ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 18:02:17    
ໂຮງ​ຮຽນ​ຊັ້ນ​ສູງ​ສາ​ມັນ​ທົ່ວ​ປະ​ເທດ​ຈີນ​ເລີ່ມ​ສອບ​ເສັງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ໃນ​ມື້​ນີ້

cri
ຕາມ​ຂ່າວCRI,​ວັນ​ທີ7​ມິຖຸ​ນາ,​ການ​ສອບ​ເສັງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ສາ​ມັນ​ທົ່ວ​ປະ​ເທດ​ຈີນ​ປີ​2006​ໄດ້​ເລິ່ມ​ຈັດ​ຂຶ້ນ​.ຕາມ​ສະຖິ​ຕິ,​ປີ​ນີ້​ຢູ່​ຈີນ​ມີ9​ລ້ານ​5​ແສນ​ຄົນ​ສະ​ໝັກ​ຊື່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ເຂົ້າ​ມະຫາ​ວິທະ​ຍາ​ໄລ,​ຫຼາຍ​ກວ່າ​ປີ​ກາຍ8​ແສນ​3ໝື່ນ​ຄົນ.

ເພື່ອ​ຮັບປະ​ກັນ​ການ​ສອບ​ເສັງ​ດັ່ງກ່າວ​ໄດ້​ດຳ​ເນີນ​ຢ່າງ​ສະດວກ,​ພະ​ແນກ​ການ​ສຶກ​ສາ​ແລະ​ອົງ​ການ​ສອບ​ເສັງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ທຸກ​ຂັ້ນ​ຂອງ​ຈີນ​ໄດ້​ວາງ​ແຜນ​ການ​ຮັບ​ມື​ສຸກ​ເສີນ,​ເຊິ່ງ​ພົວ​ພັນ​ເຖິງ​ການ​ປິ່ນ​ປົວ​ຄົມ​ມະ​ນາຄົມ​ແລະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເປັນ​ຕົ້ນ​ໃນ​ໄລ​ຍະ​ການ​ສອບ​ເສັງ,​ແລະ​ຄຸ້ມ​ຄອງ​ການ​ສອບ​ເສັງ​ຢ່າງ​ເຄັ່ງ​ຄັດ,​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ກະ​ທຳ​ຜິດ​ກົດ​ລະບຽບ.

ໂດຍ​ອີງ​ຕາມ​ແຜນ​ການ​ຂອງ​ລັດຖະ​ບານ​ຈີນ,​ປີ​ນີ້​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ຈີນ​ມີ​ແຜນ​ການ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​5​ລ້ານ​3​ແສນ​ຄົນ,​ຫຼາຍ​ກວ່າ​ປີ​ກາຍ​5%.