ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 16:35:35    
ໄທ​ຈະ​ເລັ່ງລັດ​ເຈລະຈາ​ກັບ​ຈີນ​ກ່ຽວ​ກັບ​ການ​ສ້າງ​ຂົວ​ແມ່​ນ້ຳ​ຂອງ​ແຫ່ງ​ທີ 3

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 7 ມິຖຸນາ, ​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ພັດທະ​ນາ​ເສດ​ຖະ​ກິດ​​​​ແລະ​ສັງຄົມແຫ່ງ​ຊາດ​ໄທ​ກ່າວ​ວ່າ, ລັດຖະບານ​ໄທ​ຈະ​ເລັ່ງລັດ​ເຈລະ​ຈາ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ສ້າງ​ຂົວມິດຕະພາບແມ່​ນ້ຳຂອງ​ແຫ່ງ​ທີ 3, ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ຂົວ​ໃຫ້​ສຳ​ເລັດ​ໂດຍ​ໄວ, ​ແລ້ວ​ເຮັດ​ໃຫ້​ທາງຫຼວງຈີນ-ລາວ-​ໄທ​ທີ່​ພວມ​ກໍ່ສ້າງ​ນັ້ນ​​ແລ່ນ​ລົດໄດ້​, ​ແລະ​ສ້າງ​ເສັ້ນ​ທາງ​ໃໝ່​ແຕ່​ນະ​ຄອນ​ຄຸນ​ມິ​ງຂອງ​ຈີນ​ຫານະຄອນ​ຊຽງ​ລາຍ​ຂອງ​ໄທ​ໃຫ້​ສຳ​ເລັດ​ຜົນ.

ຂົວແມ່ນ້ຳຂອງ​ແຫ່ງ​ທີ​ສາມ​​ໄດ້​ຕິດ​ຕໍ່​​ເມືອງ​ຊຽງ​ຂອງ ທາງ​ພາກ​ເໜືອ​ຂອງ​ໄທ​ກັບ​ເມືອງ​ຫ້ວຍ​ຊາຍ​ຂອງ​ລາວ, ​ແມ່ນ​ບ່ອນ​ທີ່​ຕ້ອງ​ຜ່ານ​ຂອງ​ເສັ້ນທາງ​ຄົມມະນາຄົມ​ທາງ​ບົກ​ແຕ່​ນະ​ຄອນ​ຄຸນ​ມິ​ງຂອງ​ຈີນ​ຮອດ​ຈັງຫວັດ​ຊຽງ​ລາຍ​ຂອງ​ໄທ. ທາງຫຼວງຈີນ-ລາວ-​ໄທ​ໄດ້​ເລີ່ມ​ຈາກ​ນະ​ຄອນ​ຄຸນ​ມິງ, ຜ່ານ​ເມືອງ​ຫຼວງນ້ຳ​ທາ​ຂອງ​ລາວ, ຂ້າມ​ແມ່​ນ້ຳຂອງ​ແລ້ວ​ເຂົ້າ​ສູ່​ຈັງ​ຫວັດ​ຊຽງ​ລາຍ​ຂອງ​ໄທ. ປັດ​ຈຸ​ບັນ ທາງຫຼວງ​ເສັ້ນດັ່ງກ່າວ​ຕອນ​ຈາກ​ນະ​ຄອນ​ຄຸນ​ມິງ​ຮອດ​ເມືອງ​ຫຼວງ​ນ້ຳ​ທາ​ໄດ້​ສ້າງ​ສຳ​ເລັດ​ແລ້ວ.