ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 15:35:02    
ລົດ​ແມ່​ໄຟ​ຟ້າ​ແລ່ນ​ເຂົ້າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈີນ​(ສຽງ)

cri Author: shuo

​​​​​​
ຖ້າ​ທ່ານ​ມາທ່ຽວ​ຕົວ ເມືອງຂອງ​ຈີນ,​ເມື່ອ​ທ່ານ​ພົບ​ເຫັນ​ລົດ​ເມຄັນ​ໜຶ່ງ​ທີ່​ມີ​ຮູບ​ນອກ​ທຳ​ມະ​ດາ​ທີ່​ສຸດ,ລົດ​ນີ້​ກໍແມ່ນ​ລົດຍົນໄຟຟ້າ ​ເຊິ່ງຄົນ​ທັງຫຼາຍ​ເອີ້ນ​ເປັນ​ລົດ​ອະນາຄົດ.ຍ້ອນ​ລົດຍົນ​ຊະນິດ​ນີ້ປະຢັດພະລັງງານ​ແລະອະນຸລັກສິ່ງ​ແວດ​ລ້ອມ,ສະນັ້ນ,ປະຈຸ​ບັນ,ລົດ​ແມ່​ໄຟຟ້າ​ແບບ​ໃໝ່​ພວມຮັບ​ການ​ນຳ​ໃຊ້​ໃນຊີວິດການ​ເປັນ​ຢູ່​ຂອງ​ຄົນ​ຈີນ.

​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຈີນ​ໄດ້​ຂຶ້ນລາຄາ​ນ້ຳມັນ​ເຊື້ອ​ໄຟ​ສຳ​ເລັດ​ຮູບຢູ່​ພາຍ​ໃນ​ປະ​ເທດ​ອີກ​ເທື່ອ​ໜຶ່ງ,ທັງ​ນີ້​​ໄດ້ເຮັດ​ໃຫ້​ລາຍ​ຈ່າຍ​ຂອງ​ຜູ້​ມີ​ລົດ​​ຫຼາຍຂຶ້ນຕື່ມ​,ທ່ານ​ຈ່າງ​ຢຸ້ຍທີ່​ເມືອງ​ເສິນ ຢາງ ຕົວ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ກໍ​​ແມ່ນ​ຜູ້​ໜຶ່ງ.ທ່ານ​ຈ່າງ​ຢຸ້ຍເວົ້າວ່າ:"ບໍ່​ເທົ່າ​ໃດເດືອນ​ມາ​ນີ້,ລາຄາ​ນ້ຳມັນ​ຖີບ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ​ກັນ,ປະຈຸ​ບັນ​ນີ້,​ລາຍ​ຈ່າຍ​ຄ່ານ້ຳ ມັນທຸກ​ເດືອນຫຼາຍພໍ​ສົມຄວນ.ນອກ​ນີ້,​ລົດຍົນ​​ໃຊ້ນ້ຳມັນ​ຫຼາຍປາ​ນນີ້​ກໍ​ບໍ່​ມີ​ຜົນ​ດີ​ຕໍ່​ສິ່ງ​ແວດ​ລ້ອມ.ຖ້າ​ມື້​ໃດ​,ລົດຍົນ​ບໍ່​ໃຊ້​ນ້ຳມັນ​ອີກ​ກໍຈະ​ດີ​ແທ້​ດີ​ວ່າ​ແລ້ວ."

ຄວາມ​ຄິດ​ຂອງ​ທ່ານ​ຈ່າງ​ຢຸ້ຍບໍ່​ແມ່ນ​ເລື່ອງ​ໄຟ່​ຝັນ,ທີ່​ຈິງ​ແລ້ວ,ລົດ​ທີ່ບໍ່​​ໃຊ້ນ້ຳມັນ​​ແຕ່​ໃຊ້​ພະ ລັງ​ໄຟຟ້າ​ເປັນ​ແມ່​ແຮງ​ນັ້ນ​ໄດ້​ນັບ​ມື້​ນັບໃກ້​ກັບ​ຊີວິ​ດການ​ເປັນ​ຢູ່​ຂອງ​ຄົນ​ຈີນ.​ແຕ່​ຈີນ​​ເລີ່​ມ ຄົ້ນຄວ້າ​ລົດ​ແມ່​ໄຟຟ້າ​ໃນ​ຊຸມ​ປີ90ສະຕະວັດ​ແລ້ວ​ນີ້​ເປັນຕົ້ນມາ,ປະຈຸ​ບັນ​ນີ້,ລົດ​ແມ່​ໄຟ ຟ້າຫຼາຍ​ຊະນິດທີ່​ຈີນ​ອອກ​ແບບ​ແລະ​ຜະລິດ​ໂດຍ​ຕົນ​ເອງນັ້ນ​ໄດ້​ແລ່ນ​ອອກ​ຈາກ​ຫ້ອງ​ທົດ​ລອງ,ຮັບ​ການນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.ຕາມ​ຊາບ​ວ່າ,ລົດ​ແມ່ໄຟຟ້າ​ເຫຼົ່ານີ້​ແບ່ງ​ເປັນ​ສາມ​ປະ​ເພດ,ໜຶ່ງ​ແມ່ນ​ອາ​ໄສ​ໝໍ້​ໄຟຢູ່​​​ໃນ​ລົດ​​ເປັນ​ແມ່​ແຮງ;ສອງ​ແມ່ນລົດ​ແມ່​ແຮງ​ປະສົມ,ທັງ​ອາ​ໄສ​ນ້ຳມັນ​ທັງ​ອາ​ໄສໄຟຟ້າ​;ຍັງ​ມີ​ອີກ​ແນວ​ໜຶ່ງ​ແມ່ນ​ລົດໃຊ້​ໄຟຟ້າ​ທີ່​ຜະລິດ​ໂດຍ​ອາຍ​ອິດ​ໂດຼ​ແຊນ​ນັ້ນເປັນ​ແມ່​ແຮງ.

​ທ່ານນາງ​ຮານ​ເຄີ່ຂອງ​ມະຫາວິທະຍາ​ໄລວິທະຍາສາດ​ແລະ​ການ​ຊ່າງ​ປັກ​ກິ່ງ​​​ໄດ້​ເຂົ້າຮ່ວມ ຄົ້ນຄວ້າ​ຜະລິດ​ລົດ​ແມ່​ໄຟຟ້າ​ໂດຍ​ຕະຫຼອດ,​ເພິ່ນ​ບອກ​ນັກ​ຂ່າວ​ວ່າ,ປະຈຸ​ບັນ​ນີ້,ລົດ​ແມ່​ໄຟ ຟ້າ​ທີ່​ຄົ້ນຄວ້າ​ຜະລິດ​ໂດຍມະຫາວິທະຍາ​ໄລ​ວິທະຍາສາດ​ແລະ​ການ​ຊ່າງ​ປັກ​ກິ່ງ​ນັ້ນ​ໄດ້​ໃຊ້​ເປັນ​ລົດ​ເມ,​ແລະ​ໄດ້​​ເລີ່​ມບໍລິການ​ແລ້ວ:"ລົດ​ເມ​ຊະນິດ​ນີ້ມີ​ຮູບ​ນອກ​ຄື​ກັນ​ກັບ​ລົດ​ເມ​ທຳ​ມະ​ດາ,ມີ​​ແຕ່​ອັນ​ໜຶ່ງ​ຕ່າງ​ກັນ,ມັນ​ເປັນ​ລົດ​​ເມ​​​ໄຟຟ້າ​ລ້ວນ​ໆ​ທີ່​ໃຊ້ໝໍ້​ໄຟ.ໝໍ້​ໄຟ​ຂອງ​ມັນຄື​ກັນ​ກັບ​ຖ່ານ​ໄຟຟ້າ​ທີ່​ໃຊ້​ໃນ​ມື​ຖື​ຂອງ​ພວກ​ເຮົາ,ສາກໄຟຟ້າ​ໂດຍ​ກົງ​ໄດ້.ລົດ​ເມ​ຊະ​ນິດ​ນີ້​ສາກ​​ໄຟ​ຟ້າ​ເທື່ອ​ໜຶ່ງ​​ແລ່ນ​ໄດ້150​ຫາ300ກ​ວ່າ​ກິ​ໂລ​ແມັດ,ປະຈຸ​ບັນ​ນີ້,ລົດ​ເມ​ຊະນິດ​ນີ້​ໄດ້​​ຂົນ​ສົ່ງ​ຜູ້​ໂດຍ ສານ​ໃນສາຍ121ຂອງ​ນະຄອນ​ປັກ​ກິ່ງ​ແລ້ວ."

​ຢູ່​ສະຖານ​ນີ​ໃຫຍ່ລົດ​ເມສາຍ121​ປັກ​ກິ່ງ,ນັກ​ຂ່າວ​ໄດ້​ເຫັນ​,ລົດ​ເມ​ແມ່ໄຟຟ້າ​ສິບ​ກວ່າ​ຄັນ​ຈອດ​ເປັນ​ແຖວ,ລໍຖ້າ​ອອກ​ເດີນທາງ​ເປັນ​ລຳດັບ.​ຜູ້​ຂັບ​ລົດ​ແນະນຳ​ວ່າ,ໃນ​ເວລາ​ອອກ​ເດີນ ທາງ,ລົດ​ເມໄຟຟ້າຊະນິດ​ນີ້​ສຽງ​ຄ່ອຍ ​ສັ່ນ​ສະ​ເທືອ​ນບໍ່​ແຮງ,​ໃນ​​ເວລາ​ແລ່ນ​ຢູ່​ຕາມ​ທາງສຽງ​ກໍ​ບໍ່​ແຮງ,ຢູ່​ໃນ​ລົດ​ກໍ​ບໍ່​ມີ​ກິ່ນ​ນ້ຳມັນ.ນາງ​ຊູ່​ຊິ້ວໝິນ ຜູ້​ໂດຍສານ​ຜູ້​ໜຶ່ງ​ບອກ​ນັກ​ຂ່າວ​ວ່າ,ຖ້າ​ທຽບ​ໃສ່​ລົດ​ໃຊ້​ນ້ຳມັນ​ແລ້ວ,ນາງ​ມັກຂີ່​ລົດ​ແມ່ໄຟຟ້າ​ຊະນິດ​ນີ້​ຫຼາຍກວ່າ.ນາງ​ເວົ້າວ່າ:"​ເຮົາ​ຮູ້ສຶກ​ວ່າ,​ໃນ​ເວລາ​ຂີ່,ລົດ​​ເມ​​ໄຟຟ້າບໍ່​ຕ່າງ​ຫຍັງ​ກັບ​ລົດ​ເມ​ນ້ຳ​ມັນ​ເຊື້ອ​ໄຟ.​ແຕ່​ວ່າ,ລົດ​ເມ​​ໄຟ ຟ້າ​ຊະນິດ​ນີ້​ລະບາຍ​ສິ່ງ​ເຊື່ອມ​ພິດ​ໜ້ອຍ​ທີ່​ສຸດ,ຖ້າ​ໃຊ້​ລົດ​ເມ​ທີ່​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ໜ້ອຍ,​​ໃຊ້ລົດ​ຍົນ​ໄຟຟ້າ​ຫຼາຍ,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ຍ່ອມຈະ​ດີ​ຂຶ້ນຫຼາຍ."

ປະຈຸ​ບັນ​ນີ້,ນອກຈາກຢູ່​ປັກ​ກິ່ງ​ແລ້ວ,​ໄທ​ເມືອງ​ຂອງຫຼາຍຕົວ​ເມືອງ​ເຊັ່ນ​ອູ​ຮ້ານ ທຽນ​ສິນ​ແລະ​ເວີ່​ຍ​ໄຫ​ເປັນຕົ້ນກໍ​ຂີ່​ລົດ​ເມ​ໄຟຟ້າ​ໄປ​ເຂົ້າ​​ການ​ແລະ​ເລີກ​ການແລ້ວ.ລົດ​ຍົນ​ໄຟຟ້າ​ຊະ ນິດ​ນີ້​​ເຮັດ​ວຽກ​ຍາມ​ກາງ​ເວັນ,ສາກໄຟຟ້າຍາມ​ກາງຄືນ,​ເພາະວ່າ​ຍາມ​ກາງຄືນ​ຄົນ​ໃຊ້ໄຟ ຟ້າ​ໜ້ອຍ;ນອກ​ນີ້,ລົດ​ຍົນ​ໄຟຟ້າລະບາຍ​ສິ່ງ​ເຊື່ອມ​ພິດ​ໜ້ອຍ​,ມີ​ຜົນ​ດີ​ຕໍ່​ການ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ຂອງ​ຕົວ​ເມືອງ​.​ແຕ່​ວ່າ,ລົດ​ໄຟຟ້າ​ທີ່​ໃຊ້​ໝໍ້​ໄຟ​ເປັນ​ແມ່​ແຮງ​ລ້ວນໆ​ນັ້ນມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂໍ້​ໜຶ່ງ​ນີ້​ກໍແມ່ນ​ແລ່ນບໍ່​ໄວ​ປານ​ໃດ.

ຄັນຊັ້ນ,​ມີ​ລົດຍົນຊະນິດ​ໃດ​ທີ່​ທັງ​ແລ່ນ​ໄວທັງບໍ່​ອາ​ໄສ​ນ້ຳມັນ​ແອັດ​ຊັງລ້ວນໆ?ລົດຍົນຊະ ນິດ​ນີ້ກໍແມ່ນ​ລົດຍົນ​ແມ່​ແຮງ​ປະສົມ​ທີ່​​ໄດ້ກ່າວ​ມາ​ຂ້າງ​ເທິງ.ມັນ​ມີ​ສອງ​ລະບົບແມ່​ແຮງ:​ໜຶ່ງ​ແມ່ນ​ຈັກ​ໂມ​ເຕີ​ນ້ຳມັນ​ເຊື້ອ​ໄຟ​ດັ້ງ​ເດີມ,ອີກ​ອັນ​ໜຶ່ງ​ແມ່ນ​ລະບົບ​ໄຟຟ້າ​,ໝໍ້​ໄຟ​ສະໜອງ​ພະ​ລັງ​ແມ່​ແຮງ.ບໍລິສັດ​ລົດຍົນ​ຕົ່ງ​ເຟິ່ງຈີນ​ໄດ້​ສຳ​ເລັດ​ການຄົ້ນຄວ້າ​​ລົດຍົນໄຟຟ້າພະລັງ​ແມ່​ແຮງ​ປະສົມ,​ແລະ​ໄດ້​ຜະລິດອອກ​ງວດໜຶ່ງ​ແລ້ວ.ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທ່ານ​ອາກຈະ​ເປັນ​ຫ່ວງ​ວ່າ,ການ​ຜັດປ່ຽນ​ກັນ​ໃຊ້​ສອງລະບົບ​ພະລັງແມ່​ແຮງອາດ​ຈະ​​ເພີ່ມ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຂັບ​ລົດ,ທີ່​ຈິງ​ແລ້ວ​ບໍ່​ເປັນ​ຈັ່ງຊັ້ນດອກ,ທ່ານ​ສື​ຢົງຂອງບໍລິສັດລົດຍົນ​ຕົ່ງ​ເຟິ່ງຈີນ​ແນະນຳ​ວ່າ:"ວິທີ​ຂັບ​ລົດ​ເກ໋ງພະລັງ​ແມ່​ແຮງ​ປະສົມ​ຊະນິດ​ນີ້​ບໍ່​ຕ່າງ​ກັບ​ລົດຍົນ​ດັ້ງ​ເດີມ,​ໃຕ້​ສະພາບ​ການ​ປ່ຽນ​ໃຊ້​ລະບົບ​ນ້ຳມັນ​ເຊື້​ອ​ໄຟ​ກັບ​ລະບົບ​ໄຟຟ້ານັ້ນ,ຜູ້​ຂັບລົດ​ບໍ່​ມີ​ຄວາມ​ຮູ້ສຶກ​ຫຍັງ.ຂັບ​ໄດ້​ສະດວກທີ່​ສຸດ."

ທ່ານ​ສື​ຢົງ​ຍັງ​ສະ​ເໜີ​ວ່າ,ທຳ​ມະ​ດາ​ແລ້ວ,ລົດຍົນພະລັງ​ແມ່​ແຮງ​ປະສົມມີ​ເກ​ຍອັດຕະ​ໂນ​ມັດ,ບໍ່​ຕ້ອງຜູ້​ຂັບລົດ​ໃຊ້​ມືມາ​ປ່ຽນ​ລະບົບ​ແມ່​ແຮງ.​ໃນ​ເວລາ​ລົດຍົນ​ເພີ່ມ​ຄວາມ​ໄວຫຼືພວມ​ແລ່ນ​ຢູ່​ໃນ​ຄວາມ​ໄວ​ສູງ,ຈັກ​ໂມ​ເຕີ​ນ້ຳມັນ​ເຊື້ອ​ໄຟ​ແລະ​ຈັກ​ໂມ​ເຕີ​ພະລັງ​ໄຟຟ້າ​ກໍເຮັດ​ວຽກ ພ້ອມ​ກັນ​​,​ມີ​ພະລັງ​ແຮງ;​ໃນ​ເວລາ​ແລ່ນ​ຊ້າ,ໃຊ້​ແຕ່​​ຈັກ​ໂມ​ເຕີ​ພະລັງ​ໄຟຟ້າທໍ່​ນັ້ນ,ຈັກ​ມີ​ສຽງ​ຄ່ອຍໆ,​ເໝາະ​ແລ່ນ​ຢູ່​ຕາມ​ຖະໜົນຂອງຕົວ​ເມືອງ​​ທີ່ມີ​ລົດຍົນຫຼາຍ​.ປະຈຸບັນ,ລົດ​ໂດຍສານ​ພະ​ລັງແມ່​ແຮງ​ປະສົມງວດທຳ​ອິດ20ຄັນ​ທີ່​ບໍລິສັດ​ລົດຍົນ​ຕົ່ງ​ເຟິ່ງຜະລິດ​ນັ້ນ,ລູກ​ຄ້າ​ໄດ້​ຈອງ​ຊື້​ໝົດ​ແລ້ວ.

ແຕ່​ນັກວິຊາ​ການ​ລົດຍົນ​ວິ​ເຄາະ​ວ່າ,ລົດຍົນພະລັງ​ແມ່​ແຮງ​ປະສົມ​ບໍ່ສາມາດແກ້​ໄຂ​ບັນຫາ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ​ຈາກ​ການ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ນັ້ນ​ໄດ້​ຢ່າງ​ສິ້ນ​ເຊິ​ງ;​ເຖິງ​ວ່າ​ລົດຍົນ ໄຟຟ້າມີ​ສິ່ງ​​ເຊື່ອມ​ພິດ​ໜ້ອຍ​,ແຕ່​ໝໍ້​ໄຟ​ເມື່ອ​ເຮັດ​ວຽກບໍ່​ໄດ້​ແລ້ວ,ຍັງ​ບໍ່​ມີ​ວິທີ​ຊຳລະ​ໄດ້.

​ເນື່ອງ​ຈາກສະພາບ​ການ​ດັ່ງກ່າວ,ພະນັກງານ​ຄົ້ນຄວ້າຂອງ​ຈີນ​ພວມ​ທົດ​ລອງ​​ໃຊ້​ວັດຖຸ​ເຊື້ອ​ໄຟ​ຊະນິດ​ໃໝ່​ເປັນ​ພະລັງແມ່​ແຮງ​ຂອງລົດຍົນ,ໃນ​ນັ້ນຈຶ່ງແຈບ​ໃຈ​ກວ່າ​ໝູ່​ກໍ​ແມ່ນ​ວັດຖຸ​ເຊື້ອ​ໄຟ​ອິດ​ໂດຼ​ແຊນ​ທີ່​ໃຊ້​ເປັນ​ກຳລັງ​ດັນ​ລູກ​ສອນ​ໄຟ.ວົງ​ການ​ລົດຍົນ​ລ້ວນ​ແຕ່​ເຫັນ​​ໄປ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ຂອງ​ການ​ພັດທະນາ​ລົດຍົນ​ທີ່​ໃຊ້​ວັດຖຸ​ເຊື້ອ​ໄຟ​ດັ່ງກ່າວ.

ຕໍ່​ໄປ​ພາຍ​ໜ້າ,ຄຽງ​ຄູ່​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ກ່ຽວຂ້ອງ​ໄດ້​ມີການ​ບຸກທະລຸ​ຢ່າງ​ບໍ່​ຢຸດ​ຢັ້ງ,ຢູ່​ຈີນ ​ຈະນຳ​ໃຊ້ລົດຍົນ​ແມ່​ແຮງ​ໄຟຟ້ານັບ​ມື້​ນັບທົ່ວ​ເຖິງ.ຕາມ​ແຜນການ,​ໃນ​ໄລຍະຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008,ນະຄອນ​ປັກ​ກິ່ງ​ຈະ​ໃຊ້​ລົດ​​ເມ​ພະລັງແມ່​ແຮງໄຟຟ້າໝົດ.