ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 20:46:30    
ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ກ້າວ​ໄປ​ໜ້າ​ຢ່າ​ງຮອບ​ດ້ານ

cri
ຕາມ​ຂ່າວCRI:ວັນ​ທີ8​ມິຖຸນາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ປະຈຳ​ທີ່ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍຈີນ​ໄດ້​​ເອົາ​ໃຈ​ໃສ່​ນຳ​ການ​ສະ​ແດງ​ທ່າ​ທີ​ອັນຕັ້ງໜ້າ​ຂອງ​ທ່ານ​ບຸ​ສ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ,ຍິນ​ດີ​ພ້ອມ​ກັບຝ່າຍ​ອາ​ເມ​ລິ​ກາ​ທຳ​ຄວາມ​ພະຍາຍາມ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​​ໃນ​ສະຕະວັດ​ທີ21​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ຮອບ​ດ້ານ​.

ຫວ່າງ​ມໍ່ໆ​ນີ້,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ຄະນະ​ອົບຮົມ​ແລະ​ທັດສະນະ​ສຶກສາ​ຂອງລັດຖະກອນ​ຊັ້ນສູງ​ຂອງ​ຈີນ​ຢູ່​ທຳນຽບຂາວ​,​ແລະ​ໄດ້​ໂອ​ລົມ​ກັນ​ເປັນ​ເວລາ​ດົນ​ນານ.​ໂດຍ​ຕອບ​ສະໜອງ​ຄຳຮ້ອງ​ຂໍຂອງ​ນັກ​ຂ່າວ,ທ່ານ​ລິວ​ຈ້ຽນຊ່າວ​ແນະນຳ​ວ່າ,​ໃນ​ການ​ພົບ​ປະ​ເທື່ອ​ນີ້,ທ່ານ​ບຸ​ສ​ໄດ້​ຕີລາຄາ​ຢ່າງຕັ້ງໜ້າ​ຕໍ່​ການ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈິນທ່າວ ປະທານປະ​ເທດ​ຈີນໃນ​ເດືອນ​ເມສາ​ປີນີ້​,​ແລະ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດສຳຄັນ​ທີ່​ສຸດ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ອັ​ນມະຫາສານ,​ແລະ​ກ່າວ​ວ່າ,ອາ​ເມ​ລິ​ກາ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະ ຫຍາຍ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນກັບ​ຈີນ​,ຍິນ​ດີ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະການຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​,​ຄືສອງ​ກອງທັບ ພະລັງງານ ການ​ສຶກສາ​ແລະ​ຊາວ​ໜຸ່ມ​ເປັນຕົ້ນລະຫວ່າງ​ສອງ​ປະ​ເທດ.