ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 19:07:12    
ຕີ​ໂມ​ຕາ​ເວັນ​ອອກ​ຫວັງ​ໃຫ້​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ໜ້ອຍ​ປະ​ຈຳ​ສອງ​ປີ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ7​ມິຖຸນາ,ເວັບ​ໄຊ​ຂອງ​ໜັງສືພິມ​ຢາ​ກາກ​ຕາ​ພົສດ໌ຂອງ​ອິນ​ໂດ​ເນ​ເຊຍ​ແຈ້ງ​ຂ່າວ​ວ່າ,​ໃນ​ມື້​ດຽວ​ກັນ,ຢູ່​ນະຄອນຫຼວງຕີ​ລີ,ທ່ານ​ລາມົສ ​ໂຮ​ຕາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ການຮ່ວມ​ມື​ສາກົນ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຕີ​ໂມ​ຕາ​ເວັນ​ອອກ​ເວົ້າວ່າ,ກອງ​ທະຫານ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ໜ້ອຍ​ຕ້ອງການ​ປະຈຳ​ຢູ່​ຕີ​ໂມ​ຕາ​ເວັນ​ອອກ​ສອງ​ປີ,ຈຶ່ງ​ສາມາດ​ຊ່ອຍ​ຕີ​ໂມ​ຕາ​ເວັນ​ອອກຟື້ນ​ຟູ​ສະຖຽນລະ​ພາບ.

​ເດືອນ​ມີນາ​ປີ​ນີ້,ນາຍ​ແລະ​ທະຫານ​ປະມານ​600ຄົນ​ຂອງ​ຕີ​ໂມ​ຕາ​ເວັນ​ຖືກ​ຝ່າຍ​ທະຫານ​ປົດ​ປະຈຳການ​ຍ້ອນປະ​ທ້ວງ​ເງື່ອນ​ໄຂປະຈຳການຂີ້ຮ້າຍ​.ທ້າຍ​ເດືອ​ນ​ເມສາ,ທະຫານ​ເຫຼົ່າ ນີ້​ກໍ່​ການ​ວຸ້ນວາຍ​ຢູ່​ນະຄອນຫຼວງຕີ​ລີ,ພາ​ໃຫ້​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ຕີ​ໂມ​ຕາ​ເວັນ​ອອກ​ຊຸດ​ຮ້າຍ​ລົງ​ເທື່ອ​ລະ​ກ້າວ.ປະຈຸ​ບັນນີ້,ຄວາມ​ເປັນລະບຽບ​ຂອງ​ຕີ​ໂມຕາ​ເວັນ​ອອກ​​ແມ່ນ​ໃຫ້​ທະ​ຫານ​ຮັກ​ສາ​ສັນຕິພາບ​ທີ່​ມາ​ຈາກ​ອົສຕຼາລີ ນູ​ແວນ​ເຊ​ລັງ ມາ​ເລ​ເຊຍ​ແລະ​ປອກ​ຕຸຍ​ການ​ເປັນ​ຜູ້​ຮັກສາ.