ຄັງສຳຮອງເງິນຕາຕ່າງປະເທດຂອງຮົງກົງເປັນທີ8ໃນທົ່ວໂລກ
cri
Author: shuo
ຕາມຂ່າວCRI:ວັນທີ7ມິຖຸນາ,ກົມຄຸ້ມຄອງການທະນາຄານຂອງຮົງກົງປະກາດວ່າ,ນັບມາຮອດທ້າຍເດືອນພຶດສະພາປີນີ້,ຊັບສິນຄັງສຳຮອງເງິນຕາຕ່າງປະເທດຝ່າຍທາງການຂອງຮົງກົງມີ126ຕື້500ລ້ານໂດລາສະຫະລັດ,ຫຼຸດໜ້ອຍລົງໜ້ອຍໜຶ່ງເມື່ອທ່ຽບໃສ່ເດືອນແລ້ວນີ້,ເປັນທີ8ໃນທົ່ວໂລກ.
ປະຈຸບັນນີ້,ມູນຄ່າຄັງສຳຮອງເງິນຕາຕ່າງປະເທດຂອງຮົງກົງພຽງແຕ່ໜ້ອຍກວ່າເຂດໃນ ຈີນ ຍີ່ປຸ່ນ ໄຕ້ຫວັນຈີນ ຣັດເຊຍ ສ.ເກົາຫຼີ ອິນເດຍແລະສິງກະໂປ.
ຕາມແນະນຳວ່າ,ຍອດມູນຄ່າຄັງສຳຮອງເງິນຕາຕ່າງປະເທດຂອງຮົງກົງໃນປະຈຸບັນນີ້ເທົ່າກັບ6ເທົ່າກວ່າຂອງເງິນຕາຈໍລະຈອນຂອງຮົງກົງ.
|
|