|
|
(GMT+08:00)
2006-06-08 19:23:33
|
|
ຜູ້ນຳຈີນສົ່ງໂທລະເລກອວຍພອນຜູ້ນຳຊຸດໃໝ່ຂອງລາວ
cri
ຕາມຂ່າວCRI,ວັນທີ8ມິຖຸນາ,ທ່ານຫູຈິນທ່າວ ປະທານປະເທດຈີນໄດ້ສົ່ງໂທລະເລກໄປຍັງທ່ານຈຸມມະລີໄຊຍະສອນ,ອວຍພອນທ່ານໄດ້ຮັບເລືອກຕັ້ງເປັນປະທານປະເທດສປປລາວ.
ໃນໂທລະເລກອວຍພອນຂອງທ່ານຫູຈິນທ່າວໄດ້ຂຽນວ່າ,ສອງປະເທດຈີນລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດກັນ.ພັກ ລັດແລະປະຊາຊົນຈີນຖະນຸຖະໜອມມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນລາວ,ເອົາໃຈໃສ່ການພົວພັນຈີນລາວ.ໃນສະຕະວັດໃໝ່ໄລຍະໃໝ່,ທ່ານເອງຍິນດີຮ່ວມມືກັບທ່ານປະທານຈຸມມະລີຢ່າງແໜ້ນແຟ້ນ,ພ້ອມກັນຊຸກຍູ້ການພົວພັນຮ່ວມມືຮອບ ດ້ານລະຫວ່າງຈີນລາວທີ່ໝັ້ນຄົງຍາວນານ ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນໃຫ້ຂະຫຍາຍໄປສູ່ລະດັບສູງແລະເລິກເຊິ່ງກວ່າເກົ່າ.
ຕາມໄດ້ຊາບ,ທ່ານຈຸມມະລີໄຊຍະສອນແມ່ນໄດ້ຮັບເລືອກຕັ້ງເປັນປະທານປະເທດໃນກອງປະຊຸມສະພາແຫ່ງຊາດຄັ້ງທຳອິດສະໄໝທີ6ທີ່ຈັດຂຶ້ນໃນວັນທີ8ມິຖຸນາ.
ມື້ດຽວກັນ,ທ່ານອູປາງກົວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນ ທ່ານເຈິ່ງຊິ້ງຮົງ ຮອງປະທານປະເທດຈີນ ທ່ານຫຼີຈ້າວຊິ່ງ ລັດຖະມົນຕີກະຊວງການຕ່າງປະເທດຈີນຕ່າງໄດ້ສົ່ງໂທລະເລກອວຍພອນໄປຍັງຜູ້ນຳຊຸດໃໝ່ແຫ່ງລັດລາວ,ຄືທ່ານທອງສິງ ທຳມະວົງ ປະທານສະພາແຫ່ງຊາດລາວ,ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວແລະທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີການຕ່າງປະເທດລາວ.
|
|
|