ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 10:14:48    
[ຊື່​ໝາ​ກ່ວງ]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ​ໃນ​ປະ​ຫວັດ​ວິຊາ​ການຂອງ​ຈີນ, ມີ​ໜັງສື​ປະຫວັດສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ຈີນສອງ​ເຫຼັ້ມ​ຕ້ອງ​ກ່າວ​ເຖິງ, ເຫຼັ້ມ​ໜຶ່ງ​ແມ່ນ "ສື​ຈີ້" ​ແຕ່ງ​ໂດຍ​ຊື່​ໝາ​ຊ່ຽນ​ກ່ອນ ຄ.ສ.ສອງ​ສະຕະວັດ, ອີກ​ເຫຼັ້ມ​ໜຶ່ງ​ແມ່ນ "ຈື່​ຈື້​ຖົ່ງ​ຈ້ຽນ" ​ຮຽບ​ຮຽງໂດຍ​ຊື່​ໝາກ່ວງ​ເມື່ອ​ສະຕະວັດ​ທີ 11. ​ໃນ​ລາຍການ​ອາ​ລະ​ຍະ​ທຳ​ຈີນ​ພາກ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີຊື່​ໝາ​ກ່ວງ​ແລະໜັງສື "ຈື່​ຈື້ຖົ່ງ​ຈ້ຽນ" ທີ່​ເພິ່ນ​ຮຽບ​ຮຽງ​ນັ້ນ​ສູ່​ທ່ານ​ຟັງ.

ຊື່​ໝາ​ກ່ວງ​ເກີດ​ໃນ​ຄອບຄົວ​ຂຸນ​ນາງ​ເມື່ອ​ປີ 1019, ​ໃນ​ສະ​ໄໝ​ນັ້ນ ຈີນ​ພວມ​ຢູ່​ໃນ​ລາ​ຊະ​ວົງ​ຊົ້ງ, ຊື່​ໝາ​ກ່ວງ​ໄດ້​ຮັບ​ການ​ສຶກສາ​ເປັນ​ຢ່າງ​ດີຕັ້ງ​ແຕ່​ເດັກ, ​ແລະ​​ເປັນ​ເດັກ​ທີ່​ສະ​ຫຼາດ​ສະ​ຫຼຽວ​ແລະ​ມີສະຕິປັນຍາທີ່​ສຸດ. ​ໃນ​ພື້ນ​ເມືອງ​ຈີນ​ໄດ້​ມີ​ນິທານ​ເລື່ອງ "ຊື່​ໝາ​ກ່ວງ​ທຸບ​ໄຫ" ​ເລົ່າ​ລື​ກັນ​ຢ່າງ​ກວ້າງຂວາງຄືດັ່ງ​ນີ້: ​ໃນ​ເວລາ​ຍັງ​ເປັນ​ເດັກນ້ອຍ, ມີ​ມື້​ໜຶ່ງ ຊື່​ໝາ​ກ່ວງ​ພວມ​ຫຼິ້ນ​ກັບ​ສ່ຽວ​ນ້ອຍ​ຢູ່​ໃນ​ເດີ່ນ​ບ້ານ, ​ໃນ​ເດີ່ນ​ບ້ານ​ມີ​ໄຫ​ໃຫຍ່​​​ໄຫ​ໜຶ່ງ, ​ໃນ​ໄຫ​ມີ​ນ້ຳ​ເຕັມ​ໄຫ, ມີສ່ຽວ​ນ້ອຍ​ຜູ່​ໜຶ່ງ​ປິນ​ຂຶ້ນ​ປາກໄຫ​ ​ແລະ​ຕົກ​ໃສ່ໄຫ​ຍ້ອຍບໍ່​ລະວັງ, ​ເດັກ​ນ້ອຍ​ອື່ນໆ​ຫຼາຍ​ຄົນ​ຕື່ນ​ຕົກ​ໃຈ​ຈົນ​ກະ​ວົນ​ກະ​ວາຍ​ທີ່​ສຸດ, ມີ​ແຕ່​ຊື່​ໝາ​ກ່ວງທີ່​ຍັງ​ເດັກ​ເຮັດ​ໃຈ​ເຢັນ​ແລະ​​ໃຊ້​ພິກ​ໄຫວ, ​ເອົາ​ຫີນ​ກ້ອນ​ໃຫຍ່​ທຸບ​ໃສ່​ໄຫ​ນ້ຳ​ຈົນ​ແຕກ, ​ແລະ​ກອບກູ້​ເອົາ​ສ່ຽວ​ນ້ອຍ​ໄດ້​ໃນ​ທີ່​ສຸດ.

​ໃນ​ການ​ຮ່ຳຮຽນ, ຊື່​ໝາ​ກ່ວງມີ​ມານະ​ຈິດ​ຕ່າງ​ກັບຄົນທຳ​ມະ​ດາ. ຕາມ​ບັນທຶກ​ໃນ​ໜັງ​ສື​ປະ​ຫວັດ​ສາດ, ​ໃນ​ເວລາ​ອາຍຸ​ 7 ຂວບ, ຊື່​ໝາ​ກ່ວງມັກ​ອ່ານ​ປື້​ມປະ​ຫວັດ​ສາດ​ບູ​ຮານ​ທີ່​ສຸດ, ​ເພື່ອ​ຂ້ຽວ​ເລັ່ງ​ການ​ຮ່ຳຮຽນ, ​ເພິ່ນ​ໄດ້​ເອົາໄມ້​ທ່ອນໜຶ່ງ​ມາ​ເຮັດ​ເປັນ​ໝອນ, ​​ໃນ​ຍາມ​ກາງ​ຄືນ​ ເມື່ອ​ພິກ​ຄີງ, ​ທ່ອນ​ໄມ້ຈະ​ກິ້ງ, ​ເພິ່ນ​ກໍ່​ຈະ​ຕື່ນ​ຈາກ​ນອນ, ​ແລະ​​ລຸກຂຶ້ນ​ໃນ​ທັນທີ ​ໄຕ້​ຕະ​ກຽງ​ອ່ານ​ໜັງ​ສື​ເລີຍ. ກໍ່​ຍ້ອນ​ຄວາມຂະຫຍັນ​ໝັ່ນ​ພຽນ​ຄື​ແນວ​ນີ້, ຊື່​ໝາ​ກ່ວງ​ສອບ​ເສັງ​ເຂົ້າ​ຮັບ​ລາ​ຊະ​ການ​ໄດ້​ເມື່ອ​ອາ​ຍຸ​ 19 ປີ, ​ແລະ​ກາຍ​ເປັນ​ນັກ​ການ​ເມືອງ​ທີ່​ຊື່​ດັງ​ໃນ​ລາ​ຊະ​ວົງ​ຊົ້ງ.

ຕາມ​ບັນທຶກ​ໄວ້​ໃນ​ໜັງສື​ປະຫວັດສາດ​ຝ່າຍ​ທາງ​ການ, ຊື່​ໝາ​ກ່ວງ​ແມ່ນ​ນັກ​ການ​ເມືອງ​ທີ່​​ໃຈ​ຊື່​ໃຈ​ເດັດ​ແລະ​ເປັນ​ນັກປະຫວັດສາດທີ່​ມີ​ຄວາມ​ຮູ້​ອຸ​ດົມ​ສົມບູນ, ​ເພິ່ນ​ປອດ​ໃສ​ໄຮ້​ມົນ​ທິນ ​ມົວ​ເມົານຳ​ວິຊາ​ການ, ຮັກສາ​ຄວາມ​ດຸ​ໝັ່ນ​ແລະປະຢັດ​ມັດທະຍັດ​ຕະ​ຫຼອດ​ຊີ​ວິດ. ຕາມ​ເວົ້າ​ກັນ​ວ່າ, ພາຍ​ຫຼັງ​ເມຍຂອງ​ຊື່​ໝາ​ກ່ວງຕາຍ​ແລ້ວ, ​ໃນຄອບຄົວ​ບໍ່​ມີ​ເງິນ​ຈັດ​ພິ​ທີ​ສົ່ງ​ສະ​ການ, ຊື່​ໝາ​ຄ່າງ ລູກ​ຊາຍ​ຂອງ​ເພິ່ນ​ແລະ​ຍາດ​ພີ່ນ້ອງ​​ເຫັນ​ວ່າ ຄວນ​ຢືມ​ເງິນ​ເພື່ອ​ຈັດ​ພິທີ​ຂະ​ໜາດ​ໃຫຍ່​ໃຫ້​ມີ​ໜ້າ​ມີ​ຕາ, ​ແຕ່​ຊື່​ໝາ​ກ່ວງບໍ່​ເຫັນ​ດີ​ນຳ, ​ແລະ​ສອນ​​ລູກ​ຊາຍວ່າ​ຄວນ​ຖື​ການ​ປະ​ຢັດ​ມັດ​ທະ​ຍັດ​ເປັນ​ສິ່ງ​ລ້ຳ​ຄ່າ. ​ໃນ​ທີ່​ສຸດ, ​ເພິ່ນ​​ເອົາ​ທີ່​ດິນ​ຂອງ​ຕົນ​ຜືນ​ໜຶ່ງ​ໄປ​ຈຳ​ນອງ​ກັບຜູ່​ອື່ນ, ຈັດ​ການ​ສົ່ງ​ສະ​ການ​ແບບ​ງ່າຍດາຍ. ຊື່​ໝາ​ກ່ວງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ຄົນ​ຮຸ້ນ​ຫຼັງ​ໃນ​ເລື່ອງ​ດັ່ງ​ກ່າວ.

ຍ້ອນ​ສົນ​ໃຈ​ນຳ​ປະຫວັດສາດ, ​ໃນ​ເວລາ​ອາຍຸ​ 40 ກວ່າ​ປີ, ຊື່​ໝາ​ກ່ວງ​ເລີ່​ມ ຂຽນ​ບົດ​ປະ​ພັນ​ປະ​ຫວັດສາດ​ໃນ​ເວລາ​ນອກ​​ໂມງການ. ​ເພິ່ນ​ໄດ້​ຮຽບຮຽງ​ໜັງສື​ປະ​ຫວັດ​ສາດ​ຈີນ​ໃນ​ສະ​ໄໝ​ບູຮານ​​ເຊັ່ນ​ ໜັງສື "ບັນທຶກ​ລາຊະວົງ​ໂຈ່​ວ" ​ແລະໜັງສື "ບັນ​ທຶກ​ລາ​ຊະ​ວົງ​ສິນ" ​ເປັນ​ຕົ້ນ, ​ແລະ​ຖະຫວາຍ​ໃຫ້​ຮ້ອງ​ເຕ້ທອດ​ພະ​ເນ​ດ. ​ເມື່ອ​ຮ້ອງ​ເຕ້​ໄດ້​ທອດ​ພະ​ເນ​ດ​ແລ້ວ​ກໍ່​ຊົງ​ພໍ​ພະ​ໄທ​ທີ່​ສຸດ, ​ເລີຍ​ຕັດສັ່ງ​ໃຫ້​ຊື່​ໝາ​ກ່ວງຂຽນ​ຕໍ່​​ຕາມ​ລຳດັບຂອງ​ຍຸກ​ສະ​ໄໝ, ​ແລະ​ຊົງ​ຕັ້ງ​ຫ້ອງ​ການ​​ແລະ​ແຕ່ງຜູ່​ຊ່ອຍ​ໃຫ້​ເພິ່ນ. ​ໃນ​ເວລາ​ນັ້ນ ພໍ​ດີ​ຊື່​ໝາ​ກ່ວງ​ໄດ້​ຖອນ​ຕົວ​ອອກ​ຈາກ​ລາ​ຊະ​ສຳ​ນັກ​ຊົ່ວຄາວ​ຍ້ອນ​ມູນ​ເຫດການ​ເມືອງ, ​ເພິ່ນໝົກ​ໝົ້ນ​ຂຽນ​ບົດ​ປະພັນ. ​ເມື່ອ​ໄດ້​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​ກາກ​ກຳມາ​ເປັນ​ເວລາ 15 ປີ, ບົດ​ປະພັນປະຫວັດ ສາດ​ທີ່​ຊື່​ດັງ​ຄື "ຈື່​ຈື້​ຖົ່ງ​ຈ້ຽນ" ​ໄດ້​ຂຽນ​ສຳ​ເລັດ​ໃນ​ທີ່​ສຸດ. ຕາມ​ເວົ້າກັນ​ວ່າ, ພຽງ​ແຕ່ສະບັບຮ່າງ​ຂອງ​ບົດ​ປະ​ພັນ​ດັ່ງ​ກ່າວ ກໍ່​ກອງ​ໄວ້​​ເຕັມໆ​ໄດ້​ສອງ​ຫ້ອງ.

ບົດ​ປະພັນ "ຈື່​ຈື້ຖົ່ງ​ຈ້ຽນ" ຂຽນ​ສຳ​ເລັດ​ໃນ​ປີ 1084, ມີ 294 ​ມ້ວນ. ປະຫວັດສາດທີ່​ບັນ​ທຶກ​ໄວ້​ໃນປື້​ມນີ້​ໄດ້​ເລີ່​ມຈາກກ່ອນ​ຄ.ສ.​ປີ 403 ຈົນ​ຮອດຄ.ສ.ປີ 959, ກວມ​ປະ​ຫວັດ​ສາດ​ຈີນ 1362 ປີ. ຊື່​ໝາ​ກ່ວງ​ຫວັງ​ໃຫ້​​ຜູ່ປົກຄອງຈົ່ງ​ຖອດ​ຖອນ​ບົດຮຽນ​ທາງ​ບວກ​ແລະ​ທາງ​ລົບ​ຈາກ​ເຫດ​ການ​ປະ​ຫວັດ​ສາດ​ສະ​ໄໝ​ກ່ອນ, ສະນັ້ນຈຶ່ງ​ໄດ້​ຕັ້ງຊື່​ບົດ​ປະພັນ​ນີ້​ເປັນ "ຈື່​ຈື້ຖົ່ງ​ຈ້ຽນ". ທີ່​ຈິງ​ແລ້ວ, ຄວາມ​ໝາຍ​ຂອງ​ການ​ແຕ່ງ​ບົດ​ປະພັນ "ຈື່​ຈື້ຖົ່ງ​ຈ້ຽນ" ​ໄດ້​ລື່ນ​ກາຍ​ຄວາມ​ໝາຍ​ເດີມ​ຂອງ​ຊື່​ໝາ​ກ່ວງ​ຢ່າງ​ຫຼວງ​ຫຼາຍ, ມັນ​ບໍ່ພຽງ​ແຕ່​ເປັນ​​ການຖອດ​ຖອນ​ບົດຮຽນຂອງ​ຜູ່​ປົກ​ຄອງ​ເທົ່າ​ນັ້ນ, ​ແລະ​ກໍ່​ເປັນ​ຊັບ​ສົມ​ບັດ​ດ້ານ​ຄວາມ​ຮູ້​​ຂອງ​ທົ່ວ​ສັງຄົມ​ອີກ​ດ້ວຍ, ປະຫວັດ​ສາດ​ຫຼາຍ​ພັນ​ປີ​ທີ່​​ໄດ້​ບັນ​ທຶກ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນຂອງ​ຈີນມີ​ຄວາມ​ເປັນ​ມາ​ອັນ​ຈະ​ແຈ້ງ, ກໍ່​ຍ້ອນ​ມີ​ບົດ​ປະ​ພັນ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່​ຄື​ແນວ​ນີ້.