ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 15:26:26    
ຂົວ​ອາ​ກາດ​060607(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ພອນ​ແກ້ວ ​ແກ້ວ​ອຸດົມທີ່​ບ້ານ​ໂພນ​ສະຫວັນ ​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ,​ໃນ​ຈົດໝາ​ຍນ້ອງ​ພອນ​ແກ້ວ​ຂຽນ​ວ່າ, ນ້ອງ​ມີ​ຄວາມ​ຄິດ​ຮອດ​ແລະ​ຄິດ​ເຖິງ​ພວກ​ອ້າຍ​ເອື້ອຍ​ໂຄສົກ​ທຸກໆ​ຄົນ,ໜ້າ​ເສຍດາຍ​ທີ່​ນ້ອງ​ບໍ່​ມີ​ໂອກາດ​ແລະ​ບໍ່​ມີ​ເງື່ອນ​ໄຂ​ທີ່​ຈະ​ໄປ​ພົບ​ໜ້າ​ພໍ້ຕາ​ກັບ​ພວກ​ອ້າຍ​ເອື້ອຍ,ນ້ອງ​ໄດ້​ຮັບ​ຟັງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ທຸກມື້.

ນ້ອງ​ພອນ​ແກ້ວ​ຍັງ​ຝາກ​ຄຳ​ຕອບ​ສອງ​ຂໍ້​ຂອງ​ການ​ເສັງ​ຄວາມ​ຮູ້"​ເຮົາກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ"​ໃຫ້​ພວກ​ເຮົາ​ນຳ​ກັນ,ນ້ອງ​ໄດ້​ຕອບ​ສອງຄຳ​ຖາມ,ຄື,​ໂຄສົກ​ຜູ້​ທຳ​ອິດ​ຂອງ​ວິທະ​ຍຸ​ກະຈາຍ​ສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ​ໃຜ?​ແລະ ເດືອນ​ເມສາ​ປີ1950,ວິທະຍຸ​ພວກ​ເຮົາ​ຊື່​ຫຍັງ?ນະ​ທີ່​ນີ,​ເຮົາ​ຢາກ​ບອກນ້ອງ​ພອນ​ແກ້ວ​ວ່າ,ຄຳ​ຕອບ​ຂອງ​ນ້ອງ​ຖືກ​ແລ້ວ,​ແຕ່​ຂໍ​ໂທດ​ຫຼາຍໆ,ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາເທື່ອ​ນີ້ທັງ​ໝົດ​ໄດ້ລວມຕັ້ງ​ຄຳ​ຖາມ8​ຂໍ້,ນ້ອງ​ຕ້ອງ​ຕອບ​ໃຫ້​ໝົດ​ຈິ່ງ​ຈະ​ສາມາດ​ເຂົ້າ​ຮ່ວມການ​ເສັງ​ຄວາມ​ຮູ້​ໄດ້,​ແຕ່​ພວກ​ເຮົາ​ຂໍ​ຊົມ​ເຊີຍນ້ອງ​ພອນ​ແກ້ວ,​ແລະຫວັງ​​ໃຫ້​ນ້ອງຕອບ​ຄຳ​ຖາມ8​ຂໍ້​​ຖືກຕ້ອງ​ໝົດ​ທຸກ​ຂໍ້​ທັງຝາກ​ຄຳ​ຕອບ​ໃຫ້​ພວກ​ເຮົາ​.

ນະ​ທີ່​ນີ້,ພວກ​ເຮົາ​ສະ​ເໜີຕໍ່​ບັນດາ​ເພື່ອນ​ມິດ​ຜູ້​ຟັງ​ອີກ​ວ່າ,ລາຍ​ການ​"​ເຮົາກັບ​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ"ຂອງ​ພວກ​ເຮົາ​ລວມມີ4​ພາກ,​ໃນ​ແຕ່​ລະ​ພາກ​,ພວ​ກ​ເຮົາ​ຈະ​ຕັ້ງຄຳ​ຖາມ2​ຂໍ້.​ຢູ່​ຕອນ​ຕົ້ນ​ແລະ​ຕອນ​ທ້າຍ​ຂອງ​ບົດ​ສະ​ເໜີ,​ໃບ​ຄຳ​ຖາມ​ກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້,ພວກ​ເຮົາ​​ໄດ້​ຝາກ​ໃຫ້​ຜູ້​ຟັງ​ແລ້ວ.ພ້ອມ​ກັນ​ນັ້ນ,ພວກ​ເຮົາ​ກໍ່​ໄດ້​ຈັດ​ຄໍ​ລຳ​ພິ​ເສດ​ກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ຢູ່​​ເວັບ​ໄຊCRI,ທ່ານ​ຈະ​ຕອບ​ຄຳ​ຖາມ​ຢູ່​ເວັບ​ໃຊກໍ່​ໄດ້.ຫວັງ​ວ່າ​ທ່ານ​ຄົງ​ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ,​ແລະ​ຂໍອວຍພອນ​ໃຫ້​ທ່ານ​ຈົ່ງ​ໂຊກ​ດີ.

ໃນ​ຕອນ​ສຸດ​ທ້າຍ,​ພວກ​​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ແກ່​ນ້ອງ​ພອນ​ແກ້ວ​ແລະ​ເພື່ອນ​ມິດ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ເພງ​ນີ້​ຊື່ວ່າ"​ໂຮ້​ລາຍ",ແປ​ວ່າ"ພາຍ​ຫຼັງ​ມາ".