ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 19:17:41    
ປະ​ມຸກ​ລັດ​ຂອງ​ປະ​ເທດ​ພາ​ຄີ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຢືນ​ຢັນ​ຈະ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຊຽງ​ໄຮ້​

cri Author: shuo
ຕາມ​ຂ່າວCRI:ວັນ​ທີ8​ມິຖຸນາ,ຢູ່​ທີ່​ປັກ​ກິ່ງ,​ໃນ​ງານ​ຖະ​ແຫຼງຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເຜີຍ​ໃຫ້​ຮູ້​ວ່າ,ປະ​ເທດ​ພາຄີ​ທັງ​ໝົດ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ລ້ວນ​ແຕ່​ຢຶນຢັນຈະ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຊຽງ​ໄຮ້.

ທ່ານ​ລິວ​ຈ້ຽນຊ່າວ​ເວົ້າວ່າ,ປະທານາທິບໍດີ​ຂອງມົງ​ໂກນ ປາ​ກີ​ສະຖານ​ແລະ​ອີຣານພ້ອມ​ດ້ວຍ​ທ່ານ​ເດ​ໂອລາ ຜູ້ຕາງໜ້າ​ລັດຖະບານ​ອິນ​ເດຍ ລັດຖະມົນຕີກະຊວງ​ນ້ຳມັນ​​ເຊື້ອ​​ໄຟ ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ອິນ​ເດຍຈະ​​ເຂົ້າຮ່ວມ​ກອງ​ປະຊຸມ​ໃນ​ຖານ​ເປັນ​ຜູ້​ສັງ​ເກດ​ການ,ປະທານາທິບໍດີ​ອາ​ຟກາ​ນິສະຖານ​ ພ້ອມ​ດ້ວຍທ່ານ​ລູຊາ​ອີ​ໂລ ປະທານ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ​ຂອງ​ສະ​ຫະ​ພັນ​ລັດ​ເອກະລາດ​ແລະ​ທ່ານ​ວີນລາ​ໂກນ​ຕາ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ໃນ​ຖານ​ເປັນ​ແຂກ​ຂອງ​ປະ​ເທດ​ເຈົ້າ​ພາບ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ລິວ​ຈ້ຽນຊ່າວ​ຍັງ​ຢືນຢັນ​ວ່າ,ຮອດ​ເວລາ​ນັ້ນ,​ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ຜູ້ນຳ​ບັນດາ​ປະ​ເທດ​ທີ່ມາ​ຮ່ວມ​ປະຊຸມ.