ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 11:18:41    
ລັດຖະມົນຕີກະ​ຊວງ​ການ​ຄ້າ​ຈີນ​ກັບ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ​ສະ​ຫະ​ພາບ​ເອີ​ລົບ​ຈັດ​ການ​ເຈ​ລະ​ຈາ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 7 ມິຖຸນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເຈ​ລະຈາ​ກັບ​ທ່ານ​ມານ​​ເດ​ວ​ເ​ຊິນ ກຳມາທິການ​ການ​ຄ້າ​ສະຫະພາບ​ເອີ​ລົບ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ​ຊັບ​ສິນທາ​ງປັນຍາ​ຂອງ​ຈີນ ສະ​ຫະ​ພາບ​ເອີ​ລົບ​ເກັບ​ພາສີ​ຕ້ານ​ການ​ຂາຍ​ເລ​ຕໍ່​ເກີບໜັງ​ທີ່​ຜະລິດ​ຢູ່​ຈີນ​ແລະການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ຂອງ​ອົງ​ການ​ການ​ຄ້າ​ໂລກ​​ເປັນຕົ້ນ.

​ໃນ​ເວລາ​ກ່າວ​ເຖິງ​ສະຫະພາບ​ເອີ​ລົບ​ເກັບ​ພາສີ​ຕ້ານ​ການ​ຂາຍ​ເລຕໍ່​ເກີບໜັງ​ທີ່​ຜະ​ລິດ​ຢູ່​ຈີນ​ແຕ່​ວັນ​ທີ 7 ​ເມສາ​ເປັນຕົ້ນ​ມານັ້ນ, ທ່ານ​ປໍ​ຊີ​ລາຍ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ອີກ​ເທື່ອໜຶ່ງ. ທ່ານ​ກ່າວ​ວ່າ, ການ​ກະທຳ​ຂອງ​ສະຫະ​ພາບ​ເອີ​ລົບ​ໄດ້​ລະ​ເມີດ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ, ​ທັງ​ບໍ່​ສອດຄ່ອງ​ກັບ​ຂໍ້​ກຳ​ນົດ​ທີ່​ລະບຸ​ໄວ້​ໃນ​ກົດ​ໝາຍ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ເອງ.

ທ່ານ​ມານ​ເດ​ວ​ເຊິນ​ກ່າວ​ວ່າ, ສະຫະພາບ​ເອີ​ລົບ​ຈະ​ເອົາ​ໃຈ​ໃສ່​ນຳ​ຄວາມ​ຮຽກ​ຮ້ອງ​ຂອງ​ຝ່າຍ​ຈີນ, ຕັ້ງໜ້າ​ຊຸກ​ຍູ້​​ວິ​ສາ​ກະ​ກິດຈີນ​ທີ່​ຕອບ​​ໂຕ້ການ​ກ່າວຟ້ອງທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ນັ້ນ​​ໃຫ້ໄດ້​ຮັບ​ສິດ​ເສດຖະກິດຕະຫຼາດໃນ​ເວລາ​ທຳ​ການ​ຕັດ​ສິນ​ສຸດ​ທ້າຍ.

ທ່ານ​ປໍ​ຊີ​ລາຍ​ຍັງ​ໄດ້​ແນະນຳ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕໍ່​ທ່ານ​ມານ​​ເດ​ວ​ເຊິນ, ທ່ານ​ມານ​​ເດ​ວ​ເຊິນ​​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.