ​ໃຫຍ່​ຄື​ປະ​ເພດ​ເຄື່ອງ​ສີ​ລະ​ປະ​ອຸດ​ສາ​ຫະ​ກຳ​ເບົາ ປະ​ເພດບໍ່​ແຮ່​ແລະ​ອຸດ​ສາ​ຫະ​ກຳ​ເຄມີ ​ປະ​ເພດ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ເຄື່ອງ​ໄຟ​ຟ້າ​ແລະ​ຜະລິດ​ຕະພັນ​ກະ​ສິກຳ​ເປັນ​ຕົ້ນ,​ວາງ ສະ​ແດງ​ແລະ​ຄ້າ​ຂາຍ​ສິນ​ຄ້າ​ຕົ້ນຕໍ​ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ສຳ​ຄັນ​ງວດ​ໃຫຍ່​ຂອງ​ປະ​ເທດ​ອາ​ຊຽນ​ແລະ​ວິ​ສາ​ຫະ​ກິດ​ອື່ນໆ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ຕະ​ຫຼອດ​ປີ.