ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 21:24:32    
ນາງ​ຟ້າ​ນ​ເວີຍ​ສີ​ກັບ​ເພງ​ຂອງ​ນາງ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຊົມ​ເຊີຍ​ທ່ານຮັບ​ຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ. ຫວ່າງ​ມໍ່ໆ​ນີ້, ນາງ​ຟ້າ​ນ​ເວີຍ​ສີ ນັກ​ຮ້ອງ​ໄຕ້​ຫວັນ​ຈີນ​ໄດ້​ອັດ​ຈຳໜ່າຍCD​ແຜ່ນ​ໃໝ່ທີ່​ຊື່ວ່າ"Yi bi yi" ໜຶ່ງ​ຕໍ່​ໜຶ່ງ. ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວ​ຂໍ​ແນະນຳ​​ເພງ​ໃນ​CD​ແຜ່ນ​ນີ້​ສູ່​ທ່ານ​ຟັງ.

"​​ໃນ​ທີ່​ສຸດ, ​ເຮົາ​ທັງ​ສອງ​ເຖິງ​ຈະ​ນັ່ງ​ປິ່ນ​ໜ້າ​ໃສ່​ກັນ​ ກໍ​ບໍ່​ມີ​ຫຍັງ​ຈະ​​ເວົ້າ, ​ເຈົ້າຈະ​ເວົ້າ​ໃຫ້​​ແຈ້ງໆ​ແລ້ວ​ຈິ່ງ​ຈາກ​ໄປ​ບໍ່? ກັບ​ດົນຕີ​ທີ່​ເຈົ້າໃຫ້​ຂ້ອຍນັ້ນ, ​ເຫຼືອ​ແຕ່​ຄວາມ​ຫງ່ວມ​ເຫງົາ​​ປິ່ນ​ຢູ່​ບໍ່​ເຊົາ, ຮ້ອງ​ເພງ​ທີ່​ຂ້ອຍມັກ​ທີ່​ສຸດ, ​ແຕ່​ຟັງແນວ​ໃດ​ກໍ​ຮູ້ສຶກ​ລ່ຳ​​ໃລ; ​ເຈົ້າຢາກໜີ, ກໍ​ຮີບໜີ​, ຂ້ອບຈ່ອງ​ເຈົ້າ​ໄວ້​ບໍ່​ໄດ້, ຂ້ອຍ​ບໍ່​ມີ​ຄວາມ​ແນ່​ໃຈຕໍ່​ຄວາມ​ຮັກ​ແລ້ວ, ​ແລະ​ກໍ​ບໍ່​ມີ​ແຮງ​ເວົ້າກັບ​ເຈົ້າວ່າ, ຂ້ອຍ​ຈັ່ງ​ແມ່ນ​ຮັກ​ເຈົ້າຫຼາຍອີ່ຫຼີ!"

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"Duo mo duo mo ai ni" ຈັ່ງ​ແມ່ນ​ຮັກ​ເຈົ້າຫຼາຍອີ່ຫຼີ. ຂັບ​ຮ້ອງ​ໂດຍ​ນາງ​ຟ້າ​ນ​ເວີຍ​ສີ.

ນາງ​ຟ້າ​ນ​ເວີຍ​ສີ​ເຄີຍ​ເປັນ​ນາງ​ແບບ​, ​​ເມື່ອ 5 ປີ​ກ່ອນ, ຍ້ອນ​ມັກ​ດົນຕີ, ນາງ​ໄດ້​ປະ​ໂອກາດທີ່​ຈະ​ໄດ້​ກາຍ​ເປັນ​ນາງ​ແບບ​​​​ຊັ້ນສູງ, ​ແລ້ວ​ຈາກ​ເວທີ​​ເດີນ​ແບບໄປ​ສູ່ເວທີ​ເພງ. ປັດຈຸບັນ, ນາງ​ແບບຫຼາຍໆ​ຄົນ​ມີໜ້າ​ມີ​ຕາ​ປະຈັກ​ຕາ​ຄົນ​ຊາວ​ໂລກ, ​ແຕ່​ນາງ​ຟ້າ​ນ​ເວີຍ​ສີ​ພັດ​ບໍ່​​ເຄີຍກິນ​ແໜງ​ຍ້ອນການ​ຄັດ​ເລືອກຂອງ​ຕົນຈັກ​ເທື່ອ. ​ແຕ່​ຂຶ້ນ​ສູ່​ເວທີ​ເພງ 5 ປີ​ມາ​ນີ້, ນາງ​ໄດ້​ອັດ​ຈຳໜ່າຍCD 5 ​ແຜ່ນ​​ແລ້ວ, CD 4 ​ແຜ່ນ​ທຳ​ອິດ​ລ້ວນ​ແຕ່​ແມ່ນ​ເພງ​ລະບາຍ​ອາລົມທີ່​ໜ້າ​ອອນຊອນ, ​ແຕ່CD​ໃໝ່​ທີ່​ນຳ​ອອກ​ຫວ່າງ​ບໍ່​ດົນ​ນີ້​ທີ່​​ໃຫ້​ຊື່ວ່າ "Yi bi yi" ໜຶ່ງ​ຕໍ່​ໜຶ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເອກະລັກ​ດົນຕີ​ທີ່​ຕ່າງ​ກັບ​ແຕ່​ກ່ອນ. ​CD​ແຜ່ນ​ນີ້​ແຕ່ງ​ໂດຍ​ຜູ້​ຜະລິດ​ທີ່​ມີ​ຊື່​ສຽງ 6 ຄົນ​ເຊັ່ນ​ທ່ານ​ຖາວ​ເຈີ ທ່ານ​ເສີນ​ເວີຍ ​ແລະ​ທ່ານ​ວາງ​ຈື້ພີ​ງ​ເປັນຕົ້ນ, ມີ​ທຳນອງຫຼາຍຢ່າງ. ຕໍ່​ໄປ​ເຊີນ​ຟັງ​ເພງ​ຊື່​ດຽວ​ກັນ​ກັບCD​ແຜ່ນ​ນີ້​ຄື​ເພງ"Yi bi yi" ໜຶ່ງ​ຕໍ່​ໜຶ່ງ, ​ເພງ​ນີ້​ມີ​ຈັງຫວະ​ໄວ, ​​ເຕັມ​ໄປ​ດ້ວຍ​​ຄວາມ​ຫ້າວຫັນ, ທ່ານ​ຖາວ​ເຈີ​​ເປັນ​ຜູ້​ແຕ່ງ​ສຳລັບໃຫ້​ນາງ​ຟ້າ​ນ​ເວີຍ​ສີ​ຮ້ອງທັງ​ເປັນ​ຜູ້​ຜະລິດ, ທ່ານ​ຖາວ​ເຈີ​ກັບ​ນາງ​ຟ້າ​ນ​ເວີຍ​ສີ​​ຮ້ອງປະສານສຽງກັນ, ມ່ວນຫຼາຍ, ​ເໝືອນ​ດັ່ງສຽງ​ສະຫວັນ, ມີ​ຄວາມ​ສົດ​ຊື່ນ​ປານ​ອາກາດຫຼັງຝົນ​ເອື້ອນ.

"ຂ້ອຍ​ບໍ່​ໄດ້​ເວົ້າຫຍັງ​ເທື່ອ, ​ແຕ່​ຂ້ອຍ​ຄິດ​ຈັ່ງ​ໃດ​ເຈົ້າກໍ​ເວົ້າ​ຖືກ​ໝົດ, ​​ໃນ​ເວລາ​ເຈົ້າຫງ່ວມ​ເຫງົາ, ​ເຈົ້າຕ້ອງ​ຄິດ​​ເຫັນ​ຂ້ອຍ​ກ່ອນໝູ່, ​ຄວາມ​ມ່ວນ​ຊື່ນ​ຊ້ຳ​ກັນຫຼາຍ​ເທື່ອ, ​ແຕ່​ລະ​ມື້​​ບໍ່​ເວົ້າກໍ​ເຂົ້າ​ໃຈ​ກັນ​ດີ, ຂ້ອຍ​ຮັກ​ເຈົ້າ​​ນັບ​ມື້​ນັບ​ແນ່ນອນ​, ​ໃກ້ຊິດ​ເຈົ້າທຸກ​ບາດກ້າວ, ບໍ່​ໄດ້​ເອົາ​ໃຈ​ໃສ່​ເໝືອນ​ກັບ​ລົມຫາຍ​ໃຈ, ຮັກ​ເຈົ້າ​ແມ່ນ​ຄວາມຕ້ອງການ, ມື້​ອື່ນ​ໃນ​ຊີວິດເຈົ້າຈະ​ຕ້ອງ​ມີ​ຂ້ອຍ."

ໜຶ່ງ​ປີຫຼັງ, ນາງ​ຟ້າ​ນ​ເວີຍ​ສີ​​ໄດ້ອັດ​ຈຳໜ່າຍ​CD​ແຜ່ນ​ໃໝ່​ອີກ. ​ອາດ​ເວົ້າ​ໄດ້​ວ່າ​​ໃນ​ປີນັ້ນ ນາງຂຸ້ນ​ວຽກຫຼາຍ​. ນອກຈາກຖ່າຍ​ທຳ​​ເລື່ອງ​ໂທລະພາບ​​ເລື່ອງ​ໜຶ່ງ​ແລ້ວ, ນາງ​ຍັງ​ໄດ້​ໄປໂຄສະນາ​ແລະ​ສະ​ແດງ​ຢູ່​ຕາມ​ອາຊີ​ອາຄະ​ເນ​ແລະ​ເຂດ​ໃນ​ຈີນ​ເລື້ອຍໆ. ​ເມື່ອ​ມີ​ເວລາ​ຫວ່າງ​, ນາງ​ຟ້າ​ນ​ເວີຍ​ສີ​ຍັງ​ຮຽນ​ແຕ້ມ​ຮູບ​ແລະ​ແຕ່ງ​ເພງ. ​ໃນ​CD​ແຜ່ນ​ນີ້, ​ມີ​ເພງ"Bu mian" ​ນອນບໍ່ຫຼັບ ​ເຊິ່ງນາງ​ຟ້າ​ນ​ເວີຍ​ສີ​ເປັນ​ຜູ້​ແຕ່ງ​ທຳນອງ. ​ທ່ານ​ຢາງ​ມິ​ງ​ເສ ໝູ່​ຮັກ​ແພງຂອງ​ນາງ​ແຕ່ງ​ເນື້ອ​ຮ້ອງ​ກ່ອນເຖີງ​ແກ່​ກຳ​, ​ເມື່ອ​ນາງ​ອ່ານ​ເນື້ອ​ຮ້ອງ​ແລ້ວ​ນາງກະ​ຕຸ້ນ​ໃຈ​ຈົນ​ນອນ​ບໍ່ຫຼັບໝົດຄືນ, ຈຶ່ງ​​ແຕ່ງ​ທຳນອງ​​ໃສ່​ສຳ​ເລັດ​ໃນ​ຄືນ​ດຽວ. ​ເພງ​ນີ້​​ສີ​ເສົ້າໆ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ໝູ່​ເພື່ອນ​. ຕໍ່​​ໄປ​​ເຊີນ​ຟັງ​ເພງ​ນີ້​ນຳ​ກັນ.

ເນື້ອ​ເພງ​ມີ​ຢູ່​ວ່າ: "​ໃນ​ຍາມ​ຮຸ່ງ​ເຊົ້າ, ບັນຍາກາດ​ກຽດຄ້ານ, ຂ້ອຍ​ນອນ​ບໍ່ຫຼັບ​ແຕ່​ກໍ​ຕື່ນ​ບໍ່​ໄດ້, ຄື​ກັບ​ເສຍ​ຂວັນອີກ​, ນັ່ງ​ເບິ່ງ​ດວງ​ຕາ​ເວັນ​​ໂພ່​ຂຶ້ນ, ພັດ​ຄິດ​ວ່າ​ແມ່ນ​ຕາ​ເວັນ​ຄ້ອຍ​ຄ່ຳ, ສຽງ​ນົກ​ຮ້ອງ​​ແຈ້ວໆ​ພາ​ໃຫ້​ຂ້ອຍ​ຕື່ນ​, ຈຶ່ງ​ຮູ້ວ່າຕົນ​ໄດ້​ເດີນ​ຜ່ານມາ​ຕະຫຼອດຊີວິດ​."

ຕໍ່​ໄປ​ເຊີນ​ຟັງ​ເພງ"jiu shi ni" ກໍ່​ແມ່ນ​ເຈົ້າ. ຂັບ​ຮ້ອງ​ໂດຍ​ນາງ​ຟ້າ​ນ​ເວີຍ​ສີ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "ນອກຈາກ​ຮັກ​ຕົນ​ເອງ​ແລ້ວ, ຂ້ອຍ​ຍິ່ງ​ຮັກ​ເຈົ້າ, ​​ເຖິງ​ວ່າບໍ່​ງາມ​ຄື​ເພັດ, ພັດ​ມີ​ສະ​ເໜ​ພິ​ເສດໜຶ່ງ​ບໍ່​ມີ​ສອງ, ຂ້ອຍ​ມັກ​ນິ​​ໄສ​ຂອງ​ເຈົ້າ, ມັກກິລິຍາ​ຂອງ​ເຈົ້າ, ພົບ​ເຫັນ​ເຈົ້າ, ຂ້ອຍ​ບໍ່​ຢ້າຍຄວາມ​ຫຍຸ້ງຍາກ​, ​ເຊື່ອ​ໝັ້ນຕົນ​ເອງ, ຄຳ​ຕອບ​ກໍ່​ແມ່ນ​ເຈົ້າ."

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"jiu shi ni" ກໍ່​ແມ່ນ​ເຈົ້າ. ການສະ​ແດງຂອງ​ຄະນະ​ດົນຕີ​ເຈັມ​ໄຕ້​ຫວັນ​ໃນ​ເພງດັ່ງກ່າວ, ​​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ໃໝ່​ຫູ​ໃໝ່ຕາ.

ສຸດ​ທ້າຍ, ​ເຊີນ​ຟັງ​ເພງ qiu qian ​ໂອນ​ຊາ, ​ເພງ​ລະບາຍ​ອາລົມ​ໃນ​CD​ແຜ່ນ​ໃໝ່​ຂອງ​ນາງ​ຟ້າ​ນ​ເວີຍ​ສີ. ​ເພງ​ນີ້​ໄດ້​ວາດ​ພາບ​ການຫວນ​ຄືດຄວາມ​ຮັກຄັ້ງ​ແລກ​ອັນ​ບໍລິສຸດ​ຂອງ​ຄົນ​ທັງຫຼາຍ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "​ໃນ​ເວລາ​ຂີ່​ໂອນ​ຊາ, ​ເຈົ້າຈັບ​ມື​ຂ້ອຍ, ​ແຫງນ​​ເບິ່ງ​ທ້ອງຟ້າ, ມີຄວາມ​ກະ​ຕຸ້ນ​ໃຈອັນ​ດີງາມ​ຢູ່​ອ້ອມ​ຂ້າງ​ຂ້ອຍ, ​ເວລາ​ນັ້ນ, ​ເຈົ້າປິ່ນຫຼັງ​​ໃສ່​ຂ້ອຍ, ​ແລະເວົ້າກັບ​ຂ້ອຍ​ວ່າ, ຈື່​ໄວ້​ເດີ້, ທ້ອງຟ້າ​ຈະ​ມີ​ຄວາມ​ຝັນ​ອັນ​ສວຍ​ງາມ​ກວ່າ​ເກົ່າ. ພວກ​ເຮົາ​ນັດ​ກັນ​ວ່າ​ຕ້ອງ​ຖ້າ​ຮອດ​ມື້​ທີ່​ພົບ​ກັນອີກ, ​ເຊື່ອວ່າ, ຄົງ​ບໍ່​ປ່ຽນ​ໃຈ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ພາກ​ນີ້ໄດ້​ສະ​ເໜີ​ເພງ​ໃນCD​ແຜ່ນ​ໃໝ່​ຂອງ​ນາງ​ຟ້າ​ນ​ເວີຍ​ສີ. ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.